ໃນວັນທີ 6 ພະຈິກ 2026 ນີ້, ຂະແໜງດິຈິຕອນ ແລະ ຄວາມປອດໄພໄຊເບີ, ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ໄດ້ລົງຈັດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງວຽກງານການຫັນເປັນດິຈິຕອນ ໃຫ້ແກ່ພະນັກງານ-ລັດຖະກອນ ພາຍໃນພະແນກຍຸຕິທຳແຂວງ ທີ່ຫ້ອງປະຊຸມພະແນກຍຸຕິທຳ ແຂວງອຸດົມໄຊ. ນຳພາໂດຍ ທ່ານ ພູຄຳ ມະນີວັນ ຫົວໜ້າຂະແໜງດິຈິຕອນ ແລະ ຄວາມປອດໄພໄຊເບີ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ພ້ອມດ້ວຍຄະນະວິທະຍາກອນ ແລະ ມີພະນັກງານ-ລັດຖະກອນ ພະແນກຍຸຕິທຳແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
ການຝຶກອົບຮົມຄັ້ງນີ້ ຈັດຂຶ້ນເພື່ອຍົກລະດັບຄວາມຮູ້-ຄວາມສາມາດ ແລະ ທັກສະດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ໃຫ້ແກ່ພະນັກງານ-ລັດຖະກອນ ເຂົ້າໃນການຄຸ້ມຄອງ ແລະ ບໍລິຫານລັດໃຫ້ມີຄວາມທັນສະໄໝ; ພ້ອມທັງສົ່ງເສີມການນຳໃຊ້ລະບົບບໍລິຫານລັດດິຈິຕອນ ໃຫ້ມີຄວາມປອດໄພ, ວ່ອງໄວ ແລະ ເປັນເອກະພາບກັນ ໃນການຮັບ-ສົ່ງ ແລະ ແລກປ່ຽນເອກະສານທາງການ.
ໃນການຝຶກອົບຮົມຄັ້ງນີ້, ບັນດາສຳມະນາກອນ ໄດ້ຮັບຟັງການບັນຍາຍ ແລະ ຝຶກປະຕິບັດຕົວຈິງ ໃນ 4 ຫົວຂໍ້ສຳຄັນ ດັ່ງນີ້:
- ການນຳໃຊ້ລະບົບຈົດໝາຍເອເລັກໂຕຣນິກພາກລັດ (e-Mail): ຮຽນຮູ້ພາບລວມໜ້າຕາເວັບເມວ, ການຮັບ-ສົ່ງຈົດໝາຍ, ການດັດແກ້ຂໍ້ມູນສ່ວນຕົວ-ປ່ຽນລະຫັດຜ່ານ ແລະ ການຈັດການລາຍຊື່ຜູ້ໃຊ້ອີເມວພາຍໃນອົງກອນ.
- ການນຳໃຊ້ລະບົບສື່ສານພາກລັດ (G-Chat): ການຕິດຕັ້ງ ແລະ ນຳໃຊ້ທັງຜ່ານໂທລະສັບມືຖື (Smart Phone) ແລະ ຄອມພິວເຕີ (Browser PC), ການຄົ້ນຫາລາຍຊື່ຕິດຕໍ່, ການສົນທະນາ, ການແນັບຟາຍ ແລະ ການສ້າງ-ຈັດການກຸ່ມເຮັດວຽກ.
- ການນຳໃຊ້ລະບົບຂໍ້ມູນຮ່ວມພາກລັດ (G-Drive): ຄວາມເຂົ້າໃຈກ່ຽວກັບອົງປະກອບຂອງລະບົບ G-Share/G-Drive, ການອັບໂຫຼດ ແລະ ແຊຟາຍເອກະສານ (File/Folder), ການແກ້ໄຂເອກະສານຜ່ານ Browser ແລະ ການສ້າງ QR Code.
- ການນຳໃຊ້ປັນຍາປະດິດ (AI) ເຂົ້າໃນການບໍລິຫານພາກລັດ: ຄວາມເຂົ້າໃຈພື້ນຖານການນຳໃຊ້ AI ແລະ Google Gemini, ການຂຽນຄຳສັ່ງ (Prompt) ລວມທັງການທົດລອງນຳໃຊ້ AI ເຂົ້າໃນການສ້າງຮ່າງເອກະສານທາງການ, ການແປພາສາ, ການວິເຄາະ-ສັງລວມເອກະສານຂະໜາດໃຫຍ່ ແລະ ການສ້າງຮ່າງບົດສະເໜີໂຄງການ.
ໃນໂອກາດດັ່ງກ່າວ, ວິທະຍາກອນ ແລະ ນັກສຳມະນາກອນ ໄດ້ມີຄຳເຫັນແລກປ່ຽນບົດຮຽນຢ່າງກົງໄປກົງມາ ເພື່ອໃຫ້ຜູ້ເຂົ້າຮ່ວມຝຶົກອົບຮົມນຳເອົາບົດຮຽນ ແລະ ທັກສະທີ່ໄດ້ຮັບໃນຄັ້ງນີ້ ໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງໃຫ້ເກີດປະໂຫຍດສູງສຸດ, ແນໃສ່ຍົກສູງປະສິດທິພາບການບໍລິຫານວຽກງານຫ້ອງການລັດ ໃຫ້ກ້າວສູ່ຄວາມທັນສະໄໝໃນຍຸກດິຈິຕອນຢ່າງແທ້ຈິງ.