Banner

ສະຫະພັນແມ່ຍິງໜ່ວຍ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ສຳເລັດກອງປະຊຸມສະຫຼຸບຂະບວນການແຂ່ງຂັນ "3 ດີ" ປະຈຳປີ 2026 ແລະ ວາງທິດທາງແຜນການ ປີ 2027

ໃນຕອນບ່າຍຂອງວັນທີ 05 ພະຈິກ 2026, ຢູ່ທີ່ຫ້ອງປະຊຸມພະແນກເຕັກໂນໂລຊີ ແລະ ການສື່ສານ (ຕສ) ແຂວງອຸດົມໄຊ, ສະຫະພັນແມ່ຍິງໜ່ວຍ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ ໄດ້ເປີດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ "3 ດີ" ປະຈຳປີ 2026 ແລະ ວາງທິດທາງແຜນການ ປະຈຳປີ 2027 ຂຶ້ນຢ່າງເປັນທາງການ. ກອງປະຊຸມດຳເນີນພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ສົມຈິດ ທຳມະລັດ ຫົວໜ້າໜ່ວຍສະຫະພັນແມ່ຍິງ ພະແນກ ຕສ ແຂວງ, ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມໂດຍ ສະຫາຍ ອານົງສັກ ສັນຕິສຸກ ຄະນະພັກ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ, ຮອງຫົວໜ້າພະແນກ ຕສ ແຂວງ (ຕາງໜ້າຄະນະພັກ), ໂດຍມີຄະນະໜ່ວຍແມ່ຍິງ, ຕາງໜ້າອົງການຈັດຕັ້ງຊາວໜຸ່ມ, ກຳມະບານ ແລະ ສະມາຊິກສະຫະພັນແມ່ຍິງພາຍໃນພະແນກ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ, ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ "3 ດີ" ປະຈຳປີ 2026 ພາຍໃຕ້ການຊີ້ນຳຢ່າງໃກ້ຊິດຈາກຄະນະພັກ ເຊິ່ງຜ່ານການປະເມີນຕົວຈິງ ສະມາຊິກສາມາດບັນລຸໄດ້ປະເພດ I ທັງໝົດ 10 ສະຫາຍ (ກວມເອົາ 100%). ສຳລັບຜົນສຳເລັດອັນພົ້ນເດັ່ນ ທີ່ຕິດພັນກັບຂໍ້ແຂ່ງຂັນ "3 ດີ" ປະກອບມີ:

  1. ພົນລະເມືອງດີ:ສະມາຊິກແມ່ຍິງທຸກສະຫາຍ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ເປັນເສນາທິການທີ່ເຂັ້ມແຂງໃຫ້ແກ່ຄະນະພັກ ແລະ ຕັ້ງໜ້າປະກອບສ່ວນຊ່ວຍເຫຼືອສັງຄົມ.
  2. ພັດທະນາດີ:ສະມະຊິກແມ່ຍິງໄດ້ເປັນກຳລັງແຮງສຳຄັນໃນການພັດທະນາວຽກງານວິຊາສະເພາະ ໂດຍສະເພາະການຊຸກຍູ້ການຫັນເປັນດິຈິຕອນ ແລະ ການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຊັ່ນ: E-Office, AI, Big Data ເຂົ້າໃນການບໍລິຫານລັດ; ພ້ອມທັງຕັ້ງໜ້າພັດທະນາຄັງເງິນກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃຫ້ເຕີບໃຫຍ່ເຂັ້ມແຂງ.
  3. ສ້າງຄອບຄົວດີ:ສະມາຊິກໄດ້ນຳໃຊ້ເວລານອກໂມງລັດຖະການ ສ້າງເສດຖະກິດຄອບຄົວທີ່ຖືກຕ້ອງຕາມກົດໝາຍ ຈົນສາມາດກຸ້ມຕົນເອງ-ເພິ່ງຕົນເອງ ເຊິ່ງປະກົດມີຄອບຄົວຕົວແບບພົ້ນເດັ່ນ 01 ຄອບຄົວ.

ພ້ອມນັ້ນ, ບັນດາຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ພ້ອມກັນຄົ້ນຄວ້າ, ສົນທະນາ ແລະ ປະກອບຄຳຄິດຄຳເຫັນໃສ່ຮ່າງບົດສະຫຼຸບຕີລາຄາຜົນງານ ແລະ ທິດທາງແຜນການ ປະຈຳປີ 2027 ຢ່າງກົງໄປກົງມາ, ສ້າງສັນ ແລະ ມີຄວາມຮັບຜິດຊອບສູງທາງດ້ານການເມືອງ. ພາຍຫຼັງທີ່ກອງປະຊຸມໄດ້ຄົ້ນຄວ້າຢ່າງເລິກເຊິ່ງ ແລະ ເປັນເອກະພາບກັນທາງດ້ານເນື້ອໃນແລ້ວ, ກອງປະຊຸມໄດ້ຜ່ານຂໍ້ຕົກລົງວ່າດ້ວຍການຍ້ອງຍໍ-ຊົມເຊີຍບຸກຄົນ 3 ດີ ສະໄໝ VIII (2021-2025), ຂໍ້ຕົກລົງມອບໃບຢັ້ງຢືນ 3 ດີ ປະຈຳປີ 2026 ແລະ ມອບໃບຢັ້ງຢືນບຸກຄົນ ແລະ ໃບຢັ້ງຢືນ 3 ດີ ໃຫ້ແກ່ສະຫະພັນແມ່ຍິງໜ່ວຍ ຢ່າງສົມກຽດ. ພ້ອມນັ້ນ, ສະມາຊິກສະຫະພັນແມ່ຍິງທັງໝົດ ຍັງໄດ້ພ້ອມກັນຈັບມືແຂ່ງຂັນ ເພື່ອສືບຕໍ່ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ "3 ດີ" ໃນປີ 2027 ໃຫ້ບັນລຸຄາດໝາຍ.

ໃນຕອນທ້າຍຂອງກອງປະຊຸມ, ສະຫາຍ ອານົງສັກ ສັນຕິສຸກ ຄະນະພັກ, ຮອງຫົວໜ້າພະແນກ ຕສ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ໂດຍສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຢ່າງສຸດໃຈຕໍ່ຜົນສຳເລັດອັນສະຫງ່າງາມ ທີ່ສະຫະພັນແມ່ຍິງໜ່ວຍຍາດມາໄດ້. ພ້ອມກັນນັ້ນ, ຍັງໄດ້ເນັ້ນໜັກໃຫ້ຄະນະໜ່ວຍ ສືບຕໍ່ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ, ນຳເອົາເນື້ອໃນຂໍ້ແຂ່ງຂັນ 3 ດີ ມາເຜີຍແຜ່ເຊື່ອມຊຶມເປັນປົກກະຕິ. ສຳລັບສະມາຊິກແມ່ຍິງທຸກສະຫາຍ ຈົ່ງພ້ອມກັນຮັກສາ ແລະ ສົ່ງເສີມ 5 ຄຸນລັກສະນະຂອງແມ່ຍິງລາວ ໃຫ້ພົ້ນເດັ່ນຄື: ຄວາມດຸໝັ່ນຂະຫຍັນພຽນ, ຄວາມບໍລິສຸດຜຸດຜ່ອງ, ຄວາມມີນ້ຳໃຈເອື້ອເຟື້ອເພື່ອແຜ່, ຄວາມຮັກເຊື້ອແພງຊາດ ແລະ ຄວາມມີກິລິຍາມາລະຍາດທີ່ດີງາມ. ເນື່ອງຈາກກົມກອງມີເອື້ອຍນ້ອງແມ່ຍິງກວມອັດຕາສ່ວນຫຼາຍ, ສະຫາຍຈຶ່ງຮຽກຮ້ອງໃຫ້ທຸກຄົນ ຈົ່ງບຸກບືນພັດທະນາຄວາມຮູ້-ຄວາມສາມາດ, ຍົກສູງຄວາມຮັບຜິດຊອບ ເພື່ອເປັນກຳລັງແຮງອັນສຳຄັນ ທີ່ຄະນະພັກ ເຊື່ອໝັ້ນ ແລະ ໄວ້ວາງໃຈຕະຫຼອດໄປ.

ແກ່ນຈັນ 4 ຊົ່ວໂມງຜ່ານມາ

ເນື້ອຫາທີ່ກ່ຽວຂ້ອງ:

ແຈ້ງການເຫດສຸກເສີນ

ກະລຸນາແຈ້ງໃຫ້ພວກເຮົາຊາບ

ວັນສ້າງຕັ້ງສະຫະພັນແມ່ຍິງລາວ

...

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ

...

ຕິດຕາມພວກເຮົາທາງເຟສບຸກ