Banner

ກຳມະບານຮາກຖານ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ສຳເລັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ "5 ເປັນເຈົ້າ" ປະຈຳປີ 2026 ແລະ ວາງທິດທາງແຜນການ ປີ 2027

ໃນຕອນເຊົ້າຂອງວັນທີ 05 ພະຈິກ 2026, ຢູ່ທີ່ຫ້ອງປະຊຸມພະແນກເຕັກໂນໂລຊີ ແລະ ການສື່ສານ (ຕສ) ແຂວງອຸດົມໄຊ, ກຳມະບານຮາກຖານ ພະແນກ ຕສ ແຂວງ ໄດ້ເປີດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ "5 ເປັນເຈົ້າ" ປະຈຳປີ 2026 ແລະ ວາງທິດທາງແຜນການ ປະຈຳປີ 2027 ຂຶ້ນຢ່າງເປັນທາງການ. ກອງປະຊຸມດຳເນີນພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ຈິດສາຄອນ ສົມຈະເລີນ ຮອງປະທານກຳມະບານຮາກຖານ ພະແນກ ຕສ ແຂວງ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ອານົງສັກ ສັນຕິສຸກ ຄະນະບໍລິຫານງານສະຫະພັນກຳມະບານແຂວງ, ກຳມະການໜ່ວຍພັກ, ຮອງຫົວໜ້າພະແນກ ຕສ (ຕາງໜ້າກຳມະບານແຂວງ), ພ້ອມດ້ວຍອົງການຈັດຕັ້ງຊາວໜຸ່ມ, ແມ່ຍິງ ແລະ ສະມາຊິກກຳມະບານ ພາຍໃນພະແນກ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ຜູ້ເຂົ້າຮ່ວມໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ "5 ເປັນເຈົ້າ" ປະຈຳປີ 2026 ຂອງກຳມະບານຮາກຖານ ພະແນກ ຕສ ແຂວງ. ບົດສະຫຼຸບໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນໃນການເຄື່ອນໄຫວພາຍໃຕ້ການນຳພາ-ຊີ້ນຳ ຂອງຄະນະກຳມະບານ, ໂດຍສະເພາະຄວາມເອົາໃຈໃສ່ໃນການສຶກສາອົບຮົມການເມືອງ-ແນວຄິດ, ການຊຸກຍູ້ໃຫ້ສະມາຊິກກຳມະບານມີຄວາມຕື່ນຕົວ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານວິຊາສະເພາະ ຈົນສາມາດຍາດໄດ້ຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້ ເປັນຕົ້ນແມ່ນ: ການພັດທະນາລະບົບພລັດຟອມເພື່ອຫັນການບໍລິການຂອງພາກລັດເປັນຮູບແບບດິຈິຕອນ ໄດ້ 04 ລະບົບ; ຊຸກຍູ້ອົງການພາກລັດສ້າງເວັບໄຊ ແລະ ລະບົບເອກະສານເອເລັກໂຕຣນິກ (E-Documents) ໄດ້ 06 ພາກສ່ວນ; ການຊຸກຍູ້ຂະຫຍາຍສັນຍານໂທລະສັບມືຖື ກວມເອົາ 97.64% ຂອງຈຳນວນບ້ານພາຍໃນແຂວງ; ການຂຸດຄົ້ນລາຍຮັບວິຊາສະເພາະ ລື່ນຄາດໝາຍ 4.19%; ພ້ອມທັງສົ່ງເສີມສະມາຊິກ ສ້າງເສດຖະກິດຄອບຄົວນອກໂມງລັດຖະການ ຈົນກາຍເປັນຄອບຄົວຕົວແບບໄດ້ເຖິງ 05 ຄອບຄົວ.

ໃນໂອກາດດຽວກັນນີ້, ບັນດາຜູ້ແທນກອງປະຊຸມ ຍັງໄດ້ພ້ອມກັນຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບຕີລາຄາ ແລະ ທິດທາງແຜນການ ປະຈຳປີ 2027 ຢ່າງກົງໄປກົງມາ, ສ້າງສັນ ແລະ ມີຄວາມຮັບຜິດຊອບສູງທາງດ້ານການເມືອງ. ການປະກອບຄຳເຫັນດັ່ງກ່າວ ແມ່ນແນໃສ່ຖອດຖອນບົດຮຽນຈາກຈຸດອ່ອນ-ຂໍ້ຄົງຄ້າງໃນໄລຍະຜ່ານມາ ເພື່ອຊອກຫາວິທີທາງປັບປຸງແກ້ໄຂ ແລະ ກຳນົດມາດຕະການຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ຮັດກຸມ ແລະ ມີປະສິດທິຜົນກວ່າເກົ່າ.

ພາຍຫຼັງສຳເລັດການສັງລວມ ແລະ ເປັນເອກະພາບກັນທາງດ້ານເນື້ອໃນແລ້ວ, ກອງປະຊຸມໄດ້ຜ່ານຂໍ້ຕົກລົງຂອງສະຫະພັນກຳມະບານແຂວງ ວ່າດ້ວຍການອະນຸມັດມອບໃບຢັ້ງຢືນຂະບວນການແຂ່ງຂັນ "5 ເປັນເຈົ້າ" ປະຈຳປີ 2026 ແລະ ມອບ-ຮັບໃບຢັ້ງຢືນດັ່ງກ່າວ ໃຫ້ແກ່ກຳມະບານຮາກຖານ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ຢ່າງສົມກຽດ ເຊິ່ງຜົນງານອັນພາກພູມໃຈນີ້ ແມ່ນການຢັ້ງຢືນເຖິງຄວາມບຸກບືນຫ້າວຫັນ, ຄວາມສາມັກຄີເປັນປຶກແຜ່ນ ແລະ ຄວາມຕື່ນຕົວປະກອບສ່ວນຂອງສະມາຊິກກຳມະບານທຸກສະຫາຍຕະຫຼອດໄລຍະໜຶ່ງປີຜ່ານມາ. ພ້ອມກັນນັ້ນ, ເພື່ອເປັນການສືບຕໍ່ຮັກສາມູນເຊື້ອ ແລະ ຍູ້ແຮງຂະບວນການໃຫ້ຕໍ່ເນື່ອງ, ໃນພິທີຍັງໄດ້ມີການຈັບມືແຂ່ງຂັນຮ່ວມກັນ ເພື່ອສະແດງເຖິງຄວາມໝາຍໝັ້ນປັ້ນມື ແລະ ຄວາມຕັດສິນໃຈສູງ ຂອງໝູ່ຄະນະ ໃນການສືບຕໍ່ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ "5 ເປັນເຈົ້າ" ປະຈຳປີ 2027 ໃຫ້ກາຍເປັນຂະບວນການຟົດຟື້ນ, ແຂງແຮງ, ເລິກເຊິ່ງ ແລະ ສາມາດຍາດໄດ້ຜົນສຳເລັດໃໝ່ ທີ່ໃຫຍ່ຫຼວງກວ່າເກົ່າ.

ໃນຕອນທ້າຍຂອງກອງປະຊຸມ, ສະຫາຍ ອານົງສັກ ສັນຕິສຸກ ຄະນະບໍລິຫານງານສະຫະພັນກຳມະບານແຂວງ, ຮອງຫົວໜ້າພະແນກ ຕສ ໄດ້ມີຄຳເຫັນໂອ້ລົມ ແລະ ຊີ້ນຳຢ່າງໃກ້ຊິດ. ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະກຳມະບານຮາກຖານ ແລະ ສະມາຊິກທຸກສະຫາຍຍາດມາໄດ້ໃນໄລຍະ 1 ປີຜ່ານມາ, ພ້ອມທັງເນັ້ນໜັກໃຫ້ຄະນະກຳມະບານຮາກຖານ ສືບຕໍ່ເອົາໃຈໃສ່ໃນບາງວຽກງານສຳຄັນ ຄື:

  1. ຖືສຳຄັນວຽກງານສຶກສາອົບຮົມການເມືອງ-ແນວຄິດ, ນຳພາດຳເນີນຊີວິດການເມືອງເປັນປົກກະຕິ, ມີການຕຳນິຕິຊົມ ແລະ ກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ; ເພີ່ມທະວີຄວາມສາມັກຄີພາຍໃນ ໃຫ້ເປັນປຶກແຜ່ນແໜ້ນໜາ;
  2. ຍູ້ແຮງຂະບວນການເຄື່ອນໄຫວຂອງກຳມະບານ ໃຫ້ຕິດພັນຢ່າງສະໜິດແໜ້ນກັບວຽກງານວິຊາສະເພາະ, ຄັດເລືອກບຸກຄົນດີເດັ່ນ ເພື່ອສະເໜີຍ້ອງຍໍໃຫ້ທັນເວລາ ແລະ ສ້າງໃຫ້ໄດ້ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນທຸກໆປີ;
  3. ເຂົ້າຮ່ວມທຸກຂະບວນການຂອງກົມກອງ ແລະ ຂອງແຂວງ ຢ່າງເປັນປົກກະຕິ, ສ້າງການພົວພັນຮ່ວມມື (ແຮກສ່ຽວ) ລະຫວ່າງຮາກຖານ ແລະ ຊອກຫາແຫຼ່ງລາຍຮັບເຂົ້າຄັງກຳມະບານ ເພື່ອຫຼຸດຜ່ອນພາລະຂອງຄະນະພັກ.
  4. ອັນສຳຄັນທີ່ສຸດແມ່ນຮຽກຮ້ອງໃຫ້ຄະນະກຳມະບານຮາກຖານ ແລະ ສະມາຊິກທຸກສະຫາຍ ຍົກສູງຄວາມເປັນເຈົ້າການ, ເປັນແບບຢ່າງທີ່ດີໃນການປະຕິບັດເນື້ອໃນ "5 ເປັນເຈົ້າ" ໂດຍສະເພາະການສູ້ຊົນບັນລຸຄາດໝາຍວິຊາສະເພາະ ເຊັ່ນ: ຊຸກຍູ້ພະແນກການຂັ້ນແຂວງ ນຳໃຊ້ລະບົບ E-Office ໃຫ້ໄດ້ 70%, ສົ່ງເສີມການຂະຫຍາຍສັນຍານໂທລະສັບມືຖື ໃຫ້ຄວບຄຸມເຖິງ 98.93% ແລະ ຍູ້ແຮງພາກທຸລະກິດ ຫັນມານຳໃຊ້ເຕັກໂນໂລຊີ ແລະ ນະວັດຕະກຳໃໝ່ ເຂົ້າໃນການດຳເນີນທຸລະກິດ ໃຫ້ປາກົດຜົນເປັນຈິງ.
ແກ່ນຈັນ 5 ຊົ່ວໂມງຜ່ານມາ

ເນື້ອຫາທີ່ກ່ຽວຂ້ອງ:

ແຈ້ງການເຫດສຸກເສີນ

ກະລຸນາແຈ້ງໃຫ້ພວກເຮົາຊາບ

ວັນສ້າງຕັ້ງສະຫະພັນແມ່ຍິງລາວ

...

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ

...

ຕິດຕາມພວກເຮົາທາງເຟສບຸກ