Banner

ໜ້າທີ່

ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ມີໜ້າທີ່ດັ່ງນີ້:

  1. ຄົ້ນຄວ້າ, ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ, ກົດໝາຍ, ລະບຽບການຂອງລັດ ລະບຽບການຂອງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ລະບຽບການຂອງແຂວງ ກ່ຽວກັບວຽກງານເຕັກໂນໂລຊີ ແລະ ການສື່ສານ ມາເປັນແຜນງານ, ແຜນການ ແລະ ໂຄງການ ພ້ອມທັງຈັດຕັ້ງປະຕິບັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ;
  2. ສ້າງແຜນຍຸດທະສາດ, ນະໂຍບາຍ ແລະ ລະບຽບການ ກ່ຽວກັບວຽກງານເຕັກໂນໂລຊີ ແລະ ການສື່ສານ ຂອງແຂວງ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ໃນແຕ່ລະໄລຍະ ເພື່ອສະເໜີ ປະທານຄະນະກຳມະການ ປົກຄອງແຂວງພິຈາລະນາ;
  3. ເຜີຍແຜ່ກົດໝາຍ, ລະບຽບການ, ຍຸດທະສາດ, ແຜນພັດທະນາກ່ຽວກັບວຽກງານເຕັກໂນໂລຊີ ແລະ ການ ສື່ສານ ໃຫ້ບັນດາພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງພາຍໃນແຂວງ ພ້ອມທັງ ຊຸກຍູ້, ແນະນໍາ, ໃນ ການຈັດຕັ້ງປະຕິບັດ;
  4. ຄົ້ນຄວ້າການອອກອະນຸຍາດ, ສືບຕໍ່, ໂຈະ, ຖອນ ແລະ ຍົກເລີກ ໃບອະນຸຍາດດໍາເນີນທຸລະກິດດ້ານ ເຕັກ ໂນໂລຊີ ແລະ ການສື່ສານ, ການນໍາໃຊ້ຄື້ນຄວາມຖີ່ວິທະຍຸສື່ສານໂຟນີ ແລະ ເຄື່ອງບິນບໍ່ມີຄົນຂັບ (Drone) ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ຕາມການມອບໝາຍຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໃນ ແຕ່ລະໄລຍະ;
  5. ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ອອກອະນຸຍາດ ການນໍາເຂົ້າ, ສົ່ງອອກ ແລະ ການນໍາໃຊ້ອຸປະກອນ ລະບົບເຕັກໂນໂລຊີ ແລະ ການສື່ສານ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນຕາມການມອບໝາຍຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໃນແຕ່ລະໄລຍະ;
  6. ຄຸ້ມຄອງ, ຕິດຕາມ, ກວດກາ ແລະ ກັກຢຶດ ອຸປະກອນ-ຜະລິດຕະພັນດ້ານເຕັກໂນໂລຊີ ແລະ ການສື່ສານ ທີ່ນໍາເຂົ້າ, ຈໍາໜ່າຍ, ນໍາໃຊ້ ແລະ ໃຫ້ບໍລິການ ທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ຢູ່ພາຍໃນຂອບເຂດ ແຂວງ;
  7. ຄຸ້ມຄອງ, ຕິດຕາມ, ກວດກາ, ຊຸກຍູ້ ແລະ ສົ່ງເສີມ ໃນການນໍາເຂົ້າ ແລະ ສົ່ງອອກ ສັນຍານອິນເຕີເນັດ, ສັນຍານໂທລະສັບ, ສັນຍານຂໍ້ຄວາມສັ່ນ ແລະ ຈຸດເຊື່ອມຕໍ່ສາຍສົ່ງຕາມຊາຍແດນ ເຂົ້າ-ອອກ ຕ່າງປະເທດ ຕ້ອງປະຕິບັດຕາມນະໂຍບາຍລວມສູນການສື່ສານຜ່ານປະຕູດຽວ ທີ່ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ກໍານົດໄວ້ໃນແຕ່ລະໄລຍະ;
  8. ຈັດຕັ້ງປະຕິບັດວຽກງານຄຸ້ມຄອງຄວາມປອດໄພໄຊເບີ ທັງຊຸກຍູ້ການນໍາໃຊ້ລະບົບອິນເຕີເນັດໃຫ້ຖືກຕ້ອງ ແລະ ມີຄວາມສະຫງົບປອດໄພ ແລະ ຮັບແຈ້ງເຫດສຸກເສີນທາງຄອມພິວເຕີ ຈາກພາກສ່ວນຕ່າງໆພາຍໃນແຂວງ ເພື່ອລາຍງານຕໍ່ຄະນະກຳມະການປົກຄອງແຂວງ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮັບ ຊາບ ໃນແຕ່ລະໄລຍະ;
  9. ປະສານກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຕິດຕາມ, ກວດກາແນະນໍາ ແລະ ສົ່ງເສີມຜູ້ໃຫ້ບໍລິການ, ຄຸ້ມຄອງຜູ້ ບໍລິໂພກ, ການຮັບຄໍາຮ້ອງທຸກ, ການກ່າວເຕືອນ, ການເຮັດບົດບັນທຶກ, ການນໍາໃຊ້ມາດຕະການ ແລະ ການແກ້ໄຂຂໍ້ຂັດແຍ່ງໃນການດໍາເນີນທຸລະກິດ ດ້ານເຕັກໂນໂລຊີ ແລະ ການສື່ສານ ທີ່ຢູ່ໃນຄວາມ ຮັບຜິດຊອບຂອງຕົນ;
  10. ພັດທະນາ, ຄຸ້ມຄອງ ແລະ ຊຸກຍູ້ສົ່ງເສີມການນໍາໃຊ້ລະບົບບໍລິຫານ ແລະ ບໍລິການລັດດ້ວຍເຕັກໂນໂລຊີດິ ຈິຕ້ອນ ໃຫ້ທັນສະໄໝ ແລະ ມີມາດຕະຖານດຽວກັນ. ເພື່ອຫັນເປັນທັນສະໄໝເທື່ອລະກ້າວ ເປັນຕົ້ນ ລະບົບເຄືອຂ່າຍພາກລັດ, ກອງປະຊຸມທາງໄກ, e-Office, Email, G-Chat, G-Share, G-Web ແລະ ອື່ນໆ;
  11. ສົ່ງເສີມການຫັນເປັນເສດຖະກິດດິຈິຕ້ອນ, ການຫັນເປັນອຸດສະຫະກຳ ແລະ ທັນສະໄໝ ຂອງການຄຸ້ມຄອງ, ການຜະລິດ, ການຄ້າ ແລະ ການບໍລິການ ໂດຍເປັນແກນກາງໃຫ້ແກ່ທຸກພາກສ່ວນໃນການພັດທະນາເຕັກ ໂນໂລຊີດີຈິຕ້ອນ ຢູ່ພາຍໃນແຂວງ;
  12. ຊຸກຍູ້, ສົ່ງເສີມ, ເຜີຍແຜ່ການໃຫ້ບໍລິການ, ສະໜອງຂໍ້ມູນຂ່າວສານ ແລະ ນໍາພາອົງການຈັດຕັ້ງລັດ-ເອກະ ຊົນ ແລະ ປະຊາຊົນ ໃຫ້ຮູ້ນໍາໃຊ້ເຕັກໂນໂລຊີ ແລະ ການສື່ສານເຂົ້າໃນວຽກງານ ແລະ ການດໍາລົງຊີວິດ ຢ່າງທົ່ວເຖິງ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ ພາຍໃນແຂວງ;
  13. ຮ່ວມມື ແລະ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງໃນການວາງແຜນ, ຈັດສັນ, ພັດທະນາ, ປັບປຸງ, ຍົກລະດັບ, ຂະຫຍາຍ ແລະ ເປັນເຈົ້າການຄຸ້ມຄອງໂຄງລ່າງດ້ານ ເຕັກໂນໂລຊີ ແລະ ການສື່ສານ ພາຍໃນ ແຂວງ ຄຸ້ມຄອງ, ຕິດຕາມ ແລະ ກວດກາ ການນໍາໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ;
  14. ຄຸ້ມຄອງ, ຊຸກຍູ້, ສົ່ງເສີມ, ຄົ້ນຄວ້າພັດທະນາ, ທົດລອງ, ເລືອກເຟັ້ນ ແລະ ນໍາໃຊ້ເຕັກໂນໂລຊີ ແລະ ນະ ວັດຕະກຳ ເພື່ອສ້າງເປັນໂຄງການຕົວແບບຂອງແຂວງ;
  15. ຄຸ້ມຄອງ, ຊຸກຍູ້, ຕິດຕາມ ແລະ ກວດກາ ວຽກງານໄປສະນີ ແລະ ການສື່ສານ ທີ່ຢູ່ໃນຄວາມຮັບຜິດຊອບ ຂອງຕົນ;
  16. ປະສານສົບທົບກັບບັນດາກົມ/ທຽບເທົ່າທີ່ກ່ຽວຂ້ອງ ຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ ລົງ ຕິດຕາມ, ກວດກາ ການອະນຸຍາດ ແລະ ນໍາໃຊ້ຄື້ນຄວາມຖີ່ວິທະຍຸສື່ສານໂຟນີ, ເຄື່ອງບິນບໍ່ມີຄົນຂັບ (Drone) ແລະ ການລັກລອບນໍາໃຊ້ສັນຍານໂທລະຄົມມະນາຄົມ ແລະ ອິນເຕີເນັດຈາກຕ່າງປະເທດທີ່ຜິດ ກົດໝາຍທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນແຕ່ລະໄລຍະ;
  17. ສັງລວມ ແລະ ແຈ້ງຂໍ້ມູນການອອກອະນຸຍາດຂະແໜງການເຕັກໂນໂລຊີ ແລະ ການສື່ສານ ໃຫ້ບັນດາກົມ/ທຽບເທົ່າ ທີ່ກ່ຽວຂ້ອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນແຕ່ລະໄລຍະ;
  18. ຊຸກຍູ້ ແລະ ອໍານວຍຄວາມສະດວກໃຫ້ຫົວໜ່ວຍທຸລະກິດ ທີ່ໃຫ້ບໍລິການດ້ານໄປສະນີ ແລະ ໂທລະ ຄົມມະນາຄົມ ໃນການຂະຫຍາຍພື້ນຖານໂຄງລ່າງ ແລະ ຕາໜ່າງການບໍລິການ ອອກສູ່ຊົນນະບົດ, ຈຸດສຸມ ພັດທະນາ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງແຂວງ;
  19. ຄົ້ນຄວ້າ, ສ້າງແຜນພັດທະນາສະຖິຕິ, ເກັບກຳຂໍ້ມູນວຽກງານຂອງຂະແໜງເຕັກໂນໂລຊີ ແລະ ການສື່ສານ ພາຍໃນແຂວງຕົນ, ລາຍງານ, ສໍາຫຼວດແບບຕົວແທນ ແລະ ການສໍາຫຼວດສະເພາະໃນລະດັບທ້ອງຖິ່ນຂອງ ຕົນໃນແຕ່ລະໄລຍະ ເພື່ອສະເໜີຕໍ່ການຈັດຕັ້ງທີ່ກ່ຽວຂ້ອງຂອງແຂວງ ທີ່ຕົນຂຶ້ນກັບ ໂດຍຜ່ານການຢັ້ງຢືນ ແລະ ຮັບຮອງທາງດ້ານວິຊາການສະຖິຕິຈາກຂະແໜງແຜນການ ແລະ ສະຖິຕິ ພະແນກການເງິນແຂວງ ແລະ ສູນສະຖິຕິແຫ່ງຊາດ;
  20. ຄຸ້ມຄອງ, ຕິດຕາມ, ກວດກາ, ຊຸກຍູ້ ແລະ ສະຫຼຸບການເຄື່ອນໄຫວວຽກງານຂອງ ບັນດາບໍລິສັດສາຂາຫົວ ໜ່ວຍທຸລະກິດທີ່ໃຫ້ບໍລິການດ້ານ ເຕັກໂນໂລຊີ ແລະ ການສື່ສານ ພ້ອມທັງລາຍງານ ສະພາບ ການເຄື່ອນໄຫວໃຫ້ ແຂວງ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮັບຊາບ ເປັນແຕ່ລະໄລຍະ;
  21. ຊຸກຍູ້, ແນະນໍາ ແລະ ຄົ້ນຄວ້າປະກອບຄໍາເຫັນ ໃຫ້ແກ່ບັນດາພາກສ່ວນກ່ຽວຂ້ອງທີ່ດໍາເນີນກິດຈະການ ຕ່າງໆ ທາງດ້ານເຕັກໂນໂລຊີ ແລະ ການສື່ສານພາຍໃນແຂວງ;
  22. ຂຶ້ນແຜນຄຸ້ມຄອງ, ບຳລຸງ, ກໍ່ສ້າງ, ສັບຊ້ອນ ແລະ ສະເໜີປະຕິບັດນະໂຍບາຍ ແລະ ປະຕິບັດວິໄນ ຕໍ່ ພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ຕາມລະບຽບກົດໝາຍ;
  23. ຄຸ້ມຄອງ ແລະ ກວດກາການນໍາໃຊ້ງົບປະມານຂອງພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ ຕາມ ການອະນຸມັດຂອງແຂວງ;
  24. ສະຫຼຸບສັງລວມ, ຕີລາຄາປະເມີນການເຄື່ອນໄຫວວຽກງານປະຈຳອາທິດ, ເດືອນ, ງວດ, 6 ເດືອນ ແລະ ປີ ເພື່ອລາຍງານໃຫ້ປະທານຄະນະກຳມະການປົກຄອງແຂວງ ແລະ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຢ່າງເປັນປົກກະຕິ;
  25. ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຂອງຄະນະກຳມະການອົງການປົກຄອງແຂວງ ແລະ ກະຊວງ.
ແກ່ນຈັນ 2 ປີຜ່ານມາ

ແຈ້ງການເຫດສຸກເສີນ

ກະລຸນາແຈ້ງໃຫ້ພວກເຮົາຊາບ

ວັນກໍາມະກອນສາກົນ

...

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ

...

ຕິດຕາມພວກເຮົາທາງເຟສບຸກ