ວັນທີ 03 ພະຈິກ ປີ 2026 ນີ້ທີ່ຫ້ອງປະຊຸມ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ຈັດກອງປະຊຸມດໍາເນີນຊິວິດການເມືອງ ຕິດພັນກັບການປະເມີນໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນ ແລະ ຜົນງານລັດຖະກອນ ຂອງຄະນະພັກຮາກຖານ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ປະາປີ 2026 ໂດຍການເປັນປະທານຂອງສະຫຍາຍ ວາລີ ຈືນໍເຢັງ ກໍາມະການປະຈໍາພັກແຂວງ,ປະທານກວດກາພັກ-ລັດແຂວງ, ເຂົ້າຮ່ວມມີຄະນະພັກ,ຄະນະຮັບຜິດຊອບຂັ້ນແຂວງ, ມີສະມາຊິກພັກຈາກ 3 ບໍລິສັດເຂົ້າຮ່ວມ, ສະມາຊິກພັກຂອງພະແນກ ເຕັກໂນໂລຊີ ແລະ ການສື່ສານແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມຜູ້ເຂົ້າຮ່ວມແມ່ນໄດ້ຮັບຟັງການສະເໜີເອກະສານສໍາຄັນຈາກທີມງານຄະນະຈັດຕັ້ງແຂວງ,ຄະນະກວດກາພັກແຂວງຜ່ານເນື້ອໃນກ່ຽວກັບມະຕິຕົກລົງ ຂອງຄະນະພັກຮາກຖານ ວ່າດ້ວຍການແຕ່ງຕັ້ງຄະຮັບຜິດຊອບດໍາເນີນຊິວິດການເມືອງ ຕິດພັນກັບການປະເມີນໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກແໜ້ນປະຈໍາປີ 2026,ເຜີຍແຜ່ເຊື່ອມຊຶມບາງເນື້ອໃນກົດລະບຽບພັກ ສະໄໜທີ XII (ຂໍ້ຫ້າມຂອງສະມາຊິກພັກ),ເຜີຍແຜ່ເຊື່ອມຊຶມ ຄໍາແນະນໍາ ຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບ ການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກ ແໜ້ນ ສະບັບເລກທີ 28/ຄຈສພ ເຜີຍແຜ່ເຊື່ອມຊືມດໍາລັດ ກ່ຽວກັບການປະເມີນຜົນງານ ພະນັກງານ-ລັດຖະກອນປະຈຳປີ ສະບັບເລກທີ 300/ລບ ເຜີຍແຜ່ເຊື່ອມຊືມມະຕິ ວ່າດ້ວຍເພີ່ມທະວີສະກັດກັ້ນ, ຕ້ານ ແລະ ແກ້ໄຂພະຍາດອາດຍາສິດ, ການສໍ້ລາດບັງຫຼວງ, ປະກົດ ການຫຍໍ້ທໍ້, ການຟຸມເຟືອຍ ໃນກົງຈັກການຈັດຕັ້ງພັກ-ລັດ ແລະ ສັງຄົມ ສະບັບເລກທີ 67/ຄບສພ ຄະນະກວດກາພັກແຂວງ ເຜີຍແຜ່ເຊື່ອມຊືມ ບົດແນະນໍາ ວ່າດ້ວຍ ການຈັດຕັ້ງປະຕິບັດ ກົດລະບຽບພັກ ສະໄໝທີ XII ກ່ຽວກັບ ວຽກງານຕິດຕາມ, ກວດກາຂອງພັກ ສະບັບເລກທີ 377/ຄກສພ,ຜ່ານລັດຖະດໍາລັດ ວ່າດ້ວຍການປະດັບຫຼຽມລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ແລະ ຜ່ານລາຍຊື່ບຸກຄົນທີ່ຈະຂື້ນປະດັບຫຼຽນ,ຜ່ານຮ່າງບົດສໍາຫຼວດການນໍາພາລວມ ຂອງຄະນະພັກຮາກຖານພະແນກ ຕສ,ຜ່ານບົດສໍາຫຼວດບຸກຄົນຄະນະພັກຮາກຖານ.
ໃນໂອກາດດັ່ງກ່າວທ່ານປະທານກອງປະຊຸມຍັງໄດ້ມີຄໍາເຫັນໂອ້ລົມຕໍ່ກັບບັນຫາການສຶບຕໍ່ປັບປຸງແບບແຜນການນໍາພາ-ຊີ້ນໍາ ແລະ ແບບແຜນວິທີເຮັດວຽກຂອງຄະນະພັກຮາກຖານ ເພື່ອເປັນບ່ອນອີງ ໃຫ້ແກ່ສະມາຊິກພັກພ້ອມກັນນໍາໄປຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ມີປະສິດທິພາບ ແລະ ປະສິດທິຜົນຕາມຄາດໜາຍທີ່ວ່າງໄວ້.