Banner

ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ຈັດພິທີປາຖະກະຖາເຜີຍແຜ່ເອກະສານສຳຄັນຂອງພັກ-ຂອງຊາດ ແລະ ປະກາດແຕ່ງຕັ້ງຮັກສາການຫົວໜ້າຂະແໜງ

ໃນຕອນເຊົ້າຂອງວັນທີ 15 ຕຸລາ 2026, ຢູ່ທີ່ຫ້ອງປະຊຸມພະແນກເຕັກໂນໂລຊີ ແລະ ການສື່ສານ (ຕສ) ແຂວງອຸດົມໄຊ ໄດ້ຈັດພິທີປາຖະກະຖາ ເຊື່ອມຊຶມເອກະສານສຳຄັນຂອງພັກ, ຂອງຊາດ ຂຶ້ນຢ່າງເປັນທາງການ. ກອງປະຊຸມດຳເນີນພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ປິ່ນຄໍາ ອຸ່ນລະຄອນ ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ຫົວໜ້າພະແນກ ຕສ ແຂວງອຸດົມໄຊ, ໂດຍມີບັນດາສະຫາຍ ຄະນະພັກ, ຄະນະນໍາພະແນກ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ແລະ ພະນັກງານວິຊາການຫຼັກແຫຼ່ງ ເຂົ້າຮ່ວມຢ່າງພ້ອມພຽງ (ລວມຜູ້ເຂົ້າຮ່ວມທັງໝົດ 15 ສະຫາຍ, ຍິງ 07 ສະຫາຍ).

ກອງປະຊຸມໃນຄັ້ງນີ້ ໄດ້ຮັບຟັງການເຜີຍແຜ່ ແລະ ເຊື່ອມຊຶມເອກະສານສຳຄັນ ເຊັ່ນ: ເອກະສານຂະຫຍາຍບົດສູນທອນພົດຂອງສະຫາຍ ເລຂາທິການໃຫຍ່ ຕໍ່ພິທີໂຮມຊຸມນຸມສະເຫຼີມສະຫຼອງວັນການທູດລາວ ຄົບຮອບ 80 ປີ ແລະ ວັນສ້າງຕັ້ງການທູດລາວ ຄົບຮອບ 81 ປີ; ວັນປະກາດເອກະລາດ ຄົບຮອບ 81 ປີ (12 ຕຸລາ 1945 - 12 ຕຸລາ 2026); ພ້ອມທັງເຊື່ອມຊຶມເນື້ອໃນກອງປະຊຸມວຽກງານກວດກາທົ່ວແຂວງອຸດົມໄຊ ປະຈຳ 5 ປີ (2021-2025). ນອກຈາກນີ້, ກອງປະຊຸມຍັງໄດ້ຜ່ານຂໍ້ຕົກລົງຂອງຄະນະກໍາມະການປົກຄອງແຂວງ ວ່າດ້ວຍການແຕ່ງຕັ້ງ ທ່ານ ເຊັງລີ ເຊຍເຢ ຮອງຫົວໜ້າຂະແໜງບໍລິຫານ, ຈັດຕັ້ງ ແລະ ກວດກາ ຂຶ້ນເປັນ ຮັກສາການແທນຫົວໜ້າຂະແໜງບໍລິຫານ, ຈັດຕັ້ງ ແລະ ກວດກາ ພະແນກ ຕສ ແຂວງ.

ໃນຕອນທ້າຍຂອງພິທີ, ສະຫາຍ ນາງ ປິ່ນຄໍາ ອຸ່ນລະຄອນ ໄດ້ມີຄໍາເຫັນໂອ້ລົມ ແລະ ຊີ້ນຳ ໂດຍໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຈົ່ງເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງ, ສຶກສາຄົ້ນຄວ້າບັນດານິຕິກໍາທີ່ກ່ຽວຂ້ອງກັບໜ້າທີ່ວຽກງານວິຊາສະເພາະໃຫ້ເລິກເຊິ່ງ, ເປັນເຈົ້າການໃນການແບ່ງຄວາມຮັບຜິດຊອບໃຫ້ພະນັກງານ-ລັດຖະກອນພາຍໃນຂະແໜງໃຫ້ຊັດເຈນ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ເພື່ອໃຫ້ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງຄະນະພັກ-ຄະນະນໍາ ພະແນກ. ພ້ອມກັນນັ້ນ, ທ່ານ ເຊັງລີ ເຊຍເຢ ຜູ້ຮັກສາການແທນຫົວໜ້າຂະແໜງ ກໍໄດ້ຂຶ້ນຮັບຄຳໂອວາດ ແລະ ປະຕິຍານຕົນຕໍ່ກອງປະຊຸມ. ກອງປະຊຸມໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ ໃນເວລາ 12:00 ໂມງ ຂອງວັນດຽວກັນ.


ອານົງສັກ 14 ຊົ່ວໂມງຜ່ານມາ

ເນື້ອຫາທີ່ກ່ຽວຂ້ອງ:

ແຈ້ງການເຫດສຸກເສີນ

ກະລຸນາແຈ້ງໃຫ້ພວກເຮົາຊາບ

ວັນສ້າງຕັ້ງສະຫະພັນແມ່ຍິງລາວ

...

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ

...

ຕິດຕາມພວກເຮົາທາງເຟສບຸກ