ໃນວັນທີ 13 ຕຸລາ 2026, ໜ່ວຍພັກພະແນກເຕັກໂນໂລຊີ ແລະ ການສື່ສານ (ຕສ) ແຂວງອຸດົມໄຊ ໄດ້ເປີດກອງປະຊຸມປະເມີນຜົນການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026 ຂຶ້ນຢ່າງເປັນທາງການ. ກອງປະຊຸມດຳເນີນພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ປິ່ນຄໍາ ອຸ່ນລະຄອນ ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ຫົວໜ້າພະແນກ ຕສ ແຂວງ, ໂດຍມີບັນດາສະຫາຍສະມາຊິກພັກສົມບູນ ພາຍໃນໜ່ວຍພັກ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ, ຄະນະໜ່ວຍພັກ ພະແນກ ຕສ ໄດ້ຜ່ານບົດສະຫຼຸບການນຳພາກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026 ແລະ ວາງທິດທາງແຜນການສູ້ຊົນ ປະຈຳປີ 2027. ຕະຫຼອດໄລຍະຜ່ານມາ, ຄະນະພັກ-ຄະນະພະແນກ ຕສ ໄດ້ເອົາໃຈໃສ່ນໍາພາ-ຊີ້ນຳການປັບປຸງກໍ່ສ້າງພັກໃຫ້ມີຄຸນນະພາບ ແລະ ເຕີບໃຫຍ່ເຂັ້ມແຂງໃນທຸກດ້ານ ໂດຍຖືເອົາວຽກງານການເມືອງ-ນຳພາແນວຄິດ ເປັນວຽກງານຍຸດທະສາດແຖວໜ້າ ເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານ ໄດ້ຮັບຮູ້ ແລະ ເຊື່ອມຊຶມແນວທາງນະໂຍບາຍຂອງພັກຢ່າງເລິກເຊິ່ງ. ພ້ອມທັງຮຽກຮ້ອງໃຫ້ສະມາຊິກພັກ ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີບໍລິສຸດ, ເປັນແບບຢ່າງນໍາໜ້າ, ອົດທົນຜ່ານຜ່າຄວາມຫຍຸ້ງຍາກ, ມີຄຸນສົມບັດສິນທຳປະຕິວັດ, ຈຳແນກມິດ-ສັດຕູໄດ້ຢ່າງຈະແຈ້ງ ແລະ ມີນໍ້າໃຈເສຍສະຫຼະອັນສູງສົ່ງ. ໃນໂອກາດດຽວກັນນີ້, ສະມາຊິກພັກແຕ່ລະຈຸ, ແຕ່ລະສະຫາຍ ໄດ້ຜັດປ່ຽນກັນຂຶ້ນຜ່ານໃບສຳຫຼວດຕີລາຄາ, ໃຫ້ຄະແນນ, ຈັດປະເພດຕົນເອງ ພ້ອມທັງດຳເນີນການຕຳນິຕິຊົມ ແລະ ສົ່ງຂ່າວຊ່ວຍເຫຼືອເຊິ່ງກັນ ແລະ ກັນ ດ້ວຍຄວາມຈິງໃຈ.
ໃນຕອນທ້າຍ, ສະຫາຍ ນາງ ປິ່ນຄໍາ ອຸ່ນລະຄອນ ເລຂາໜ່ວຍພັກ ໄດ້ມີຄຳເຫັນໂອ້ລົມ ແລະ ຊີ້ນຳ ໂດຍໄດ້ຮຽກຮ້ອງໃຫ້ສະມາຊິກພັກທຸກສະຫາຍ ຈົ່ງສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ, ຍົກສູງສະຕິລະວັງຕົວທາງດ້ານການເມືອງ, ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ໂດຍສະເພາະວຽກງານຊາວໜຸ່ມ-ເຍົາວະຊົນ ພ້ອມທັງເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ ເພື່ອເປັນກຳລັງແຮງໃນການສືບຕໍ່ຮັກສານາມມະຍົດໜ່ວຍພັກ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ໃນຊຸມປີຕໍ່ໜ້າ.