Banner

ກິດຈະກຳປູກຈິດສຳນຶກ “ນັກຮຽນຍຸກໃໝ່ ປອດໄພໄຊເບີ” ເພື່ອຕ້ານໄພຄຸກຄາມທາງອອນລາຍ ແລະ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ

ໃນວັນທີ 30 ຕຸລາ 2026 ນີ້, ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ໄດ້ສົມທົບກັບ ກົມຄວາມປອດໄພໄຊເບີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈຳ ສປປ ລາວ ແລະ ໂຮງຮຽນມັດທະຍົມສົມບູນ ເມືອງໄຊ ຈັດກິດຈະກຳເຜີຍແຜ່ ປູກຈິດສຳນຶກ ພາຍໃຕ້ຫົວຂໍ້: “ນັກຮຽນຍຸກໃໝ່ ປອດໄພໄຊເບີ” ຢູ່ທີ່ຫ້ອງປະຊຸມຂອງສູນ ໄອຊີທີ ແຂວງອຸດົມໄຊ (ໂຮງຮຽນມັດທະຍົມສົມບູນ ເມືອງໄຊ) ໂດຍການເປັນປະທານຮ່ວມຂອງ ທ່ານ ຜູ້ອຳນວຍໂຮງຮຽນມັດທະຍົມສົມບູນ ເມືອງໄຊ, ທ່ານ ສຸລິໂຕ ຊາພັກດີ ຮອງຫົວໜ້າກົມຄວາມປອດໄພໄຊເບີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ນາງ ສົມມະນີ ສີຫາເທບ ຜູ້ຮັບຜິດຊອບແຜນງານການຄຸ້ມຄອງລັດດ້ວຍກົດໝາຍ ແລະ ການເຂົ້າເຖິງຄວາມຍຸຕິທຳ ຈາກອົງການ UNDP ເພື່ອການພັດທະນາ ປະຈຳ ສປປ ລາວ. ມີຜູ້ເຂົ້າຮ່ວມທີ່ມາຈາກຄະນະທີມງານຂັ້ນສູນກາງ, ພະນັກງານພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ, ຕາງໜ້າຄູ-ອາຈານ ພ້ອມດ້ວຍ ນັກຮຽນ ເຂົ້າຮ່ວມທັງໝົດ 70 ກວ່າທ່ານ.

ການຈັດກິດຈະກຳຄັ້ງນີ້ ມີຈຸດປະສົງຫຼັກເພື່ອເຜີຍແຜ່ ແລະ ໃຫ້ຄວາມຮູ້ແກ່ນັກຮຽນ ກ່ຽວກັບການປ້ອງກັນຕົນເອງຈາກໄພຄຸກຄາມທາງອອນລາຍ ພ້ອມທັງຕ້ານຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ດ້ວຍການນຳໃຊ້ເຕັກໂນໂລຊີ. ໃນໄລຍະການດຳເນີນກິດຈະກຳ ວິທະຍາກອນໄດ້ ຂຶ້ນນຳສະເໜີ ໃຫ້ຄວາມຮູ້ຢ່າງເລິກເຊິ່ງ ໃນຫົວຂໍ້ການຄຸກຄາມທາງອອນລາຍ ແລະ ຄວາມຮຸນແຮງບົນພື້ນຖານທາງເພດ ດ້ວຍການນຳໃຊ້ເຕັກໂນໂລຊີ (TFGBV) ພ້ອມທັງຈັດກິດຈະກຳຖາມ-ຕອບ, ແລກປ່ຽນສົນທະນາ. ນັກຮຽນໄດ້ຮັບຟັງການບັນຍາຍ ແລະ ຮ່ວມຫຼິ້ນກິດຈະກຳ ກ່ຽວກັບຄວາມໝາຍ, ປະເພດຂອງຄວາມຮຸນແຮງທາງອອນລາຍ, ຜົນກະທົບຕໍ່ຜູ້ເສຍຫາຍ, ວິທີການຕອບໂຕ້-ຮັບມືກັບໄພຄຸກຄາມ ແລະ ຂັ້ນຕອນການແຈ້ງເຫດການສຸກເສີນຢ່າງຖືກຕ້ອງ. ບັນຍາກາດການຈັດກິດຈະກຳແມ່ນເຕັມໄປດ້ວຍຄວາມຟື້ນຟູ ແລະ ຄຶກຄື້ນ, ນັກຮຽນໄດ້ໃຫ້ຄວາມສົນໃຈ ແລະ ມີສ່ວນຮ່ວມຢ່າງແຂງແຮງ ໃນການຖາມ-ຕອບ ພ້ອມທັງແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບການຮັບມືກັບເຫດການຄຸກຄາມທາງອອນລາຍທີ່ອາດເກີດຂຶ້ນໃນຊີວິດປະຈຳວັນ. ນອກຈາກນີ້, ຄະນະວິທະຍາກອນຍັງໄດ້ເຜີຍແຜ່ທັກສະທີ່ຈຳເປັນໃນການປ້ອງກັນຕົນເອງໃນໂລກດິຈິຕອນ:

  • ປົກປ້ອງຂໍ້ມູນສ່ວນຕົວ: ການຕັ້ງລະຫັດຜ່ານໃຫ້ປອດໄພ ແລະ ການຫຼີກເວັ້ນການເປີດເຜີຍຂໍ້ມູນສຳຄັນສ່ວນຕົວ.
  • ຮູ້ເທົ່າທັນສື່ ແລະ ການຫຼີກລ່ຽງໄພສ່ຽງ: ການກວດສອບຂ່າວປອມ (Fake News) ແລະ ການຫຼີກລ່ຽງການກົດລິ້ງປອມ ຫຼື Phishing.
  • ຮັບມືກັບການກັ່ນແກ້ງທາງອອນລາຍ: ວິທີການຮັບມືຢ່າງຖືກຕ້ອງ ເມື່ອພົບເຫັນ ຫຼື ຕົກເປັນເຫຍື່ອຂອງການບິດເບືອນ ແລະ ການໂຈມຕີທາງວາຈາອອນລາຍ.
  • ຄິດກ່ອນໂພສ ແລະ ການໃຊ້ງານຢ່າງມີສະຕິ: ການຕື່ນຕົວຕໍ່ຮ່ອງຮອຍທາງດິຈິຕອນ (Digital Footprint) ຕະຫຼອດຮອດການນຳໃຊ້ອິນເຕີເນັດ ແລະ ສື່ສັງຄົມອອນລາຍເຂົ້າໃນການຮ່ຳຮຽນຢ່າງສ້າງສັນ ແລະ ປອດໄພ.

ການຈັດກິດຈະກຳເຜີຍແຜ່ ປູກຈິດສຳນຶກ “ນັກຮຽນຍຸກໃໝ່ ປອດໄພໄຊເບີ” ໃນຄັ້ງນີ້ ຖືເປັນກິດຈະກຳທີ່ມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ໃນການສ້າງພູມຄຸ້ມກັນທາງດິຈິຕອນໃຫ້ແກ່ເຍົາວະຊົນ ແລະ ນັກຮຽນ ພາຍໃນແຂວງອຸດົມໄຊ. ທັງນີ້ ກໍເພື່ອສ້າງຄວາມຕື່ນຕົວ ແລະ ຝຶກທັກສະໃຫ້ຊາວໜຸ່ມ-ນັກຮຽນ ເຂົ້າໃຈເຖິງການຊົມໃຊ້ສື່ສັງຄົມອອນລາຍຢ່າງມີສະຕິ, ປອດໄພ, ເຄົາລົບເຊິ່ງກັນແລະກັນ ພ້ອມທັງຮ່ວມກັນສ້າງສະພາບແວດລ້ອມອອນລາຍທີ່ດີໃນສັງຄົມ.

ແກ່ນຈັນ 13 ຊົ່ວໂມງຜ່ານມາ

ເນື້ອຫາທີ່ກ່ຽວຂ້ອງ:

ແຈ້ງການເຫດສຸກເສີນ

ກະລຸນາແຈ້ງໃຫ້ພວກເຮົາຊາບ

ວັນສ້າງຕັ້ງສະຫະພັນແມ່ຍິງລາວ

...

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ

...

ຕິດຕາມພວກເຮົາທາງເຟສບຸກ