Banner

ສຳເລັດການຈັດຊຸດຝຶກອົບຮົມ ວຽກງານການຫັນເປັນດິຈິຕອນ ແລະ ການນຳໃຊ້ປັນຍາປະດິດ (AI) ເຂົ້າໃນການບໍລິຫານລັດ ຢູ່ເມືອງແບງ ແລະ ເມືອງງາ

ໃນຕົ້ນເດືອນຕຸລາ 2026 ຜ່ານມານີ້, ພະແນກເຕັກໂນໂລຊີ ແລະ ການສື່ສານ (ຕສ) ແຂວງອຸດົມໄຊ ໄດ້ສືບຕໍ່ລົງເຄື່ອນໄຫວຊຸກຍູ້ ແລະ ຈັດຊຸດຝຶກອົບຮົມສຳມະນາ ກ່ຽວກັບຄວາມຮູ້ເບື້ອງຕົ້ນການຫັນເປັນດິຈິຕອນ ແລະ ພື້ນຖານການນຳໃຊ້ປັນຍາປະດິດ (AI) ເຂົ້າໃນວຽກບໍລິຫານລັດ ຢູ່ 2 ເມືອງ ຄື: ເມືອງແບງ (ຈັດຂຶ້ນໃນວັນທີ 1-2 ຕຸລາ 2026) ແລະ ເມືອງງາ (ຈັດຂຶ້ນໃນວັນທີ 8-9 ຕຸລາ 2026). ກອງປະຊຸມຝຶກອົບຮົມດັ່ງກ່າວ ມີການເຂົ້າຮ່ວມຂອງຄະນະນຳເມືອງ, ຄະນະຫ້ອງການອ້ອມຂ້າງເມືອງ ແລະ ພະນັກງານ-ວິຊາການທີ່ກ່ຽວຂ້ອງ ຂອງທັງສອງເມືອງ.

ໃນວາລະການຝຶກອົບຮົມ, ໄດ້ເຜີຍແຜ່ເອກະສານສຳຄັນ ເຊັ່ນ: ດໍາລັດວ່າດ້ວຍກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ ສະບັບເລກທີ 278/ລບ, ຂໍ້ຕົກລົງວ່າດ້ວຍການຂຶ້ນທະບຽນເລກໝາຍໂທລະສັບ ແລະ ແຈ້ງການຂອງຫ້ອງວ່າການແຂວງ ສະບັບເລກທີ 887/ຫວຂ ກ່ຽວກັບການນຳໃຊ້ລະບົບການສື່ສານພາກລັດ (G-Chat) ແລະ ລະບົບບໍລິຫານດິຈິຕອນ ເຂົ້າໃນການບໍລິຫານ, ບໍລິການວຽກງານຂອງລັດ ພ້ອມທັງສະເໜີສະພາບລວມຂອງການຫັນເປັນດິຈິຕອນ.

ພ້ອມດຽວກັນນັ້ນ, ທີມງານວິທະຍາກອນ ກໍໄດ້ນຳພາສຳມະນາກອນລົງມືປະຕິບັດຕົວຈິງ ໃນການນຳໃຊ້ລະບົບຈົດໝາຍເອເລັກໂຕຣນິກພາກລັດ (E-Mail) ໂດຍລວມມີ ການຮັບ-ສົ່ງເອກະສານ, ການສ້າງທີ່ຢູ່ຕິດຕໍ່ ແລະ ການປ່ຽນລະຫັດຜ່ານ. ນອກຈາກນັ້ນ, ຍັງໄດ້ແນະນຳການນຳໃຊ້ລະບົບສື່ສານພາກລັດ (G-Chat) ຜ່ານຄອມພິວເຕີ ແລະ ສະມາດໂຟນ, ລວມເຖິງການນຳໃຊ້ Lao AI ແລະ ລະບົບແປພາສາ (Lao Translation) ຜ່ານບັນຊີ G-Chat.

ຈຸດສຳຄັນທີ່ເປັນຂໍ້ສະດວກໃໝ່ໃນການເຮັດວຽກ ແມ່ນການສຸມໃສ່ການນຳໃຊ້ປັນຍາປະດິດ (AI) ເຂົ້າໃນການບໍລິຫານພາກລັດ ໂດຍບັນດາສຳມະນາກອນໄດ້ຮຽນຮູ້ພື້ນຖານການຂຽນຄຳສັ່ງ (Prompt) ຜ່ານການນຳໃຊ້ລະບົບ Google Gemini. ຜູ້ເຂົ້າຮ່ວມໄດ້ທົດລອງສັ່ງງານ AI ຕົວຈິງ ເພື່ອຊ່ວຍໃນການຮ່າງໜັງສືສະເໜີ, ການກະກຽມເນື້ອໃນວຽກພົວພັນຮ່ວມມື, ການວິເຄາະ ແລະ ສັງລວມເອກະສານຂະໜາດໃຫຍ່, ການສ້າງຮ່າງບົດສະເໜີໂຄງການ ແລະ ນິຕິກຳ. ພ້ອມນັ້ນ ຍັງໄດ້ຮຽນຮູ້ການຈັດການເອກະສານດ້ວຍລະບົບສະແກນຕົວໜັງສື (OCR), ການແປພາສາທາງການ ແລະ ການຂຽນຂ່າວ ເພື່ອເຜີຍແຜ່ໃນສື່ຕ່າງໆ.

ໃນຕອນທ້າຍຂອງຊຸດຝຶກອົບຮົມຢູ່ທັງສອງເມືອງ, ທ່ານ ນາງ ປິ່ນຄຳ ອຸ່ນລະຄອນ ຫົວໜ້າພະແນກ ຕສ ແຂວງ ໄດ້ໃຫ້ກຽດມີຄຳເຫັນສະຫຼຸບສັງລວມ ແລະ ກ່າວປິດຊຸດຝຶກອົບຮົມ. ໂດຍໄດ້ເນັ້ນໜັກໃຫ້ຄະນະນຳເມືອງ ແລະ ຫົວໜ້າຫ້ອງການອ້ອມຂ້າງເມືອງ ຈົ່ງນຳເອົາຄວາມຮູ້ທີ່ໄດ້ຮັບໄປໝູນໃຊ້ເຂົ້າໃນການບໍລິຫານຫ້ອງການຕົວຈິງຢ່າງເປັນຮູບປະທຳ ເພື່ອຍົກສູງປະສິດທິພາບ, ຫຼຸດຜ່ອນເວລາເຮັດວຽກທີ່ຊ້ຳຊ້ອນ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການຫັນເປັນລັດຖະບານດິຈິຕອນ ຢູ່ຂັ້ນເມືອງຢ່າງຍືນຍົງ.


ອານົງສັກ 19 ຊົ່ວໂມງຜ່ານມາ

ເນື້ອຫາທີ່ກ່ຽວຂ້ອງ:

ແຈ້ງການເຫດສຸກເສີນ

ກະລຸນາແຈ້ງໃຫ້ພວກເຮົາຊາບ

ວັນສ້າງຕັ້ງສະຫະພັນແມ່ຍິງລາວ

...

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ

...

ຕິດຕາມພວກເຮົາທາງເຟສບຸກ