ໃນວັນທີ 29 ຕຸລາ 2026 ນີ້, ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ໄດ້ສົມທົບກັບ ກົມຄວາມປອດໄພໄຊເບີ (ກະຊວງເຕັກໂນໂລຊີ ແລະ ການສື່ສານ) ແລະ ອົງການ UNDP ເພື່ອການພັດທະນາ ປະຈຳ ສປປ ລາວ ຈັດຊຸດຝຶກອົບຮົມແນະນຳ ກ່ຽວກັບ "ໄພຄຸກຄາມທາງສື່ສັງຄົມອອນລາຍ ແລະ ການຕ້ານຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ດ້ວຍການນຳໃຊ້ເຕັກໂນໂລຊີ" ຢູ່ທີ່ຫ້ອງປະຊຸມ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ. ໃຫ້ກຽດເຂົ້າຮ່ວມເປັນຄະນະປະທານໂດຍ ທ່ານ ນາງ ປິ່ນຄໍາ ອຸ່ນລະຄອນ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ, ທ່ານ ສຸລິໂຕ ຊາພັກດີ ຮອງຫົວໜ້າກົມຄວາມປອດໄພໄຊເບີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ນາງ ສົມມະນີ ສີຫາເທບ ຜູ້ຮັບຜິດຊອບແຜນງານການຄຸ້ມຄອງລັດດ້ວຍກົດໝາຍ ແລະ ການເຂົ້າເຖິງຄວາມຍຸຕິທຳ ຈາກອົງການ UNDP ເພື່ອການພັດທະນາ ປະຈຳ ສປປ ລາວ. ມີຜູ້ເຂົ້າຮ່ວມທີ່ມາຈາກ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ, ຕາງໜ້າຈາກ ພະແນກວັດທະນະທຳ ແລະ ການທ່ອງທ່ຽວແຂວງ, ສະຫະພັນແມ່ຍິງແຂວງ, ສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ, ທະນາຍຄວາມປະຈຳແຂວງ, ພະແນກຍຸຕິທຳແຂວງ ພ້ອມດ້ວຍ ພະນັກງານເຕັກໂນໂລຊີ ແລະ ການສື່ສານ ເມືອງ 7 ເມືອງ ເຂົ້າຮ່ວມຢ່າງພ້ອມພຽງ ຈຳນວນ ທັງໝົດ 35 ທ່ານ.
ການຈັດຝຶກອົບຮົມຄັ້ງນີ້ ມີຈຸດປະສົງ ເພື່ອເສີມສ້າງຄວາມຮູ້ຄວາມເຂົ້າໃຈ, ຍົກລະດັບສັກກະຍາພາບ ຂອງພະນັກງານວິຊາການ ຢູ່ຂັ້ນທ້ອງຖິ່ນ ພ້ອມທັງ ຕ້ານ ແລະ ສະກັດກັ້ນ ຄວາມຮຸນແຮງ ບົນພື້ນຖານທາງເພດ ດ້ວຍການນຳໃຊ້ເຕັກໂນໂລຊີ (TFGBV) ເພື່ອປະກອບສ່ວນ ສ້າງສະພາບແວດລ້ອມອອນລາຍທີ່ປອດໄພ ແລະ ເຄົາລົບເຊິ່ງກັນ ແລະ ກັນ. ຕະຫຼອດໄລຍະການຝຶກອົບຮົມ ວິທະຍາກອນ ໄດ້ຖ່າຍທອດບົດຮຽນທັງພາກທິດສະດີ ຕິດພັນກັບການຈັດຕັ້ງປະຕິບັດຕົວຈິງ. ເນື້ອໃນຫຼັກຂອງການຝຶກອົບຮົມ ໄດ້ແບ່ງອອກເປັນ 3 ບົດຮຽນສຳຄັນ ດັ່ງນີ້:
- ສະພາບລວມຂອງການນຳໃຊ້ສື່ສັງຄົມອອນລາຍ ແລະ ວຽກງານຄວາມປອດໄພໄຊເບີ: ເນັ້ນໃສ່ການຕິດຕາມ, ກວດກາຂ່າວປອມ, ການຄຸ້ມຄອງເນື້ອຫາອອນລາຍ, ການຮັບຮອງ ແລະ ເກັບກຳຫຼັກຖານທາງດິຈິຕອນ ເພື່ອດຳເນີນຄະດີຕາມກົດໝາຍ.
- ວຽກງານຄວາມປອດໄພໄຊເບີ: ກວມເອົາການຄຸ້ມຄອງລະບົບຂໍ້ມູນຂ່າວສານ, ການເຝົ້າລະວັງໄພຄຸກຄາມ, ວິທີການຕັ້ງຄ່າຄວາມປອດໄພ ແລະ ການຮັບມືກັບເຫດການສຸກເສີນທາງຄອມພິວເຕີ.
- ໄພຄຸກຄາມທາງອອນລາຍ ແລະ ຄວາມຮຸນແຮງບົນພື້ນຖານທາງເພດ ດ້ວຍການນຳໃຊ້ເຕັກໂນໂລຊີ (TFGBV): ທຳຄວາມເຂົ້າໃຈກ່ຽວກັບຮູບແບບຄວາມຮຸນແຮງທາງອອນລາຍ ທີ່ເກີດຂຶ້ນໃນ ສປປ ລາວ, ຜົນກະທົບຕໍ່ຜູ້ເສຍຫາຍ, ການລາຍງານດ້ວຍຕົນເອງ, ຂັ້ນຕອນການປົກປ້ອງຜູ້ເສຍຫາຍ ແລະ ການລາຍງານພາກສ່ວນທີ່ກ່ຽວຂ້ອງ ເພື່ອດຳເນີນຄະດີຕາມກົດໝາຍ.
ຊຸດຝຶກອົບຮົມຄັ້ງນີ້ ຖືເປັນກ້າວສຳຄັນ ໃນການຍົກລະດັບສັກກະຍາພາບ ຂອງພະນັກງານ-ລັດຖະກອນ ຂັ້ນທ້ອງຖິ່ນ ມີຄວາມຮັບຮູ້ ແລະ ເຂົ້າໃຈພື້ນຖານໃນການເຝົ້າລະວັງ, ເກັບກຳຫຼັກຖານ ແລະ ຕອບໂຕ້ ໄພຄຸກຄາມທາງອອນລາຍຢ່າງມີປະສິດທິພາບ, ເພື່ອຮ່ວມກັນສ້າງສະພາບແວດລ້ອມດິຈິຕອນ ຢູ່ແຂວງອຸດົມໄຊ ໃຫ້ມີຄວາມປອດໄພ, ເຄົາລົບເຊິ່ງກັນ, ກອງປະຊຸມໄດ້ປິດລົງໃນວັນດຽວກັນດ້ວຍຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍ.