ລະຫວ່າງວັນທີ 25 ສິງຫາ ຫາ ວັນທີ 7 ກັນຍາ 2026, ທ່ານ ອານົງສັກ ສັນຕິສຸກ, ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ (ຕສ) ແຂວງອຸດົມໄຊ, ໄດ້ເປັນກຽດຕາງໜ້າພະແນກ ຕສ ແຂວງ ເຂົ້າຮ່ວມກອງປະຊຸມສຳມະນາລະດັບສາກົນໃນຫົວຂໍ້: "ການເຊື່ອມໂຍງລະດັບສູງຂອງເຕັກໂນໂລຊີການກໍ່ສ້າງອັດສະລິຍະ ແລະ ນະວັດຕະກໍາຂໍ້ມູນໃຫຍ່ສຳລັບອາຊຽນ". ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນຢ່າງຕໍ່ເນື່ອງຢູ່ 3 ນະຄອນໃຫຍ່ຂອງ ສປ ຈີນ ຄື: ນານນິງ, ປາວຕິງ ແລະ ກວາງໂຈ.
ງານສຳມະນາໃນຄັ້ງນີ້ ມີນັກສຳມະນາກອນເຂົ້າຮ່ວມທັງໝົດ 33 ທ່ານ ຈາກ 4 ປະເທດສະມາຊິກອາຊຽນ (ສປປ ລາວ, ມາເລເຊຍ, ຟີລິບປິນ ແລະ ອິນໂດເນເຊຍ). ສຳລັບຄະນະຜູ້ແທນຈາກ ສປປ ລາວ ມີຈຳນວນ 15 ທ່ານ, ປະກອບມີຕາງໜ້າຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ, ແລະ ບັນດາພະແນກ ຕສ ຈາກຫຼາຍແຂວງ. ຈຸດປະສົງຫຼັກແມ່ນເພື່ອການແລກປ່ຽນອົງຄວາມຮູ້ (Knowledge Sharing), ຍົກລະດັບທັກສະທາງດ້ານເຕັກນິກ ແລະ ສົ່ງເສີມການຮ່ວມມືດ້ານເຕັກໂນໂລຊີການກໍ່ສ້າງອັດສະລິຍະ.
ຕະຫຼອດໄລຍະການສຳມະນາ, ຜູ້ເຂົ້າຮ່ວມໄດ້ຮັບການຖ່າຍທອດບົດຮຽນຈາກຊ່ຽວຊານ ສປ ຈີນ ກ່ຽວກັບການປະຍຸກໃຊ້ປັນຍາປະດິດ ໃນການຂຽນຊຸດຄຳສັ່ງ (Prompt Engineering for Architectural AIGC) ເພື່ອສ້າງແບບຈຳລອງຂໍ້ມູນອາຄານ (Building Information Modeling - BIM) ທີ່ຊ່ວຍຫຼຸດຜ່ອນເວລາໃນຂະບວນການອອກແບບ, ກວດສອບຈຸດບົກຜ່ອງ ແລະ ເພີ່ມຄວາມຊັດເຈນໃນການວາງແຜນ. ພ້ອມກັນນີ້, ຍັງໄດ້ລົງທັດສະນະສຶກສາເບິ່ງການສາທິດ ລະບົບຫຸ່ນຍົນໃນວຽກງານກໍ່ສ້າງ (Construction Robotics) ຕົວຈິງ ເຊັ່ນ: ຫຸ່ນຍົນທຳຄວາມສະອາດ, ຫຸ່ນຍົນຂັດພື້ນຄອນກີດ, ຫຸ່ນຍົນປູກະໂລ້ ແລະ ເຕັກໂນໂລຊີການຜະລິດຊິ້ນສ່ວນການກໍ່ສ້າງສຳເລັດຮູບ (Prefabricated Modular Manufacturing) ເຊິ່ງຊ່ວຍແກ້ໄຂບັນຫາການຂາດແຄນແຮງງານ ແລະ ເພີ່ມປະສິດທິພາບໃນການປະຕິບັດງານ.
ນອກຈາກນີ້, ກອງປະຊຸມຍັງໄດ້ລົງເລິກກ່ຽວກັບການນຳໃຊ້ ການວິເຄາະຂໍ້ມູນຂະໜາດໃຫຍ່ (Big Data Analytics) ແລະ ແພລດຟອມອິນເຕີເນັດ (China-ASEAN Construction Industry Internet Service Platform) ເຂົ້າໃນການບໍລິຫານ ແລະ ຄຸ້ມຄອງຕົວເມືອງອັດສະລິຍະ (Smart City & Project Management) ເພື່ອປະເມີນຄວາມສ່ຽງ, ຄວບຄຸມຄຸນນະພາບ ແລະ ການນຳໃຊ້ຊັບພະຍາກອນໃຫ້ເກີດປະສິດທິຜົນສູງສຸດ (Resource Optimization).
ໃນວາລະສະຫຼຸບກອງປະຊຸມ, ຕາງໜ້າຄະນະຜູ້ແທນ ສປປ ລາວ ໄດ້ສະເໜີແນວທາງການຮ່ວມມືກັບ ສປ ຈີນ ໃນ 2 ໂຄງການເຕັກໂນໂລຊີຂັ້ນສູງ ຄື:
- ການພັດທະນາລະບົບ City Information Model (CIM) ທີ່ປ່ຽນຮູບແບບການວາງຜັງເມືອງຈາກ 2 ມິຕິ (2D) ມາເປັນ 3 ມິຕິ ດ້ວຍເຕັກໂນໂລຊີຝາແຝດດິຈິຕອນ (Digital Twin) ທີ່ສາມາດຈຳລອງສະພາບຕົວເມືອງທັງເທິງໜ້າດິນ ແລະ ໃຕ້ດິນໄດ້ ເພື່ອເພີ່ມປະສິດທິພາບໃນການບໍລິຫານຈັດການເມືອງອັດສະລິຍະ.
- ການສ້າງລະບົບຕິດຕາມການລະບາຍນ້ຳອັດສະລິຍະ (Smart Drainage Supervision System) ເພື່ອຊ່ວຍຈຳລອງສະຖານະການ (Simulation) ນ້ຳຖ້ວມ ແລະ ໄພພິບັດຕ່າງໆ ແນໃສ່ການວາງແຜນປ້ອງກັນ ແລະ ຮັບມືກັບການປ່ຽນແປງຂອງສະພາບພູມອາກາດໄດ້ຢ່າງມີປະສິດທິພາບ.