Banner

ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ສືບຕໍ່ຈັດຊຸດຝຶກອົບຮົມສຳມະນາ ວຽກງານການຫັນເປັນດິຈິຕອນ ແລະ ພື້ນຖານການນຳໃຊ້ປັນຍາປະດິດ (AI) ເຂົ້າໃນການບໍລິຫານລັດ ຢູ່ເມືອງຫຼາ

ໃນລະຫວ່າງວັນທີ 24 ຫາ 25 ກັນຍາ 2026 ຜ່ານມານີ້, ພະແນກເຕັກໂນໂລຊີ ແລະ ການສື່ສານ (ຕສ) ແຂວງອຸດົມໄຊ ໄດ້ລົງເຄື່ອນໄຫວຊຸກຍູ້ ແລະ ຈັດຊຸດຝຶກອົບຮົມສຳມະນາ ກ່ຽວກັບຄວາມຮູ້ເບື້ອງຕົ້ນການຫັນເປັນດິຈິຕອນ ແລະ ພື້ນຖານການນຳໃຊ້ປັນຍາປະດິດ (AI) ເຂົ້າໃນວຽກບໍລິຫານລັດ ຢູ່ທີ່ເມືອງຫຼາ. ການຈັດຕັ້ງປະຕິບັດໃນຄັ້ງນີ້ ແມ່ນເພື່ອເປັນການຜັນຂະຫຍາຍແຜນພັດທະນາວຽກງານ ຕສ 05 ປີ ຂອງແຂວງ ລົງສູ່ການຈັດຕັ້ງປະຕິບັດຕົວຈິງໃຫ້ກາຍເປັນແຜນການ, ໂຄງການ ແລະ ກິດຈະກຳຢູ່ຂັ້ນເມືອງ. ຝຶກອົບຮົມສຳມະນາໃນຄັ້ງດັ່ງກ່າວ ມີການເຂົ້າຮ່ວມຂອງຄະນະນຳເມືອງ, ຄະນະຫ້ອງການອ້ອມຂ້າງເມືອງ ແລະ ພະນັກງານ-ວິຊາການທີ່ກ່ຽວຂ້ອງ.

ໃນວາລະດຳເນີນຝຶກອົບຮົມສຳມະນາ ວັນທີ 24 ກັນຍາ, ທ່ານ ອານົງສັກ ສັນຕິສຸກ ຮອງຫົວໜ້າພະແນກ ຕສ ແຂວງ ໄດ້ຂຶ້ນເຜີຍແຜ່ເອກະສານສຳຄັນ ຄື: ຂໍ້ຕົກລົງວ່າດ້ວຍການຂຶ້ນທະບຽນເລກໝາຍໂທລະສັບ ສະບັບເລກທີ 978 /ກຕສ, ລົງວັນທີ 02 ເມສາ 2026 ແລະ ແຈ້ງການຂອງຫ້ອງວ່າການແຂວງ ສະບັບເລກທີ 887/ຫວຂ, ລົງວັນທີ 7 ກໍລະກົດ 2026 ກ່ຽວກັບການນຳໃຊ້ລະບົບການສື່ສານພາກລັດ (G-Chat) ແລະ ລະບົບບໍລິຫານດິຈິຕອນ ເຂົ້າໃນການບໍລິຫານ, ບໍລິການວຽກງານຂອງລັດ ພ້ອມທັງສະເໜີສະພາບລວມຂອງການຫັນເປັນດິຈິຕອນ. ພ້ອມດຽວກັນນັ້ນ, ທີມງານວິທະຍາກອນ ກໍໄດ້ນຳພາສຳມະນາກອນລົງມືປະຕິບັດຕົວຈິງ ໃນການນຳໃຊ້ລະບົບຈົດໝາຍເອເລັກໂຕຣນິກພາກລັດ (E-Mail) ເຊັ່ນ: ການຮັບ-ສົ່ງເອກະສານ, ການປ່ຽນລະຫັດຜ່ານ ແລະ ການນຳໃຊ້ລະບົບສື່ສານພາກລັດ (G-Chat) ຜ່ານຄອມພິວເຕີ ແລະ ສະມາດໂຟນ, ລວມເຖິງການນຳໃຊ້ Lao AI ແລະ ລະບົບແປພາສາ Lao Translation ຜ່ານບັນຊີ G-Chat.

ສຳລັບວາລະຂອງວັນທີ 25 ກັນຍາ, ຝຶກອົບຮົມສຳມະນາໄດ້ສຸມໃສ່ການນຳໃຊ້ປັນຍາປະດິດ (AI) ເຂົ້າໃນການບໍລິຫານພາກລັດ ໂດຍບັນດາສຳມະນາກອນໄດ້ຮຽນຮູ້ພື້ນຖານການຂຽນຄຳສັ່ງ (Prompt) ຜ່ານການນຳໃຊ້ລະບົບ Google Gemini. ໃນນີ້, ໄດ້ມີການທົດລອງສັ່ງງານ AI ຕົວຈິງ ເພື່ອຊ່ວຍໃນການຮ່າງໜັງສືສະເໜີ, ການກະກຽມເນື້ອໃນວຽກພົວພັນຮ່ວມມື, ການວິເຄາະ ແລະ ສັງລວມເອກະສານຂະໜາດໃຫຍ່, ການສ້າງຮ່າງບົດສະເໜີໂຄງການ ແລະ ນິຕິກຳ. ນອກຈາກນັ້ນ, ຍັງໄດ້ຮຽນຮູ້ການຈັດການເອກະສານດ້ວຍລະບົບສະແກນຕົວໜັງສື (OCR), ການແປພາສາທາງການ ແລະ ການຂຽນຂ່າວ ເຊິ່ງເປັນເຄື່ອງມືສຳຄັນໃນການຫຼຸດຜ່ອນເວລາເຮັດວຽກທີ່ຊ້ຳຊ້ອນ ແລະ ຍົກສູງປະສິດທິພາບການປະຕິບັດງານ.

ໃນພິທີປິດ, ທ່ານ ນາງ ປິ່ນຄຳ ອຸ່ນລະຄອນ ຫົວໜ້າພະແນກ ຕສ ແຂວງ ໄດ້ໃຫ້ກຽດມີຄຳເຫັນສະຫຼຸບຕີລາຄາ ແລະ ກ່າວປິດຊຸດຝຶກອົບຮົມ ໂດຍໄດ້ເນັ້ນໜັກວ່າ ການຫັນເປັນດິຈິຕອນເປັນ "ຄວາມຈຳເປັນພາວະວິໄສ" ທີ່ທຸກຂະແໜງການ ແລະ ທຸກທ້ອງຖິ່ນຕ້ອງໄດ້ຮີບຮ້ອນປັບຕົວ. ທ່ານໄດ້ຮຽກຮ້ອງໃຫ້ຄະນະນຳເມືອງ ແລະ ຫົວໜ້າຫ້ອງການອ້ອມຂ້າງເມືອງ ຈົ່ງສືບຕໍ່ຊຸກຍູ້, ສົ່ງເສີມ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ພະນັກງານ-ວິຊາການ ໄດ້ນຳເອົາຄວາມຮູ້ທີ່ໄດ້ຮັບໄປໝູນໃຊ້ເຂົ້າໃນການບໍລິຫານຫ້ອງການຢ່າງເປັນຮູບປະທຳ ພ້ອມທັງຮຽກຮ້ອງໃຫ້ລຶບລ້າງແນວຄວາມຄິດທີ່ວ່າ "ເຕັກໂນໂລຊີເປັນເລື່ອງຍາກ" ແລະ ເປີດໃຈຮັບເອົາການປ່ຽນແປງ ເພື່ອພັດທະນາຕົນເອງ ແລະ ພາກສ່ວນຂອງຕົນໃຫ້ມີຄວາມກ້າວໜ້າ. ໃນຕອນທ້າຍ, ທ່ານຍັງໄດ້ຢືນຢັນວ່າ ພະແນກ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ ພ້ອມສະເໝີທີ່ຈະເປັນກຳລັງໜູນ, ສ້າງກົນໄກການປະສານງານທີ່ຄ່ອງຕົວ ແລະ ໃຫ້ການສະໜັບສະໜູນທາງດ້ານເຕັກນິກວິຊາການຢ່າງໃກ້ຊິດ ເພື່ອເຮັດໃຫ້ການຫັນເປັນລັດຖະບານດິຈິຕອນ ຢູ່ເມືອງຫຼາ ມີຄວາມເຂັ້ມແຂງ ແລະ ຍືນຍົງ.


ອານົງສັກ 19 ຊົ່ວໂມງຜ່ານມາ

ເນື້ອຫາທີ່ກ່ຽວຂ້ອງ:

ແຈ້ງການເຫດສຸກເສີນ

ກະລຸນາແຈ້ງໃຫ້ພວກເຮົາຊາບ

ວັນສ້າງຕັ້ງສະຫະພັນແມ່ຍິງລາວ

...

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ

...

ຕິດຕາມພວກເຮົາທາງເຟສບຸກ