ໃນວັນທີ 21 ກັນຍາ 2026 ຜ່ານມາ, ທີ່ຫ້ອງປະຊຸມພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ, ໄດ້ມີການຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານ ແລະ ຍ້ອງຍໍຜົນງານປະຈຳປີ 2026 ຂອງພະນັກງານ-ລັດຖະກອນ ພາຍໃນພະແນກຂຶ້ນຢ່າງເປັນທາງການ. ກອງປະຊຸມດັ່ງກ່າວ ໃຫ້ກຽດເປັນປະທານໂດຍ ທ່ານ ອານົງສັກ ສັນຕິສຸກ ກຳມະການໜ່ວຍພັກ, ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ, ໂດຍມີບັນດາພະນັກງານ-ລັດຖະກອນ ພາຍໃນພະແນກເຂົ້າຮ່ວມ.
ການຈັດຕັ້ງກອງປະຊຸມປະເມີນຜົນໃນຄັ້ງນີ້ ແມ່ນປະຕິບັດຕາມແຈ້ງການ ຂອງຄະນະຈັດຕັ້ງແຂວງ ສະບັບເລກທີ 1152/ຄຈຂ, ລົງວັນທີ 11 ສິງຫາ 2026 ວ່າດ້ວຍການປະເມີນຜົນການປະຕິບັດວຽກງານ ແລະ ຍ້ອງຍໍຜົນງານ ປະຈຳປີ 2026. ຈຸດປະສົງຫຼັກແມ່ນເພື່ອເຮັດໃຫ້ການປະເມີນຜົນການປະຕິບັດວຽກງານ ແລະ ການສະເໜີຍ້ອງຍໍຜົນງານປະຈໍາປີ ຂອງພະນັກງານ-ລັດຖະກອນ ດຳເນີນໄປຄຽງຄູ່ກັນ ແລະ ມີຄວາມເປັນເອກະພາບກັນ. ກອງປະຊຸມຍັງເປັນການສະຫຼຸບຕີລາຄາຄືນເຖິງຜົນງານ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕະຫຼອດໄລຍະ 1 ປີຜ່ານມາ.
ອີງຕາມແຈ້ງການ, ການຈັດລະດັບຜົນປະເມີນ ຈະແບ່ງອອກເປັນ 5 ລະດັບ ຄື: ດີຫຼາຍ, ດີ, ກາງ, ອ່ອນ ແລະ ອ່ອນຫຼາຍ. ໂດຍການຕັດສິນຜົນແມ່ນອີງໃສ່ຜົນການປະຕິບັດວຽກງານຕົວຈິງ, ຄວາມຮັບຜິດຊອບ, ຫົວຄິດປະດິດສ້າງ, ຄຸນສົມບັດສິນທຳປະຕິວັດ, ລະບຽບວິໄນ ແລະ ການປະກອບຄຳຄິດເຫັນຂອງເພື່ອນຮ່ວມງານ ແລະ ການຈັດຕັ້ງ. ຜົນຂອງການປະເມີນໃນຄັ້ງນີ້ ຈະຖືກນຳໄປເປັນບ່ອນອີງໃນການພິຈາລະນາສະເໜີຍ້ອງຍໍຜົນງານປະຈຳປີ ໃນຂັ້ນຕໍ່ໄປ.