ໃນລະຫວ່າງວັນທີ 17-18 ກັນຍາ 2026 ທີ່ຜ່ານມາ, ຢູ່ທີ່ຫ້ອງວ່າການເມືອງນາໝໍ້ ແຂວງອຸດົມໄຊ, ພະແນກ ເຕັກໂນໂລຊີ ແລະ ການສື່ສານ ໄດ້ສົມທົບກັບ ຫ້ອງວ່າການເມືອງນາໝໍ້ ຈັດຊຸດຝຶກອົບຮົມສຳມະນາໃນຫົວຂໍ້ “ຄວາມຮູ້ເບື້ອງຕົ້ນການຫັນເປັນດິຈິຕອນ ແລະ ພື້ນຖານການນຳໃຊ້ປັນຍາປະດີດ (AI) ເຂົ້າໃນວຽກບໍລິຫານລັດ ຢູ່ເມືອງນາໝໍ້” ຂຶ້ນຢ່າງເປັນທາງການ. ພິທີເປີດຊຸດຝຶກອົບຮົມດັ່ງກ່າວ ໄດ້ຮັບກຽດເຂົ້າຮ່ວມ ແລະ ກ່າວເປີດພິທີໂດຍ ທ່ານ ຄຳຈັນ ລາວຈື່ເບັ້ງ ປະທານຄະນະກຳມະການປົກຄອງເມືອງນາໝໍ້, ໂດຍມີ ທ່ານ ອານົງສັກ ສັນຕິສຸກ ຮອງຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ ເຂົ້າຮ່ວມເປັນກຽດ. ພ້ອມດຽວກັນນີ້, ຍັງມີຄະນະທີມງານວິທະຍາກອນຈາກແຂວງ, ຕະຫຼອດຮອດຄະນະຫ້ອງການອ້ອມຂ້າງເມືອງ ແລະ ພະນັກງານວິຊາການພາຍໃນເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ການຈັດຕັ້ງຊຸດຝຶກອົບຮົມໃນຄັ້ງນີ້ ແມ່ນນອນຢູ່ໃນແຜນການລົງເຄື່ອນໄຫວຊຸກຍູ້ວຽກງານເຕັກໂນໂລຊີ ແລະ ການສື່ສານ ຢູ່ 07 ຕົວເມືອງ ປະຈຳປີ 2026 ຂອງພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ. ຈຸດປະສົງຫຼັກແມ່ນເພື່ອຜັນຂະຫຍາຍແຜນພັດທະນາວຽກງານ ເຕັກໂນໂລຊີ ແລະ ການສື່ສານ 05 ປີ ຂອງແຂວງ ລົງສູ່ການຈັດຕັ້ງປະຕິບັດເປັນກິດຈະກຳຕົວຈິງຢູ່ທ້ອງຖິ່ນ. ພ້ອມທັງເປັນການສ້າງຄວາມຮັບຮູ້ ແລະ ຄວາມເປັນເອກະພາບໃຫ້ແກ່ຂັ້ນເມືອງ ກ່ຽວກັບຄວາມສຳຄັນຂອງການຫັນເປັນດິຈິຕອນ ເຊິ່ງເປັນວຽກບູລິມະສິດທີ່ຕ້ອງໄດ້ເລັ່ງດຳເນີນ ເພື່ອສ້າງລັດຖະບານດິຈິຕອນ (Digital Government) ແລະ ສ້າງພື້ນຖານເສດຖະກິດດິຈິຕອນ (Digital Economic).
ຕະຫຼອດໄລຍະ 2 ວັນຂອງການຝຶກອົບຮົມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຄະນະກຳມະການເພື່ອການຫັນເປັນດິຈິຕອນ ແລະ ຄະນະກຳມະການຄຸ້ມຄອງອິນເຕີເນັດ ຂັ້ນເມືອງນາໝໍ້ ເພື່ອເປັນກົນໄກຂັບເຄື່ອນວຽກງານໃນຕໍ່ໜ້າ. ພ້ອມດຽວກັນນັ້ນ, ກໍໄດ້ຮັບຟັງການນຳສະເໜີພາບລວມຂອງການຫັນເປັນດິຈິຕອນ ແລະ ໃຫ້ຄວາມຮູ້ກ່ຽວກັບພື້ນຖານການນຳໃຊ້ປັນຍາປະດິດ (AI) ໃນການບໍລິຫານພາກລັດ.
ນອກຈາກນີ້, ທີມງານວິທະຍາກອນ ຍັງໄດ້ນຳພາສຳມະນາກອນລົງມືປະຕິບັດຕົວຈິງ ໃນການນຳໃຊ້ລະບົບສື່ສານພາກລັດ ເປັນຕົ້ນແມ່ນ: ການນຳໃຊ້ລະບົບຈັດໝາຍເອເລັກໂຕຣນິກພາກລັດ (Webmail) ແລະ ລະບົບສົນທະນາ G-Chat ໂດຍສາມາດໃຊ້ງານໄດ້ທັງຜ່ານສະມາດໂຟນ ແລະ ຄອມພິວເຕີ. ຈຸດພົ້ນເດັ່ນຂອງການຝຶກອົບຮົມໃນຄັ້ງນີ້ ແມ່ນການຝຶກທັກສະການຂຽນຄຳສັ່ງ (Prompt) ຜ່ານລະບົບ Lao AI ແລະ Google Gemini ເພື່ອສັ່ງງານໃຫ້ AI ຊ່ວຍຮ່າງບົດສະເໜີໂຄງການ, ຮ່າງນິຕິກຳ, ວິເຄາະ-ສັງລວມເອກະສານຂະໜາດໃຫຍ່, ຈັດການເອກະສານດ້ວຍລະບົບ OCR, ຕະຫຼອດຮອດການແປພາສາທາງການ ແລະ ການຂຽນຂ່າວເພື່ອເຜີຍແຜ່. ເຄື່ອງມືເຫຼົ່ານີ້ ຈະກາຍເປັນພາກສ່ວນສຳຄັນທີ່ຊ່ວຍຫຼຸດຜ່ອນເວລາ ແລະ ເພີ່ມປະສິດທິພາບໃນການບໍລິຫານວຽກງານຫ້ອງການໄດ້ຢ່າງຫຼວງຫຼາຍ.
ໃນພິທີປິດຝຶກອົບຮົມ ວັນທີ 18 ກັນຍາ, ທ່ານ ນາງ ປິ່ນຄຳ ອຸ່ນລະຄອນ ຫົວໜ້າພະແນກ ຕສ ແຂວງ ໄດ້ມີຄຳເຫັນສະຫຼຸບຕີລາຄາຜົນສຳເລັດຂອງກອງປະຊຸມ. ທ່ານໄດ້ຮຽກຮ້ອງໃຫ້ບັນດາຫ້ອງການອ້ອມຂ້າງເມືອງ ຈົ່ງນຳເອົາບົດຮຽນ ແລະ ເຄື່ອງມືເຕັກໂນໂລຊີທີ່ໄດ້ຮຽນຮູ້ໃນຄັ້ງນີ້ ໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງຢ່າງຕໍ່ເນື່ອງ. ພ້ອມທັງໄດ້ມອບໝາຍໃຫ້ໜ່ວຍງານ ຕສ ເມືອງ ສືບຕໍ່ກຳນົດແຜນປະຕິບັດງານຂອງຕົນໃຫ້ຊັດເຈນ ເພື່ອຍູ້ແຮງວຽກງານເຕັກໂນໂລຊີ ແລະ ການສື່ສານ ຢູ່ເມືອງນາໝໍ້ ໃຫ້ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.