ໃນວັນທີ 21 ກັນຍາ 2026 ຜ່ານມາ, ຢູ່ທີ່ຫ້ອງປະຊຸມ 3 ອົງການຈັດຕັ້ງມະຫາຊົນ, ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ໄດ້ສົມທົບກັບ ສະຫະພັນແມ່ຍິງແຂວງອຸດົມໄຊ ຈັດກອງປະຊຸມຝຶກອົບຮົມ ພາຍໃຕ້ຫົວຂໍ້ "ການຫັນເປັນທັນສະໄໝວຽກງານບໍລິຫານລັດ ໃນຍຸກດິຈິຕອນ" ຂຶ້ນຢ່າງເປັນທາງການ. ກອງປະຊຸມຄັ້ງນີ້ ໃຫ້ກຽດເປັນປະທານໂດຍ ທ່ານ ນາງ ອໍາພອນ ອິນຕະລາ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ໂດຍມີຄະນະປະທານສະຫະພັນແມ່ຍິງແຂວງ, ຕົວແທນຈາກສະຫະພັນແມ່ຍິງ 7 ເມືອງ ຕະຫລອດຮອດພະນັກງານ-ລັດຖະກອນ ພາຍໃນສະຫະພັນແມ່ຍິງແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.
ການຈັດຕັ້ງຝຶກອົບຮົມໃນຄັ້ງນີ້ ແມ່ນດຳເນີນໄປຕາມແຜນການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານການຫັນເປັນດິຈິຕອນ ຂອງແຂວງ ທີ່ທາງພະແນກເຕັກໂນໂລຊີ ແລະ ການສື່ສານ ໄດ້ລົງຊຸກຍູ້ບັນດາຂະແໜງການອ້ອມຂ້າງຢ່າງຕໍ່ເນື່ອງ. ພ້ອມດຽວກັນນັ້ນ, ກໍເພື່ອເປັນການຜັນຂະຫຍາຍແຜນພັດທະນາແມ່ຍິງແຂວງສະໄໝທີ X ໂດຍແນໃສ່ສ້າງຄວາມເຂັ້ມແຂງ, ສ້າງໂອກາດໃຫ້ພະນັກງານສະຫະພັນແມ່ຍິງອາຊີບ ໄດ້ຮຽນຮູ້ບົດຮຽນ ແລະ ເພີ່ມພູນທັກສະໃໝ່ໆດ້ານເຕັກໂນໂລຊີ ເຂົ້າໃນການເຮັດວຽກຕົວຈິງ ໃຫ້ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ຂອງຍຸກດິຈິຕອນ.
ໃນໂອກາດດັ່ງກ່າວ, ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ໄດ້ແຕ່ງຕັ້ງທີມງານຄູຝຶກວິຊາການ ເຊິ່ງນຳໂດຍ ທ່ານ ບຸນທະວີ ອິນທະນາມ ຮອງຫົວໜ້າຂະແໜງ ເຕັກໂນໂລຊີ ແລະ ນະວັດຕະກຳ ພ້ອມດ້ວຍພະນັກງານວິຊາການ ຈາກຂະແໜງດິຈິຕອນ ແລະ ຄວາມປອດໄພໄຊເບີ, ຂະແໜງ ເຕັກໂນໂລຊີ ແລະ ນະວັດຕະກຳ ເປັນຄູຝຶກ ບັນຍາຍນຳສະເໜີສະພາບລວມຂອງການຫັນເປັນດິຈິຕອນ ແລະ ຖ່າຍທອດບົດຮຽນພາກປະຕິບັດຕົວຈິງຢ່າງໃກ້ຊິດ. ເນື້ອໃນສຳຄັນທີ່ນຳມາຝຶກອົບຮົມປະກອບມີ:
- ການນຳໃຊ້ລະບົບຈົດໝາຍເອເລັກໂຕຣນິກພາກລັດ (E-mail) ເພື່ອໃຫ້ສາມາດຮັບ-ສົ່ງຂໍ້ມູນ, ເອກະສານ ແລະ ໜັງສືລັດຖະການໄດ້ຢ່າງຖືກຕ້ອງ, ວ່ອງໄວ ແລະ ປອດໄພ.
- ການນຳໃຊ້ລະບົບສື່ສານພາກລັດ (G-Chat + Lao AI) ເພື່ອເສີມສ້າງການປະສານງານລະຫວ່າງແຂວງກັບ 7 ເມືອງ ພ້ອມທັງທົດລອງນຳໃຊ້ AI ເປັນເຄື່ອງມືຊ່ວຍຄົ້ນຄວ້າ, ສັງລວມຂໍ້ມູນ, ການແປພາສາ, ການຮ່າງ ແລະ ກວດກາເອກະສານ.
- ການນຳໃຊ້ລະບົບຂໍ້ມູນຮ່ວມພາກລັດ (G-Drive) ໃນການສ້າງລະບົບຈັດເກັບ, ແບ່ງປັນ (Share) ແລະ ສ້າງ QR Code ເພື່ອຫຼຸດຜ່ອນການສູນເສຍຂໍ້ມູນ ແລະ ຫຼຸດການໃຊ້ເຈ້ຍ.
ການລົງສົມທົບ ແລະ ສົ່ງຄູຝຶກໄປຍົກລະດັບໃນຄັ້ງນີ້ ແມ່ນແນໃສ່ສ້າງຄວາມຮັບຮູ້ ແລະ ຄວາມຊຳນານໃຫ້ແກ່ພະນັກງານຍິງ ໃນການນຳໃຊ້ເຄື່ອງມືເອເລັກໂຕຣນິກເຂົ້າຊ່ວຍໃນການບໍລິຫານວຽກງານ ເພື່ອປັບປຸງລະບົບການເຮັດວຽກຂອງສະຫະພັນແມ່ຍິງແຂວງ ແລະ ເມືອງ ໃຫ້ມີຄວາມເປັນລະບົບ, ວ່ອງໄວ, ກະທັດຮັດ, ພ້ອມທັງປະຢັດທັງເວລາ ແລະ ງົບປະມານຂອງລັດ.
ໃນຕອນທ້າຍຂອງກອງປະຊຸມ, ທ່ານ ນາງ ອໍາພອນ ອິນຕະລາ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ໄດ້ໃຫ້ກຽດໂອ້ລົມ, ມີທິດຊີ້ນໍາໃນການຈັດຕັ້ງປະຕິບັດ ແລະ ກ່າວປິດຊຸດຝຶກອົບຮົມຢ່າງເປັນທາງການ.