ໃນຕອນເຊົ້າຂອງວັນທີ 16 ກໍລະກົດ 2026, ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ໄດ້ເຂົ້າຮ່ວມການຝຶກອົບຮົມການຄຸ້ມຄອງລະບົບສື່ສານພາກລັດ ( G-Chat V2 + AI ) ສຳລັບຜູ້ຄຸ້ມຄອງລະບົບ ( Admin ) ຂັ້ນແຂວງ/ນະຄອນຫຼວງ ທົ່ວປະເທດ ຜ່ານລະບົບປະຊຸມທາງໄກ ( Video Conference ). ການຝຶກອົບຮົມຄັ້ງນີ້ ຈັດໂດຍສູນບໍລິຫານລັດດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໂດຍການເປັນປະທານຂອງ ທ່ານ ຄໍາຜາຍ ອິນທະຣາ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີຜູ້ເຂົ້າຮ່ວມຈາກພະແນກ ເຕັກໂນໂລຊີ ແລະ ການສື່ສານ 18 ແຂວງທົ່ວປະເທດ ທັງໝົດຈຳນວນ 60 ກວ່າທ່ານ
ຈຸດປະສົງສຳຄັນຂອງການຝຶກອົບຮົມໃນຄັ້ງນີ້, ແມ່ນເພື່ອພັດທະນາຄວາມຮູ້ ແລະ ທັກສະໃນການຄຸ້ມຄອງບັນຊີຜູ້ໃຊ້, ການຈັດການຂໍ້ມູນ, ການກຳນົດສິດການນຳໃຊ້ ແລະ ການແກ້ໄຂບັນຫາເບື້ອງຕົ້ນຂອງລະບົບ. ພ້ອມກັນນັ້ນ, ຍັງເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ບຸກຄະລາກອນພາກລັດຢູ່ຂັ້ນແຂວງ ໃຫ້ສາມາດຄຸ້ມຄອງລະບົບໄດ້ດ້ວຍຕົນເອງ, ຊຶ່ງເປັນການນຳເອົາລະບົບດິຈິຕອນມານຳໃຊ້ໃນວຽກງານປະຈຳວັນ ເພື່ອເພີ່ມປະສິດທິພາບການສື່ສານ ແລະ ການປະສານງານລະຫວ່າງອົງກອນພາກລັດດ້ວຍກັນ. ການຈັດຝຶກອົບຮົມດັ່ງກ່າວ ຖືເປັນອີກໜຶ່ງກ້າວສຳຄັນໃນການພັດທະນາ ທັກສະດິຈິຕອນຂອງບຸກຄະລາກອນພາກລັດ ແລະ ສົ່ງເສີມການຫັນເປັນລັດຖະບານດິຈິຕອນຂອງ ສປປ ລາວ ໃຫ້ມີຄວາມຄືບໜ້າຢ່າງເປັນຮູບປະທຳ ໂດຍມີລະບົບ G-Chat ເປັນໜຶ່ງໃນເຄື່ອງມືສຳຄັນທີ່ຊ່ວຍເຊື່ອມໂຍງການສື່ສານຂອງພາກລັດໃຫ້ມີປະສິດທິພາບ ແລະ ປອດໄພສູງ.
ໃນພິທີເປີດຝຶກອົບຮົມ ທ່ານ ຄໍາຜາຍ ອິນທະຣາ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ ໄດ້ເນັ້ນໃຫ້ເຫັນຄວາມສຳຄັນ ແລະ ຄວາມຈຳເປັນໃນການຫັນເປັນທັນສະໄໝ ຂອງທຸກຂະແໜງການ ຕາມແຜນການຫັນເປັນດິຈິຕອນຂອງລັດຖະບານ ສປປ ລາວ. ຊຶ່ງການຫັນເປັນລັດຖະບານດິຈິຕອນ ແມ່ນໜຶ່ງໃນວຽກງານສຳຄັນຂອງສາມເສົາຄ້ຳ ຄື: ລັດຖະບານດິຈິຕອນ, ເສດຖະກິດດິຈິຕອນ ແລະ ສັງຄົມດິຈິຕອນ. ສະນັ້ນ, ຕ້ອງໄດ້ຫັນການບໍລິຫານ ແລະ ບໍລິການຂອງພາກລັດເປັນດິຈິຕອນ ເພື່ອສ້າງຄວາມອາດສາມາດໃນການຄຸ້ມຄອງ ແລະ ໃຫ້ບໍລິການພາກລັດ ໃຫ້ມີຄວາມຫຼາກຫຼາຍ, ມີຄວາມສະດວກ, ວ່ອງໄວ ແລະ ຮັບປະກັນຄວາມປອດໄພດ້ານຂໍ້ມູນ, ພ້ອມຍັງເປັນການເຊື່ອມໂຍງການສື່ສານພາກລັດ ກັບລະບົບປັນຍາປະດິດລາວ ( Lao AI ) ເຊີ່ງນອກຈາກອໍານວຍຄວາມສະດວກໃຫ້ການບໍລິຫານຈັດການຂອງພາກລັດແລ້ວ ຍັງເປັນເງື່ອນໄຂ ທີ່ສໍາຄັນກ້າວໄປສູ່ບໍລິການພາກລັດໄປສູ່ປະຊາຊົນໄດ້ວ່ອງໄວມີຄວາມສະດວກຂຶ້ນກວ່າເກົ່າ.
ການຝຶກອົບຮົມ ຍັງໄດ້ເປັນເວທີເປີດໂອກາດໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມ ໄດ້ຮ່ວມສົນທະນາ-ແລກປ່ຽນຄວາມຄິດເຫັນກ່ຽວກັບປະສົບການໃນການຄຸ້ມຄອງ, ນຳໃຊ້ລະບົບ ( Platforms ) ບໍລິການລັດ ເພື່ອເປັນຂໍ້ມູນໃນການປັບປຸງ ແລະ ພັດທະນາລະບົບ ໃຫ້ສາມາດນຳໃຊ້ ເຂົ້າໃນວຽກງານຕົວຈິງໄດ້ຢ່າງມີປະສິດທິພາບ ແລະ ໄດ້ຮັບຜົນປະໂຫຍດສູງສຸດ ເພື່ອເຮັດໃຫ້ການຫັນເປັນລັດຖະບານດິຈິຕອນ ເປັນຮູບປະທຳ ແລະ ກໍ່ໃຫ້ເກີດຜົນປະໂຫຍດຢ່າງຈະແຈ້ງ ຂຶ້ນເທື່ອລະກ້າວ.