ຕອນແລງວັນທີ 16 ກໍລະກົດ 2026, ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ສົມທົບ ກັບຫ້ອງວ່າການແຂວງ ແລະ ສູນບໍລິຫານລັດດິຈິຕອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການປັບປຸງ ແລະ ຂະຫຍາຍການນຳໃຊ້ລະບົບຫ້ອງການທັນສະໄໝ (E-Office) ຢູ່ແຂວງອຸດົມໄຊ ຜ່ານລະບົບກອງປະຊຸມທາງໄກ (Video Conference).
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອທົບທວນຜົນການນຳໃຊ້ລະບົບຫ້ອງການທັນສະໄໝ (E-Office) ໃນໄລຍະຜ່ານມາ ພ້ອມທັງປຶກສາຫາລືເຖິງຂໍ້ດີ, ຂໍ້ຈຳກັດ ແລະ ຄວາມຕ້ອງການໃນການປັບປຸງລະບົບ ແລະ ຂະຫຍາຍການນຳໃຊ້ ເພື່ອໃຫ້ຮອງຮັບການເຮັດວຽກຕົວຈິງຂອງອົງການພາກລັດ ໃຫ້ມີສະດວກ, ວ່ອງໄວ ແລະ ປອດໄພ ຍິ່ງຂຶ້ນ.
ໃນກອງປະຊຸມ, ທ່ານ ອານົງສັກ ສັນຕິສຸກ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ໄດ້ລາຍງານສະພາບການນຳໃຊ້ລະບົບຫ້ອງການທັນສະໄໝ (E-Office) ຢູ່ແຂວງອຸດົມໄຊ ໃນໄລຍະຜ່ານມາ ພ້ອມທັງນຳສະເໜີຄວາມຕ້ອງການ ແລະ ແນວທາງໃນການປັບປຸງລະບົບໃຫ້ສາມາດຕອບສະໜອງການນຳໃຊ້ຂອງບັນດາພະແນກການ, ອົງການລັດຕ່າງໆ ພາຍໃນແຂວງອຸດົມໄຊ ໃຫ້ມີປະສິດທິພາບສູງ; ຈາກນັ້ນທັງສາມຝ່າຍ ໄດ້ຮ່ວມກັນແລກປ່ຽນບົດຮຽນ ແລະ ສະເໜີຂໍ້ຄິດເຫັນ, ແນວທາງການພັດທະນາລະບົບຫ້ອງການທັນສະໄໝ (E-Office) ໂດຍເນັ້ນໃສ່ການຍົກລະດັບປະສິດທິພາບໂຄງລ່າງພື້ນຖານ, ການເພີ່ມຂີດຄວາມສາມາດໃນການຮອງຮັບຜູ້ໃຊ້ງານ, ຄວາມໄວໃນການປະມວນຜົນ, ຄວາມປອດໄພ ແລະ ການຍົກລະດັບຄວາມອາດສາມາດຂອງຜູ້ຄຸ້ມຄອງລະບົບ ເພື່ອຮອງຮັບການຂະຫຍາຍການນຳໃຊ້ລະບົບ ໃນອະນາຄົດ.