Banner

ຝຶກອົບຮົມລະບົບ E-BOOK Platform ເພື່ອຍົກລະດັບການສຶກສາໃຫ້ທັນສະໄໝ ທີ່ແຂວງອຸດົມໄຊ

ໃນລະຫວ່າງວັນທີ 29 ຫາ 30 ມິຖຸນາ 2026, ທີ່ພະແນກເຕັກໂນໂລຊີ ແລະ ການສື່ສານ (ຕສ) ແຂວງອຸດົມໄຊ ໄດ້ມີການຈັດກອງປະຊຸມສໍາມະນາ, ເຜີຍແຜ່ ແລະ ຝຶກອົບຮົມການນໍາໃຊ້ລະບົບ E-BOOK Platform. ກອງປະຊຸມຄັ້ງນີ້ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ໄຊສົງຄາມ ພານຸວົງ, ຫົວໜ້າສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດສະລິຍະ (ສຕອ), ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ອານົງສັກ ສັນຕິສຸກ, ຮອງຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ.

ຈຸດປະສົງຫຼັກຂອງການລົງເຄື່ອນໄຫວ ແລະ ຈັດຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອເປັນການເຜີຍແຜ່, ແນະນຳ ແລະ ຊຸກຍູ້ການນຳໃຊ້ລະບົບ E-BOOK Platform ເຂົ້າໃນຂົງເຂດການສຶກສາ ເຊິ່ງເປັນໂຄງການສຳຄັນທີ່ແນໃສ່ຊ່ວຍຍົກລະດັບການຮຽນ-ການສອນ ຂອງມະຫາວິທະຍາໄລ ແລະ ບັນດາສະຖາບັນການສຶກສາໃຫ້ມີຄວາມທັນສະໄໝ. ກອງປະຊຸມດັ່ງກ່າວ ມີຜູ້ເຂົ້າຮ່ວມຢ່າງພ້ອມພຽງ ເຊິ່ງປະກອບມີຄະນະຊ່ຽວຊານຈາກສະຖາບັນ, ຄະນະຮັບຜິດຊອບ ແລະ ພະນັກງານ-ສຳມະນາກອນ ທີ່ຕາງໜ້າຈາກ ພະແນກ ຕສ ແຂວງອຸດົມໄຊ, ພະແນກ ຕສ ແຂວງຜົ້ງສາລີ, ພະແນກສຶກສາທິການ ແລະ ກິລາແຂວງອຸດົມໄຊ, ໂຮງຮຽນວິຊາຊີບແບບປະສົມ ຕະຫຼອດຮອດອົງການຈັດຕັ້ງມະຫາຊົນ (ຊາວໜຸ່ມ, ກຳມະບານ ແລະ ສະຫະພັນແມ່ຍິງແຂວງ).

ຕະຫຼອດໄລຍະເວລາ 2 ວັນເຕັມ ຂອງການດຳເນີນກອງປະຊຸມຝຶກອົບຮົມ, ບັນດາສຳມະນາກອນໄດ້ຮັບຟັງການນຳສະເໜີພາບລວມຂອງລະບົບ, ພ້ອມທັງໄດ້ລົງເລິກຝຶກປະຕິບັດຕົວຈິງ ກ່ຽວກັບວິທີການນຳໃຊ້ລະບົບ E-BOOK Platform ແລະ ໄດ້ມີການທວນຄືນ, ຖາມ-ຕອບ ຂໍ້ຂ້ອງໃຈນຳຄະນະຮັບຜິດຊອບຢ່າງກົງໄປກົງມາ. ຜົນສຳເລັດຂອງກອງປະຊຸມຄັ້ງນີ້ ຈະເປັນບາດກ້າວສຳຄັນໃນການຊຸກຍູ້ໃຫ້ບຸກຄະລາກອນຂັ້ນທ້ອງຖິ່ນ ສາມາດນຳເອົາເຕັກໂນໂລຊີ ແລະ ແພລດຟອມດັ່ງກ່າວ ໄປໝູນໃຊ້ເຂົ້າໃນການພັດທະນາວຽກງານວິຊາສະເພາະ ຂອງກົມກອງຕົນ ໃຫ້ມີປະສິດທິຜົນສູງຂຶ້ນ.

ແກ່ນຈັນ 2 ມື້ຜ່ານມາ

ແຈ້ງການເຫດສຸກເສີນ

ກະລຸນາແຈ້ງໃຫ້ພວກເຮົາຊາບ

ວັນກໍາມະກອນສາກົນ

...

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ

...

ຕິດຕາມພວກເຮົາທາງເຟສບຸກ