Banner

ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງອຸດົມໄຊ ຈັດຕັ້ງເຜີຍແຜ່ດຳລັດ ວ່າດ້ວຍກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ ຢູ່ຂັ້ນທ້ອງຖິ່ນ

ໃນວັນທີ 1 ກໍລະກົດ 2026 ນີ້, ຫ້ອງການກອງເລຂາກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ (ຫກທດ), ກະຊວງເຕັກໂນໂລຊີ ແລະ ການສື່ສານ ສົມທົບ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ຈັດກອງປະຊຸມເຜີຍແຜ່ດໍາລັດ ວ່າດ້ວຍກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ ສະບັບເລກທີ 278/ລບ, ລົງວັນທີ 22 ພຶດສະພາ 2024. ຂຶ້ນຢູ່ທີ່ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ. ກອງປະຊຸມໃນຄັ້ງນີ້ໃຫ້ກຽດເປັນປະທານໂດຍ ທ່ານ ຕູ້ຍລີ ຕົວຢົງຈີ ຮອງຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ມີບັນດາທ່ານຄະນະພະແນກ, ອົງກອນອອ້ມຂ້າງແຂວງ, ຄະນະຫ້ອງວ່າການເມືອງ 7 ເມືອງ, ໜ່ວຍງານເຕັກໂນໂລຊີ ແລະ ການສື່ສານ ເມືອງ ແລະ ພະນັກງານ-ລັດຖະກອນ ອ້ອມຂ້າງແຂວງ ເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບຄວາມໝາຍຄວາມສຳຄັນຂອງດຳລັດດັ່ງກ່າວ ໃຫ້ແກ່ພະນັກງານພາຍໃນພະແນກເຕັກໂນໂລຊີ ແລະ ການສື່ສານ (ຕສ) ແຂວງ, ເມືອງ ແລະ ບັນດາຂະແໜງການອ້ອມຂ້າງ ພາຍໃນແຂວງ.

ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ເນື້ອໃນທີ່ສຳຄັນຂອງດຳລັດ ເຊິ່ງລະບຸວ່າ ກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ (ກທດ) ແມ່ນກອງທຶນລັດ ທີ່ສ້າງຕັ້ງຂຶ້ນເພື່ອລະດົມທຶນ, ຄຸ້ມຄອງ ແລະ ນຳໃຊ້ງົບປະມານເຂົ້າໃນການຂະຫຍາຍໂຄງລ່າງພື້ນຖານ, ສົ່ງເສີມການເຂົ້າເຖິງການບໍລິການໂທລະຄົມ ແລະ ໄອຊີທີ (ICT) ຢ່າງທົ່ວເຖິງ, ພ້ອມທັງຊຸກຍູ້ການຫັນເປັນດິຈິຕອນໃນທົ່ວສັງຄົມ. ກອງທຶນມີເປົ້າໝາຍການນຳໃຊ້ທັງໝົດ 9 ເປົ້າໝາຍ ເຊິ່ງໜຶ່ງໃນເປົ້າໝາຍສຳຄັນທີ່ສຸດແມ່ນ ການບໍລິການໂທລະຄົມມະນາຄົມທົ່ວເຖິງ ໂດຍການຂະຫຍາຍເຄືອຂ່າຍໄປສູ່ເຂດຫ່າງໄກສອກຫຼີກ ທີ່ບໍລິສັດເອກະຊົນບໍ່ລົງທຶນ ເຊິ່ງປັດຈຸບັນໃນທົ່ວປະເທດ ຍັງມີຫຼາຍບ້ານ ທີ່ຍັງບໍ່ທັນມີສັນຍານ. ນອກຈາກນີ້, ຍັງໄດ້ຮັບຊົມວິດີໂອສະແດງຜົນສຳເລັດຂອງໂຄງການຕ່າງໆໃນໄລຍະຜ່ານມາ. ພ້ອມດຽວກັນນັ້ນ, ກອງປະຊຸມຍັງໄດ້ມີໂອກາດສົນທະນາແລກປ່ຽນ ແລະ ຕັ້ງຄຳຖາມຂໍ້ຂ້ອງໃຈນຳຕາງໜ້າຫ້ອງການກອງເລຂາກອງທຶນ ຢ່າງກົງໄປກົງມາ ແລະ ເປັນເອກະພາບກັນ. ການເຜີຍແຜ່ຄັ້ງນີ້ ໄດ້ຊ່ວຍກະກຽມຄວາມພ້ອມໃຫ້ແກ່ທ້ອງຖິ່ນ ໃນການຄົ້ນຄວ້າສະເໜີໂຄງການ ເພື່ອຍາດແຍ່ງເອົາທຶນດັ່ງກ່າວມາພັດທະນາໂຄງລ່າງພື້ນຖານດິຈິຕອນຂອງແຂວງ ໃນບາດກ້າວຕໍ່ໄປ.

ແກ່ນຈັນ 2 ມື້ຜ່ານມາ

ແຈ້ງການເຫດສຸກເສີນ

ກະລຸນາແຈ້ງໃຫ້ພວກເຮົາຊາບ

ວັນກໍາມະກອນສາກົນ

...

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ

...

ຕິດຕາມພວກເຮົາທາງເຟສບຸກ