ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ; ຕອບສະໜອງຕາມຄຳເຊື້ອເຊີນຂອງ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງເຊີນລາ, ໃນລະຫວ່າງວັນທີ 13-15 ພຶດສະພາ 2026, ຄະນະຜູ້ແທນຈາກ ພະແນກເຕັກໂນໂລຊີ ແລະ ການສື່ສານ 3 ແຂວງ ຂອງ ສປປ ລາວ ປະກອບມີ: ແຂວງອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກ ແລກປ່ຽນບົດຮຽນ ກ່ຽວກັບວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອນ ທີ່ແຂວງເຊີນລາ.
ໃນກອງປະຊຸມຄັ້ງນີ້, ຝ່າຍ ສສ ຫວຽດນາມ ນຳພາໂດຍ ທ່ານ ນາງ ຟາມ ທິ ຢວນ, ຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງເຊີນລາ. ຝ່າຍ ສປປ ລາວ ນຳພາໂດຍ ບັນດາຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ຈາກ 3 ແຂວງ, ໃນນັ້ນ ແຂວງອຸດົມໄຊ ນຳພາໂດຍ ທ່ານ ນາງ ປິ່ນຄຳ ອຸ່ນລະຄອນ ຫົວໜ້າພະແນກເຕັກໂນໂລໂຊີ ແລະ ການສື່ສານ ແຂວງ, ພ້ອມດ້ວຍຄະນະພະແນກ, ຫົວໜ້າຂະແໜງ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໄດ້ເນັ້ນໜັກການສົນທະນາ ແລະ ແລກປ່ຽນບົດຮຽນຕົວຈິງ ໃນການຜັນຂະຫຍາຍນະໂຍບາຍການຫັນເປັນດິຈິຕອນ ຕາມ 3 ເສົາຄ້ຳ ຄື:
- ລັດຖະບານດິຈິຕອນ (Digital Government)
- ເສດຖະກິດດິຈິຕອນ (Digital Economy)
- ສັງຄົມດິຈິຕອນ (Digital Society)
ທັງສອງຝ່າຍໄດ້ຮ່ວມກັນຕີລາຄາຄືນດ້ານດີ, ຂໍ້ຈຳກັດ ແລະ ສິ່ງທ້າທາຍ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເພື່ອຊຸກຍູ້ການຫັນເປັນດິຈິຕອນໃນລະດັບທ້ອງຖິ່ນ (ແຂວງ, ເມືອງ ແລະ ຕາແສງ) ໃຫ້ມີຄວາມເຂັ້ມແຂງ ແລະ ສາມາດຫັນເອົາທຸກຂົງເຂດວຽກງານເຂົ້າສູ່ລະບົບທັນສະໄໝຢ່າງເປັນກ້າວໆ. ໃນຕອນທ້າຍຂອງກອງປະຊຸມ, ທັງສອງຝ່າຍໄດ້ຮ່ວມກັນ ລົງນາມໃນບົດບັນທຶກການເຮັດວຽກຮ່ວມກັນ ເພື່ອເປັນບ່ອນອີງ ແລະ ຂອບການພົວພັນຮ່ວມມືໃນໄລຍະສະເພາະໜ້າ ແລະ ຍາວນານ.
ນອກຈາກການປະຊຸມແລ້ວ, ຄະນະຜູ້ແທນຝ່າຍລາວ ຍັງໄດ້ລົງທັດສະນະສຶກສາຕົວຈິງ ຢູ່ສະຖານທີ່ສຳຄັນພາຍໃນແຂວງເຊີນລາ ເປັນຕົ້ນແມ່ນ:
- ຢ້ຽມຊົມສະຖານທີ່ເຮັດວຽກ ແລະ ຫ້ອງປະຕິບັດການ IOC ຂອງພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງເຊີນລາ ສສ ຫວຽດນາມ.
- ຖອດຖອນບົດຮຽນການມີສ່ວນຮ່ວມຂອງກຸ່ມບໍລິສັດອຸດສາຫະກຳ-ໂທລະຄົມມະນາຄົມກອງທັບ (Viettel) ສາຂາແຂວງເຊີນລາ ໃນການພັດທະນາດິຈິຕອນ.
- ຢ້ຽມຊົມລະບົບການບໍລິການດ້ານໂທລະຄົມມະນາຄົມທີ່ທັນສະໄໝ ຂອງບໍລິສັດ ວິນາໂຟນ (VNPT).
- ຢ້ຽມຊົມຫ້ອງການຂອງຕາແສງບິນຕວນ ແລະ ໂຮງງານປຸງແຕ່ງຊາບິນຕວນ ທີ່ມີການນຳໃຊ້ເຕັກໂນໂລຊີເຂົ້າໃນຂະບວນການຜະລິດຂອງທ້ອງຖິ່ນ.