ກອງປະຊຸມ ສະຫລຸບຕີລາຄາການນຳພາ-ຊີ້ນຳ ວຽກງານຮອບດ້ານ ປະຈຳປີ 2025 ແລະ ວາງທິດທາງແຜນການ ປະຈຳປີ 2026 ຂອງ ຄະນະພັກຮາກຖານ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ 26 ກຸມພາ 2026 ທີ່ ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງ ສະຫາຍ ນາງ ປິ່ນຄຳ ອຸ່ນລະ ຄອນ ເລຂາຄະນະພັກຮາກຖານ, ຫົວຫນ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ, ມີບັນດາ ຄະນະພັກຮາກຖານ, ຄະນະຫນ່ວຍພັກ ແລະ ສະມາຊິກພັກ ເຂົ້າຮ່ວມ.
ກອງປະຊຸມ ເພື່ອຍົກໃຫ້ເຫັນດ້ານດີ,ຜົນງານ,ດ້ານອ່ອນ,ຂໍ້ຄົງຄ້າງຕ່າງໆ ໃນການເຄື່ອນໄຫວ ຈັດຕັ້ງປະຕິບັດວຽກງານຮອບດ້ານ ໃນໄລຍະ 1 ປີຜ່ານມາ ພາຍໃຕ້ ການນຳພາ-ຊີ້ນຳ ຂອງ ຄະນະພັກຮາກຖານ ເປັນຕົ້ນແມ່ນ ນຳພາ ດ້ານການເມືອງ-ແນວຄິດ, ການຈັດຕັ້ງ, ແບບແຜນນຳພາ ແລະ ວິທີເຮັດວຽກ ແລະ ນຳພາ ທາງດ້ານ ການປະຕິບັດຫນ້າທີ່ການເມືອງ ໃນນີ້ ປະກອບມີ: ວຽກງານປ້ອງກັນຄວາມສະຫງົບ ແລະ ຮັກສາຄວາມປອດໄພ,ການຂຸດຄົ້ນລາຍຮັບວິຊາການ ຕາມການແບ່ງຕົວເລກຂອງພະແນກການເງິນ ສາມາດ ຈັດຕັ້ງປະຕິບັດໄດ້ ທັງຫມົດ 79 ລ້ານກວ່າກີບ ທຽບໃສ່ແຜນການປີ ປະຕິບັດໄດ້ເກີນແຜນ 13,91%, ສ້າງ ແລະ ປັບປຸງ ນິຕິກຳ ຈຳນວນຫນຶ່ງ, ພັດທະນາລະບົບບໍລິຫານລັດ ດ້ວຍອີເລັກໂຕຼນິກ ເປັນທັນສະໄຫມ, ພັດທະນາໂຄງລ່າງພື້ນຖານ ໂທລະຄົມ ມະນາຄົມ, ໄອຊີທີ ແລະ ດີຈີຕອນ, ຄຸ້ມ ຄອງ ຄື້ນຄວາມຖີ່ ວິທະຍຸສື່ສານ ທັງຫມົດ 15 ພາກສ່ວນ ປະຕິບັດໄດ້ເກີນແຜນ 14%, ພັດທະນາລະບົບຄວາມປອດໄພໄຊເບີ ໄດ້ມີການຕິດຕາມ, ກວດກາ ບັນຫາຫາງສຽງ, ຂໍ້ມູນຂ່າວສານ ຜ່ານອິນເຕີເນັດຂອງກຸ່ມຄົນບໍ່ຫວັງດີ, ຝຶກອົບຮົມການປະຍຸກໃຊ້ ເອໄອ ໃຫ້ແກ່ ພະນັກງານ ໃນວຽກງານ ບໍລິຫານ ແລະ ບໍລິການລັດ, ການພັດທະນາ ແລະ ນຳໃຊ້ ນະວັດຕະກຳ ໄອຊີທີ, ດ້ານໂທລະຄົມ ມະນາຄົມ ທົ່ວແຂວງ ມີ 4 ບໍລິສັດ ທີ່ໃຫ້ບໍລິການ ໂທລະຄົມ ມະນາຄົມ ແລະ ອິນເຕີເນັດ ສາມາດຂະຫຍາຍສັນຍານໂທລະສັບ ມືຖື ກວມ 455 ບ້ານ ປະຕິບັດໄດ້ 99%, ມີຜູ້ຊົມໃຊ້ໂທລະສັບຕັ້ງໂຕະ ເກືອບ 39 ພັນເລກຫມາຍ ປະຕິບັດໄດ້ 70%, ໂທລະສັບມືຖື ເກືອບ 2 ແສນ 5 ຫມື່ນ ເລກຫມາຍ ປະຕິບັດໄດ້ 44%, ຊົມໃຊ້ອິນເຕີເນັດຄວາມໄວສູງ ແບບມີສາຍ 8 ພັນກວ່າປະຕູ ປະຕິບັດໄດ້ລື່ນແຜນ 5,06%, ສ້າງລາຍຮັບໄດ້ທັງຫມົດ 126,965.62 ລ້ານກີບ ປະຕິບັດໄດ້ເກີນແຜນ 4,71% ແລະ ມອບພັນທະເຂົ້າງົບປະມານຂອງແຂວງ 7,552.10 ລ້ານກີບ ປະຕິບັດໄດ້ເກີນແຜນ 23,83%, ວຽກງານອົງການຈັດຕັ້ງມະຫາຊົນ ຕິດຕາມ, ກໍ່ສ້າງ ມະຫາຊົນ ເພື່ອເຂົ້າຮຽນສະຫນັບສະຫນູນ ສົ່ງສະມາຊິກພັກ ໄປຍົກລະດັບ ທາງດ້ານທິດສະດີການເມືອງ ທັງພາຍໃນແຂວງ ແລະ ຕ່າງປະເທດ ແລະ ວຽກງານກວດກາ ໄດ້ຕິດຕາມ, ກວດກາ ການຮ່ວມຊີວິດພັກ ປະຈຳເດືອນ, ໄຕມາດ ແລະ ເສຍເງິນສະຕິພັກ ເປັນປົກກະຕິ. ໂອກາດດັ່ງກ່າວ ກໍໄດ້ມີການປະກອບຄຳຄິດເຫັນ ຕໍ່ກັບການເຄື່ອນໄຫວວຽກງານໃນຜ່ານມາ ທັງເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວໃນຕໍ່ ຫນ້າ. ນອກນັ້ນ ກອງປະຊຸມ ຍັງໄດ້ເຜີຍແຜ່, ເຊື່ອມຊຶມ ເອກະສານສຳຄັນ ຂອງແຂວງ ຈຳນວນຫນຶ່ງ.