Banner

ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ສະຫຼຸບວຽກງານເຕັກໂນໂລຊີ ແລະ ການສື່ສານ, ວຽກງານຄຸ້ມຄອງອິນເຕີເນັດ ແລະ ວຽກງານຫັນເປັນດິຈິຕອນ ປະຈຳປີ 2025

ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມສະຫຼຸບວຽກງານ ເຕັກໂນໂລຊີ ແລະ ການສື່ສານ, ວຽກງານຄຸ້ມຄອງອິນເຕີເນັດ ແລະ ວຽກງານຫັນເປັນດິຈິຕອນ ປະຈຳປີ 2025 ພ້ອມວາງທິດທາງແຜນການ ປີ 2026 ຂຶ້ນທີ່ຫ້ອງປະຊຸມຂອງຕົນ ໃນວັນທີ 11 ກຸມພາ ນີ້ ໂດຍການເປັນປະທານຮ່ວມຂອງ ທ່ານ ຄຳແສງ ອາລີ ກຳມະການປະຈຳພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງ, ຜູ້ຊີ້ນຳວຽກງານ ເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ນາງ ປິ່ນຄຳ ອຸ່ນລະຄອນ ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ. ພ້ອມດ້ວຍຫົວໜ້າ, ຮອງຫົວໜ້າພະແນກ, ອົງການທຽບເທົ່າອ້ອມຂ້າງແຂວງ, ກອງເລຂາຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ, ບໍລິສັດ, ລັດວິສາຫະກິດ ແລະ ຄະນະຮັບຜິດຊອບຈັດຕັ້ງປະຕິບັດການຫັນເປັນດິຈິຕອນ ຈາກຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມທັງໝົດ 33 ທ່ານ, ຍິງ 07 ທ່ານ.

ກອງປະຊຸມໄດ້ສະຫຼຸບຜົນການຈັດຕັ້ງປະຕິບັດ ແຜນພັດທະນາວຽກງານ ເຕັກໂນໂລຊີ ແລະ ການສື່ສານ, ວຽກງານຄຸ້ມຄອງອິນເຕີເນັດ ແລະ ວຽກງານຫັນເປັນດິຈິຕອນ ປະຈຳປີ 2025 ພ້ອມວາງທິດທາງແຜນການ ປີ 2026. ປະຈຸບັນ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ປະກອບມີ 4 ຂະແໜງການ ຄື: ຂະແໜງບໍລິຫານ, ຈັດຕັ້ງ ແລະ ກວດກາ; ຂະແໜງໄປສະນີ ແລະ ການສື່ສານ; ຂະແໜງດິຈິຕອນ ແລະ ຄວາມປອດໄພໄຊເບີ ແລະ ຂະແໜງເຕັກໂນໂລຊີ ແລະ ນະວັດຕະກຳ ພ້ອມນັ້ນ ຍັງໄດ້ສ້າງຕັ້ງ ໜ່ວຍງານເຕັກໂນໂລຊີ ແລະ ການສື່ສານ ປະຈຳ 6 ເມືອງ ແລະ ອີກ 1 ເມືອງ ກຳລັງກະກຽມຈັດຕັ້ງ. ໃນໄລຍະ 1 ປີ ຜ່ານມາ ຄະນະພັກ ແລະ ຄະນະພະແນກ ໄດ້ເອົາໃຈໃສ່ ນໍາພາ-ຊີ້ນຳ ວຽກງານສຳເລັດຫຼາຍດ້ານ. ປະຈຸບັນ ທົ່ວແຂວງ ມີເສົາ BTS ທັງໝົດ 305 ເສົາ, ມີສະຖານີຮັບ-ສົ່ງສັນຍານໂທລະສັບມືຖື 906 ສະຖານີ, ຂະຫຍາຍສັນຍານໂທລະສັບມືຖື ໄປຮອດ 455 ບ້ານ ກວມເອົາ 97.64% ຂອງຈໍານວນບ້ານທົ່ວແຂວງ, ຜູ້ນຳໃຊ້ໂທລະສັບມືຖືມີ 247,385 ເລກໝາຍ, ຜູ້ນຳໃຊ້ອິນເຕີເນັດຄວາມໄວສູງແບບມີສາຍ 8,429 ປະຕູ ແລະ ອັດຕາການນໍາໃຊ້ອິນເຕີເນັດ ກວມ 30% ຂອງ ປະຊາກອນ. ການຂຶ້ນທະບຽນເລກໝາຍສຳເລັດ 80.08%. ນອກນັ້ນ ຍັງໄດ້ຈັດໃຫ້ມີບໍລິການ Wi-Fi ຟຣີ ຕາມສະຖານທີ່ສຳຄັນ ເຊັ່ນ ກອງປະຊຸມໃຫຍ່ຂອງແຂວງ, ແຫຼ່ງທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ ແລະ ສະຖານບໍລິການຕ່າງໆ. ພ້ອມທັງ ຕິດຕາມ ແລະ ເຝົ້າລະວັງ ການເຄື່ອນໄຫວຂໍ້ມູນຂ່າວສານ ຜ່ານສື່ອອນລາຍ ເຊັ່ນ Facebook, TikTok ແລະ YouTube ແລະ ສາມາດແກ້ໄຂບັນຫາຂໍ້ມູນບິດເບືອນໄດ້ 5 ກໍລະນີ, ສະໜອງຂໍ້ມູນເລກໝາຍໂທລະສັບໃຫ້ ປກສ ແຂວງ 21 ສະບັບ ຈໍານວນ 27 ເລກໝາຍ. ດ້ານວຽກງານໂທລະຄົມມະນາຄົມ ມີ 4 ບໍລິສັດໃຫ້ບໍລິການ ຄື: ETL, ລາວໂທລະຄົມ, Unitel ແລະ Best Telecom. ວຽກພົ້ນເດັ່ນມີ ສະຖານີສັນຍານ 906 ສະຖານີ ເກີນແຜນ 4% ການປົກຄຸມສັນຍານ 455 ບ້ານ ບັນລຸ 99% ຂອງແຜນຜູ້ນຳໃຊ້ໂທລະສັບມືຖື 247,385 ເລກໝາຍ ເກີນແຜນ 44% ອິນເຕີເນັດຄວາມໄວສູງ 8,429 ປະຕູ ເກີນແຜນ 5.06% ສາມາດສ້າງລາຍຮັບລວມ 126,965.62 ລ້ານກີບ ເກີນແຜນ 4.71% ແລະ ສົ່ງເຂົ້າງົບປະມານແຂວງ 7,552.10 ລ້ານກີບ ເກີນແຜນ 23.83%. ພ້ອມນີ້ ກອງປະຊຸມຍັງໄດ້ປະກອບຄຳຄິດເຫັນ ໃສ່ຮ່າງບົດສະຫຼຸບ ແລະ ທິດທາງໃນຕໍ່ໜ້າ ໂດຍເນັ້ນໃສ່ການພັດທະນາ ແລະ ນຳໃຊ້ເຕັກໂນໂລຊີດິຈິຕອນ ທັນສະໄໝ, ປອດໄພ ເຂົ້າໃນທຸກຂະແໜງການ, ພັດທະນາຊັບພະຍາກອນມະນຸດ ດ້ານດິຈິຕອນ, ສົ່ງເສີມນະວັດຕະກຳທີ່ປະຢັດພະລັງງານ ແລະ ເປັນມິດກັບສິ່ງແວດລ້ອມ ເພື່ອຂັບເຄື່ອນການພັດທະນາ ເສດຖະກິດ-ສັງຄົມ ເຂົ້າສູ່ຍຸກອຸດສາຫະກຳ 4.0 ແລະ ສ້າງສັງຄົມດິຈິຕອນ ພາຍໃນແຂວງອຸດົມໄຊ.


ໃນໂອກາດດຽວກັນນີ້, ຍັງໄດ້ມີການຈັດຊຸດຝຶກອົບຮົມພາຍໃຕ້ຫົວຂໍ້ "ການນຳໃຊ້ລະບົບດີຈີຕອນຮັບໃຊ້ວຽກງານບໍລິຫານລັດ" ໃຫ້ແກ່ຄະນະນໍາຫ້ອງວ່າການເມືອງ ແລະ ພະນັກງານເຕັກໂນໂລຊີ ແລະ ການສື່ສານ 7 ເມືອງ. ເຊິ່ງເນັ້ນໃສ່ການນຳໃຊ້ເຄື່ອງມືທີ່ຈຳເປັນ ເຊັ່ນ: G-Chat ສໍາລັບການສື່ສານທີ່ປອດໄພ, Lao AI ແລະ Lao Translate ເພື່ອຊ່ວຍໃນການຮ່າງເອກະສານ ແລະ ລະບົບ G-Drive ເພື່ອການບໍລິຫານຈັດການຂໍ້ມູນແບບ Cloud.

ໃນຕອນທ້າຍຂອງກອງປະຊຸມ ທ່ານ ຄຳແສງ ອາລີ ໄດ້ເນັ້ນໜັກວ່າ ການຫັນເປັນດິຈິຕອນບໍ່ແມ່ນພຽງແຕ່ທາງເລືອກ, ແຕ່ແມ່ນ "ຄວາມຈຳເປັນ" ເພື່ອຍົກສູງປະສິດທິພາບ ແລະ ຄວາມໂປ່ງໃສ. ທ່ານຍັງໄດ້ຮຽກຮ້ອງໃຫ້ຄະນະນຳທຸກຂັ້ນ ເພີ່ມທະວີຄວາມຮັບຜິດຊອບ, ຫັນເປັນທັນສະໄໝຢ່າງແທ້ຈິງ ແລະ ຖືເອົາການ "ພັດທະນາຄົນ" ເປັນປັດໄຈຕັດສິນ ເພື່ອເຮັດໃຫ້ວຽກງານການຫັນເປັນດິຈິຕອນຂອງແຂວງອຸດົມໄຊ ກ້າວໄປສູ່ລວງເລິກ ແລະ ມີປະສິດທິຜົນສູງສຸດ.

ແກ່ນຈັນ 1 ອາທິດຜ່ານມາ

ເນື້ອຫາທີ່ກ່ຽວຂ້ອງ:

ຮັບແຈ້ງບັນຫາ

ກະລຸນາແຈ້ງໃຫ້ພວກເຮົາຊາບ

ວັນໄປສະນີ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ

...

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ

...

ຕິດຕາມເຟສບຸກເພສ