ຕອນເຊົ້ນຂອງວັນທີ 08 ມັງກອນ 2026 ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ຈັດກອງປະຊຸມຝຶກອົບຮົມໃຫ້ສະມະຊິກພັກ, ພະນັກງານຫຼັກແຫຼ່ງຂອງຄະນະພັກຮາກຖານພະແນກ ເຕັກໂນໂລຊີ ແລະ ການສື່ສານ ກ່ຽວກັບວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ໂດຍການເປັນກຽດເຂົ້າຮ່ວມເປັນປະທານ ຂອງທ່ານ ນາງ ປິ່ນຄໍາ ອຸ່ນລະຄອນ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີບັນດາທ່ານຄະນະພັກຮາກຖານ, ຄະນະໜ່ວຍພັກ, ພະນັກງານ-ລັດຖະກອນ ແລະ ພະນັກງານບໍລິສັດ ບັນດາ ບໍລິສັດໂທລະຄົມມະນາຄົມ ສາຂາແຂວງອຸດົມໄຊ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມຝຶກອົບຮົມ ໄດ້ເຜີຍແຜ່ ແລະ ເຊື່ອມຊຶມເອກະສານ 4 ບົດຄື: ເອກະສານເຊື່ອມຊືມ ແລະ ຜັນຂະຫຍາຍມະຕິກົມການເມືອງສູນກາງພັກ ສະບັບເລກທີ 26/ກມສພ; ລົງວັນທີ 12 ກັນຍາ 2025 ວ່າດ້ວຍການເພີ່ມທະວີນໍາພາ-ຊີ້ນໍາ ຂອງຄະນະພັກທຸກຂັ້ນ ຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V, ເອກະສານກ່ຽວກັບການເພີ່ມທະວີການນຳພາແນວຄິດ ແລະ ເສີມຂະຫຍາຍສິດປະຊາທິປະໄຕ ເພື່ອເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V, ເອກະສານເຊື່ອມຊຶມ ແລະ ກຳແໜ້ນກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ເອກະສານເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດແຜນດຳເນີນງານຂອງຄະນະກຳເລືອກຕັ້ງຂັ້ນແຂວງ ສະບັບເລກທີ 011/ຄລຂ, ລົງວັນທີ 18 ທັນວາ 2025. ຈຸດປະສົງຂອງກອງປະຊຸມຝຶກອົບຮົມ ເຜີຍແຜ່ ແລະ ເຊື່ອມຊຶມເອກະສານຄັ້ງນີ້ ກໍເພື່ອແນໃສ່ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນພາຍໃນພະແນກ ເຕັກໂນໂລຊີ ແລະ ການສານ ແລະ ແລະ ພະນັກງານບໍລິສັດບັນດາບໍລິສັດໂທລະຄົມມະນາຄົມ ສາຂາແຂວງອຸດົມໄຊ ມີຄວາມຮັບຮູ້ເຖິງຄວາມໝາຍ, ຄວາມສໍາຄັນ ອັນເລິກເຊິ່ງຂອງແຕ່ລະເອກກະສານ, ເພື່ອສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈຈະແຈ້ງ ແລະ ເປັນເອກະພາບກັນ ຕໍ່ກັບວຽກງານການເລືອກຕັ້ງ ຄັ້ງນີ້;
ໃນຕອນທ້າຍ ທ່ານ ນາງ ປິ່ນຄໍາ ອຸ່ນລະຄອນ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ປະທານກອງປະຊຸມ ຍັງໄດ້ໂອ້ລົມ ໂດຍເນັ້ນໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ພະນັກງານບໍລິສັດ ໃຫ້ສືບຕໍ່ສຶກສາຄົນຄ້ວາບັນດາເອກະສານກ່ຽວກັບວຽກງານເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ໃຫ້ເຂົ້າໃຈຢ່າງເລິກເຊິ່ງ, ເປັນເຈົ້າການໃນການຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ເພື່ອເຮັດໃຫ້ການເລືອກຕັ້ງໃນຄັ້ງນີ້ໃຫ້ມັນບັນລຸຕາມລະດັບຄາດໝາຍທີ່ວາງໄວ້ ສີ່ຮ້ອຍສ່ວຍຮ້ອຍ.