Banner

ກອງປະຊຸມເຜີຍແຜ່ເຊື່ອມຊືມມະຕິກອງປະຊຸມໃຫຍ່ຜູ້ແທນກຳມະບານລາວ ທົ່ວປະເທດ ຄັ້ງທີ IX

ໃນຕອນເຊົ້າ ຂອງວັນທີ 08 ມັງກອນ 2026 ກຳມະບານຮາກຖານ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ຈັດກອງປະຊຸມເຜີຍແຜ່ເຊື່ອມຊືມມະຕິກອງປະຊຸມໃຫຍ່ຜູ້ແທນກຳມະບານລາວ ທົ່ວປະເທດ ຄັ້ງທີ IX ພາຍໃຕ້ການເປັນປະທານໂດຍ ສະຫາຍ ນາງ ປິ່ນຄຳ ອຸ່ນລະຄອນ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ, ມີຄະນະພັກ, ຄະນະພະແນກ, ຄະນະບໍລິສັດບໍລິສັດລາວໂທລະຄົມມະນາຄົມ ສາຂາແຂວງ, ບໍລິສັດ ອີທີແອລ ສາຂາແຂວງ, ຄະນະປະທານກຳມະບານຮາກຖານ, ບັນດາສະຫາຍສະມາຊິກກຳມະບານຮາກຖານ ເຂົ້າຮ່ວມ ທັງໝົດ 31 ສະຫາຍ, ຍິງ 14 ສະຫາຍ.

ກອງປະຊຸມ ໄດ້ຮັບເຜີຍແຜ່ເຊື່ອມຊືມມະຕິກອງປະຊຸມໃຫຍ່ຜູ້ແທນກຳມະບານລາວ ທົ່ວປະເທດ ຄັ້ງທີ IX ແລະ ບົດສະຫຼຸບ ແຜນພັດທະນາວຽກງານກຳະບານ 5ປີ ຄັ້ງທີ IV ຂອງສະຫະພັນກຳມະບານລາວ (2021-2025) ທິດທາງແຜນພັດທະນາວຽກງານກຳມະບານ 5ປີ ຄັ້ງທີ V ຂອງສະຫະພັນກຳມະບານລາວ (2026-2030) ໂດຍ ສະຫາຍ ອານົງສັກ ສັນຕິສຸກ ຄະນະບໍລິຫານງານສະຫະພັນກຳມະບານແຂວງ ປະທານກຳມະບານຮາກຖານ. ເພື່ອເຊື່ອມຊືມໃຫ້ແກ່ພະນັກງານ, ສະມາຊິກກຳມະການພາຍໃນຮາກຖານ ແລະ ບັນດາບໍລິສັດໂທລະຄົມມະນາຄົມ ສາຂາແຂວງ ໄດ້ຮັບຮູ້, ກຳແໜ້ນຢ່າງລະອຽດ, ກວ້າງຂວາງ, ເລິກເຊິ່ງ ແລະ ນຳໄປຈັດຕັ້ງຜັນຂະຫຍາຍ, ຈັດຕັ້ງປະຕິບັດ ຢ່າງຖືກຕ້ອງ ແລະ ມີປະສິທິຜົນສູງ

ແກ່ນຈັນ 1 ອາທິດຜ່ານມາ

ເນື້ອຫາທີ່ກ່ຽວຂ້ອງ:

ຮັບແຈ້ງບັນຫາ

ກະລຸນາແຈ້ງໃຫ້ພວກເຮົາຊາບ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

...

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ

...

ຕິດຕາມເຟສບຸກເພສ