Banner

ຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ປະຈຳປີ 2025

ວັນທີ 25 ທັນວາ 2025 ຜ່ານມານີ້, ຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ ປະກອບດ້ວຍ ພະແນກເຕັກໂນໂລຊີ ແລະ ການສື່ສານ, ຫ້ອງວ່າການແຂວງ, ໂຄສະນາອົບຮົມແຂວງ ແລະ ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ປະຈຳປີ 2025 ແລະ ວາງທິດທາງແຜນການ ປະຈໍາປີ 2026 ຊຶ່ງຈັດຂຶ້ນຢູ່ທີ່ຫ້ອງປະຊຸມໃຫຍ່ກະຊວງປ້ອງກັນຄວາມສະຫງົບ (ສະໜາມມ້າ) ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງປ້ອງກັນຄວາມສະຫງົບ, ປະທານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ), ເຂົ້າຮ່ວມພິທີດັ່ງກ່າວ ມີບັນດາຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ຄະນະກຳມະການຄຸ້ມຄອງອິນເຕີນັດຂັ້ນແຂວງ ໃນທົ່ວປະເທດເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມດັ່ງກ່າວ, ຜູ້ເຂົ້າຮ່ວມໄດ້ຮັບຟັງການສະເໜີຮ່າງບົດສະຫຼຸບການເຄື່ອນໄຫວວຽກງານຂອງ ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ (ຄຄອຊ) ປະຈຳປີ 2025 ແລະ ວາງທິດທາງປີ 2026, ສະເໜີຮ່າງປັບປຸງດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ຄຄອຊ, ພ້ອມທັງຮັບຟັງການລາຍງານຫຍໍ້ການຈັດຕັ້ງປະຕິບັດວຽກງານຂອງໜ່ວຍງານກວດກາ, ຕິດຕາມ ແລະ ຕ້ານຫາງສຽງບໍ່ດີໃນສັງຄົມເທິງສື່ສັງຄົມອອນລາຍ, ການລາຍງານຫຍໍ້ກ່ຽວກັບຄວາມພ້ອມຂອງໜ່ວຍງານຕ້ານການຫຼອກລວງທາງອອນລາຍ, ຈາກນັ້ນໃນກອງປະຊຸມຍັງໄດ້ຈັດໃຫ້ມີພິທີເປີດນຳໃຊ້ສູນຕ້ານການຫຼອກລວງທາງອອນລາຍ ໂດຍມີພິທີມອບ-ຮັບລະບົບ ສາຍດ່ວນ 1533 ຮັບແຈ້ງເຫດຕົວະຍົວະຫຼອກລວງທາງອອນລາຍ ແລະ ລະບົບ Mobile Alert System App ເຊິ່ງການເປີດດຳເນີນການຕົວຈິງ ແມ່ນຈະເລີ່ມຕົ້ນໃນວັນທີ 29 ທັນວາ 2025 ນີ້. ພ້ອມດຽວກັນນັ້ນ, ຜູ້ເຂົ້າຮ່ວມ ກໍໄດ້ມີການແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ ແລະ ລາຍງານສະພາບການຄຸ້ມຄອງຫາງສຽງ ຜ່ານອິນເຕີເນັດ ຂອງແຕ່ລະພາກສ່ວນ.


ໃນຕອນທ້າຍ, ທ່ານ ພົອ ວິໄລ ຫຼ້າຄຳຟອງ ປະທານກອງປະຊຸມ ໄດ້ມີຄໍາເຫັນຊີ້ນຳ ຕໍ່ກັບການສະຫຼຸບລາຍງານ, ທິດທາງແຜນການ ແລະ ຂໍ້ສະເໜີຕ່າງໆ ໃນການຈັດຕັ້ງປະຕິບັດບັນດາວຽກງານໃນຕໍ່ໜ້າ ໂດຍໃຫ້ເອົາໃຈໃສ່ບາງບັນຫາ ໃນປີ 2026 ຄຄອຊ ຕ້ອງໄດ້ເລັ່ງແກ້ໄຂບັນຫາຫຍໍ້ທໍ້ ຜ່ານທາງລະບົບໂທລະຄົມມະນາຄົມ ແລະ ອິນເຕີເນັດເຊັ່ນ: ອາຊະຍາກໍາ ແລະ ການຕົວະຍົວະຫຼອກລວງຜ່ານລະບົບອິນເຕີເນັດ, ຜ່ານແກ້ງຄໍເຊັນເຕີ, ການຕິດຕາມກວດກາບັນດາສື່ ແລະ ເວັບໄຊລາມົກອານາຈານ, ບັນຫາເກມ-ການພະນັນ, ຄາສິໂນອອນລາຍ, ການຄ້າຂາຍຫວຍເຖື່ອນ, ການຄ້າປະເວນີ, ການຄ້າຢາເສບຕິດ ຜ່ານທາງອອນລາຍ ຕ່າງໆທີ່ຜິດກົດໝາຍ ເພື່ອເຮັດໃຫ້ສະພາບແວດລ້ອມ ການນຳໃຊ້ອິນເຕີເນັດ ຂອງ ສປປ ລາວພວກເຮົາມີຄວາມປອດໄພ.

ແກ່ນຈັນ 2 ອາທິດຜ່ານມາ

ເນື້ອຫາທີ່ກ່ຽວຂ້ອງ:

ຮັບແຈ້ງບັນຫາ

ກະລຸນາແຈ້ງໃຫ້ພວກເຮົາຊາບ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

...

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ

...

ຕິດຕາມເຟສບຸກເພສ