ໃນລະຫວ່າງວັນທີ 15 - 18 ທັນວາ 2025 ຜ່ານມານີ້, ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ແລະ ພະນັກງານເຕັກໂນໂລຊີ ແລະ ການສື່ສານ ເມືອງ 5 ເມືອງ ທັງໝົດ 15 ທ່ານ ໄດ້ເຂົ້າຮ່ວມ “ຝຶກອົບຮົມວຽກງານເຕັກໂນໂລຊີ ແລະ ການສື່ສານ ໃຫ້ບັນດາ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ/ນະຄອນຫຼວງ ໃນຂອບເຂດທົ່ວປະເທດ” ທີ່ຫ້ອງປະຊຸມໃຫຍ່ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ນຳພາເຂົ້າຮ່ວມໂດຍທ່ານ ນາງ ປິ່ນຄຳ ອຸ່ນລະຄອນ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ, ຊຶ່ງໃນຊຸດຝຶກອົບຮົມດັ່ງກ່າວມີບັນດາ ຫົວໜ້າກົມ, ສູນ, ສະຖາບັນ ພາຍໃນກະຊວງ, ບັນດາຫົວໜ້າ, ຮອງຫົວໜ້າພະແນກ ແລະ ວິຊາການ ຈາກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ/ນະຄອນຫຼວງ ເຂົ້າຮ່ວມທັງໝົດ 300 ກວ່າທ່ານ.
ຊຸດຝຶກອົບຮົມຄັ້ງນີ້ ຈະໄດ້ດໍາເນີນໄປເປັນເວລາ 4 ວັນ, ຊຶ່ງຜູ້ເຂົ້າຮ່ວມຈະໄດ້ຮັບຟັງການນໍາສະເໜີຫຼາຍຫົວຂໍ້ທີ່ສໍາຄັນຈາກບັນດາຫົວໜ້າກົມ, ສູນ, ອົງການ ແລະ ສະຖາບັນ ພາຍໃນກະຊວງ ເຊັ່ນ: ການຫັນເປັນທັນສະໄໝ, ການຄຸ້ມຄອງວຽກງານເຕັກໂນໂລຊີ ແລະ ນະວັດຕະກໍາ, ພາບລວມການນໍາໃຊ້ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ຄວາມຮູ້ພື້ນຖານການບໍລິຫານ ແລະ ບໍລິການລັດດິຈິຕອນ, ບົດບາດເສດຖະກິດດິຈິຕອນ ແລະ ທຸລະກໍາຊັບສິນດິຈິຕອນ, ວຽກງານຄວາມປອດໄພໄຊເບີ, ເຕັກໂນໂລຊີດິຈິຕອນ ແລະ ເຕັກໂນໂລຊີອັດສະລິຍະ, ການຄຸ້ມຄອງ ແລະ ພັດທະນາເຕັກໂນໂລຊີໂລຈີສຕິກ ແລະ ການໄປສະນີ, ວຽກງານຫັນຫ້ອງການເປັນດິຈິຕອນ, ດໍາລັດວ່າດ້ວຍກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນ, ການຫັນເປັນດິຈິຕອນ ແລະ ວຽກງານຄະນະກໍາມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ, ອິນເຕີເນັດ ແລະ ສື່ສັງຄົມອອນລາຍ ແລະ ຫົວຂໍ້ອື່ນໆອີກ. ນອກຈາກນັ້ນ, ຍັງໄດ້ສົນທະນາແລກປ່ຽນ ຖາມ-ຕອບ ແກ້ຂໍ້ຂ້ອງໃຈໃນແຕ່ລະຫົວຂໍ້ ແລະ ທັດສະນະຢ້ຽມຢາມສະຖານທີ່ປະຕິບັດງານ ແລະ ຫ້ອງເຕັກນິກຕ່າງໆພາຍໃນກະຊວງ ເຊັ່ນ: ສູນອິນເຕີເນັດແຫ່ງຊາດ, ສູນຮັກສາຄວາມປອດໄພໄຊເບີ, ສວນອຸທິຍານດິຈິຕອນ, ກົມຄື້ນຄວາມຖີ່ວິທະຍຸສື່ສານ ແລະ ສູນຂໍ້ມູນແຫ່ງຊາດ ເປັນຕົ້ນ.