Banner

ຝຶກອົບຮົມເຜີຍແຜ່ວຽກງານຄວາມປອດໄພທາງອິນເຕີເນັດ ແລະ ສື່ສັງຄົມອອນລາຍຢູ່ໂຮງຮຽນສາມັນກິນນອນຊົນເຜົ່າແຂວງ

ໃນຕອນເຊົ້າວັນທີ 05 ທັນວາ 2025 ນີ້ ຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ (ຄຄອຂ) ໄດ້ຈັດຝຶກອົບຮົມເຜີຍແຜ່ວຽກງານຄວາມປອດໄພທາງອິນເຕີເນັດ ແລະ ສື່ສັງຄົມອອນລາຍ ຢູ່ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງ ໂດຍການເປັນປະທານຂອງທ່ານ ອານົງສັກ ສັນຕິສຸກ ກຳມະການຄະນະພັກຮາກຖານ ຮອງຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ຫົວໜ້າກອງເລຂາ ຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ, ເປັນກຽດເຂົ້າຮ່ວມພິທີດັ່ງກ່າວໂດຍທ່ານ ພອນທະວີ ບຸນມີ ຮອງຜູ້ອຳນວຍການ ໂຮງຮຽນສາມັນກິນນອນຊົນເຜົ່າແຂວງ, ມີບັນດາທ່ານຄູ-ອາຈານ, ນ້ອງນັກຮຽນຊັ້ນ ມໍ4 - ມໍ7 ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງ ແລະ ທີມງານຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ ພ້ອມດ້ວຍບໍລິສັດຜູ້ໃຫ້ບໍລິການ ດ້ານໂທລະຄົມມະນາຄົມ ສາຂາແຂວງອຸດົມໄຊ ເຂົ້າຮ່ວມທັງໝົດ 133 ຄົນ, ຍິງ 58 ທ່ານ.

ຈຸດປະສົງການຝຶກອົບຮົມໃນຄັ້ງນີ້ ເພື່ອລົງເຜີຍແຜ່, ປຸກຈິດສຳນຶກໃຫ້ຄວາມຮູ້, ຄວາມເຂົ້າໃຈກ່ຽວກັບຄວາມສ່ຽງ ແລະ ໄພຄຸກຄາມຕ່າງໆໃນການນຳໃຊ້ອິນເຕີເນັດ ແລະ ສື່ສັງຄົມອອນລາຍ ໃຫ້ນັກຮຽນ ແລະ ຄູ-ອາຈານ ໄດ້ນຳໃຊ້ຢ່າງມີສະຕິ, ມີປະໂຫຍດ, ມີຄວາມປອດໄພ, ຖືກຕ້ອງກົດໝາຍ ແລະ ລະບຽບການ.

ການຝຶກອົບຮົມໄດ້ສຸມໃສ່ຫົວຂໍ້ຫຼັກທີ່ສຳຄັນ ດັ່ງນີ້:

  • ການປົກປ້ອງຂໍ້ມູນສ່ວນຕົວ: ວິທີການຕັ້ງຄ່າຄວາມເປັນສ່ວນຕົວໃນສື່ສັງຄົມອອນລາຍ, ການສ້າງລະຫັດຜ່ານທີ່ເຂັ້ມແຂງ, ແລະ ຂໍ້ຄວນລະວັງໃນການເຜີຍແຜ່ຂໍ້ມູນ.
  • ການຮັບມືກັບໄພຄຸກຄາມທາງໄຊເບີ: ການຮູ້ຈັກກັບຮູບແບບການຫຼອກລວງ (Phishing), ໄວຣັດ, ແລະ ອາຊະຍາກຳທາງລະບົບຄອມພິວເຕີຕ່າງໆ.
  • ການນຳໃຊ້ສື່ສັງຄົມອອນລາຍຢ່າງມີຄວາມຮັບຜິດຊອບ: ການແຍກແຍະຂ່າວປອມ (Fake News), ການເຄົາລົບກົດໝາຍວ່າດ້ວຍການນຳໃຊ້ສື່, ແລະ ຈັນຍາບັນໃນການສື່ສານ.

ໃນກອງປະຊຸມ ທ່ານປະທານໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ໃຫ້ຮູ້ເຖີງຄວາມໝາຍຄວາມສຳຄັນຂອງວຽກງານຄວາມປອດໄພທາງອິນເຕີເນັດ ແລະ ສື່ສັງຄົມອອນລາຍ ເວົ້າລວມເວົ້າສະເພາະ ແມ່ນສ້າງຄວາມຮັບຮູ້ຄວາມເຂົ້າໃຈຕໍ່ກັບ "ການນໍາໃຊ້ອິນເຕີເນັດ ແລະ ສື່ສັງຄົມອອນລາຍ ໃຫ້ມີຄວາມປອດໄພ” ໃຫ້ແກ່ບັນດານ້ອງນັກຮຽນ ໂດຍສະເພາະແມ່ນນັກຮຽນຊັ້ນ ມໍ4 ຫາ ມໍ7, ເຊິ່ງຖືເປັນກຸ່ມໄວໜຸ່ມທີ່ກໍາລັງ ຢູ່ໃນຊ່ວງໄວທີ່ມີຄວາມສໍາຄັນທີ່ສຸດ, ຄືກຸ່ມຄົນທີ່ເຕີບໃຫຍ່ມາພ້ອມກັບເຕັກໂນໂລຊີ (Digital Natives), ມີຄວາມຄຸ້ນເຄີຍ ແລະ ສາມາດນໍາໃຊ້ເຄື່ອງມືເຫຼົ່ານີ້ໄດ້ເປັນຢ່າງດີ. ໃນຂະນະດຽວກັນ, ກໍກຳລັງຢູ່ໃນຊ່ວງ ທີ່ສໍາຄັນ ທີ່ຈະກ້າວເຂົ້າສູ່ການສຶກສາໃນລະດັບວິຊາສະເພາະ ຫຼື ໂລກແຫ່ງການເຮັດວຽກໃນອະນາຄົດ. ການສ້າງພູມຄຸ້ມກັນ ແລະ ຄວາມເຂົ້າໃຈທີ່ຖືກຕ້ອງ ກ່ຽວກັບໂລກອອນລາຍໃນຕອນນີ້ ຈຶ່ງຖືວ່າເປັນວຽກງານໜຶ່ງທີ່ສໍາຄັນ, ຈຳເປັນ ແລະ ຮີບດ່ວນທີ່ສຸດ.

ພາຍໃນງານຍັງໄດ້ມີກິດຈະກຳຖາມ-ຕອບ ແລະ ມອບຂອງຂັວນລາງວັນ ອັນເປັນການກະຕຸ້ນໃຫ້ນ້ອງໆນັກຮຽນ ສະແດງຄວາມສາມາດ ແລະ ຄວາມເຂົ້າໃຈ ໃນບົດຮຽນ ແລະ ຄວາມຮູ້ຮອບຕົວກ່ຽວກັບຄວາມປອດໄພທາງອິນເຕີເນັດ. ນອກຈາກນີ້, ບໍລິສັດຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມ ຍັງໄດ້ນຳເອົາກິດຈະກຳຕ່າງໆ ມາຮ່ວມເສີມ ທັງເປັນການໃຫ້ຄວາມຮູ້ຕໍ່ກັບການບໍລິການ, ຜະລິດຕະພັນດ້ານໂທລະຄົມມະນາຄົມ ແລະ ອິນເຕີເນັດ ເຮັດໃຫ້ຕະຫຼອດງານມີ ຄວາມຄຶກຄື້ນ, ມີຊີວິດຊີວາ ແລະ ເຕັມໄປດ້ວຍຮອຍຍິ້ມ.


ການຈັດຕັ້ງຝຶກອົບຮົມໃນຄັ້ງນີ້ ຖືວ່າເປັນບາດກ້າວສຳຄັນໃນການສ້າງພູມຄຸ້ມກັນທາງດ້ານດິຈິຕອນໃຫ້ແກ່ຊາວໜຸ່ມ ແລະ ພະນັກງານຄູ-ອາຈານ ຢູ່ ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງ, ເຊິ່ງຄາດວ່າຈະຊ່ວຍສົ່ງເສີມການນຳໃຊ້ເທັກໂນໂລຊີໃຫ້ມີປະໂຫຍດ ແລະ ປອດໄພຍິ່ງຂຶ້ນ.

ແກ່ນຈັນ 1 ເດືອນຜ່ານມາ

ເນື້ອຫາທີ່ກ່ຽວຂ້ອງ:

ຮັບແຈ້ງບັນຫາ

ກະລຸນາແຈ້ງໃຫ້ພວກເຮົາຊາບ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

...

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ

...

ຕິດຕາມເຟສບຸກເພສ