ໃນຕອນບ່າຍວັນທີ 13 ພະຈິກ 2025 ສະຫະພັນແມ່ຍິງໜ່ວຍພະແນກເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປະຈໍາປີ 2025 ຂຶ້ນຢູ່ທີ່ຫ້ອງປະຊຸມຂອງພະແນກ ໂດຍການເປັນປະທານ ຂອງທ່ານນາງ ສົມຈິດ ທໍາມະລັດ ຫົວໜ້າສະຫະພັນແມ່ຍິງໜ່ວຍ, ໃຫ້ກຽດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ມີທ່ານ ນາງ ອໍາພອນ ອິນຕະລາ ຮອງປະທ່ານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ມີທ່ານນາງ ປິ່ນຄໍາ ອຸ່ນລະຄອນ ເລຂາຄະນະພັກຮາກຖານ, ມີບັນດາທ່ານແຂກເຊີນຈາກໜ່ວຍອ້ອມຂ້າງ, ຕາງໜ້າອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງພາຍໃນໜ່ວຍເຂົ້າຮ່ວມ.
ໃນກອງປະຊຸມ ທ່ານນາງ ສົມຈິດ ທໍາມະລັດ ຫົວໜ້າສະຫະພັນແມ່ຍິງໜ່ວຍ ໄດ້ຜ່ານບົດສະຫຼຸບລາຍງານການ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ໃນໄລຍະ 1 ປີຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ ເຊິ່ງທ່ານໄດ້ຍົກໃຫ້ເຫັນ ບາງຜົນງານທີ່ພົ້ນເດັ່ນ ຂອງເອື້ອຍນ້ອງແມ່ຍິງພາຍໃນໜ່ວຍ ຍາດມາໄດ້ເປັນຕົ້ນແມ່ນ ໄດ້ນໍາພາສະມາຊິກສະຫະພັນແມ່ຍິງເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ຕິດພັນກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ເປັນໃຈກາງໃນການຕັດສິນຜົນສໍາເລັດຂອງວຽກງານ ໄປພ້ອມກັບການສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ຂະບວນການຂອງອົງການຈັດຕັ້ງມະຫາຊົນອື່ນ ຄ່ຽງຄູ່ກັນນັ້ນສະມາຊິກພາຍໃນໜ່ວຍຍັງເປັນເສນາທິການໃຫ້ແກ່ຄະນະພັກ, ຄະນະພະແນກ ດ້ວຍການເພີ່ມທະວີຈັດຕັ້ງປະຕິບັດ ພາລະບົດບາດ ສິດ ແລະ ໜ້າທີ່ຂອງຕົນທີ່ໄດ້ຮັບມອບໝາຍດ້ວຍຄວາມຮັບຜິດຊອບສູງ ເປັນສ່ວນໜຶ່ງໃນການເອົາໃຈໃສ່ດ້ານການ ນໍາໃຊ້ເຕັກໂນໂລຊີ ແລະ ການສື່ສານໃຫ້ວ່ອງໄວ ທັນສະໄໝ ເພື່ອຮອງຮັບການເປັນດີຈີຕ໋ອນ, ການສົ່ງເສີ່ມການນໍາ ໃຊ້ລະບົບບໍລິຫານລັດໃຫ້ທັນສະໄໝ, ຍົກສູງວຽກງານການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດ ແລະ ອື່ນໆນອກຈາກນີ້ ເພື່ອໃຫ້ສອດຄ່ອງກັບສະພາບຄວາມເປັນຈິ່ງພາຍໃນສະຫະພັນແມ່ຍິງໜ່ວຍ ຕໍ່ກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ພົນລະເມືອງດີ, ພັດທະນາດີ, ສ້າງຄອບຄົວດີ ຂອງສະຫະພັນແມ່ຍິງພາຍໃນໜ່ວຍ ແມ່ນສາມາດປະເມີນໄດ້ ຕາມຄາດໝາຍທີ່ວາງໄວ້ ແລະ ຄະນະພັກ, ຄະນະພະແນກ ຍາມໃດກໍ່ເອົາໃຈໃສ່ໃນການນໍາພາ-ຊີ້ນໍາ ເຮັດໃຫ້ເອື້ອຍນ້ອງແມ່ຍິງ ມີຄວາມສາມາດ ນໍາໃຊ້ເຕັກໂນໂລຊີ ທີ່ທັນສະໄໝເຂົ້າໃນວຽກງານວິຊາສະເພາະໃຫ້ມີປະສິດທິພາບສູງຂຶ້ນ ພ້ອມດຽວກັນນັ້ນຍັງສົ່ງເສີມໃນການຜະລິດ, ສ້າງເສດຖະກິດຄອບຄົວເພີ່ມ ເພື່ອເປັນລາຍຮັບເສີມໃຫ້ແກ່ຄອບຄົວ ໃຫ້ກາຍເປັນຄອບຄົວທີ່ພົ້ນເດັ່ນພາຍໃນໜ່ວຍ; ຕໍ່ກັບຜົນງານນີ້ແລ້ວ ເຮັດໃຫ້ສະຫະພັນແມ່ຍິງໜ່ວຍ ພະແນກເຕັກໂນໂລຊີ ແລະ ການສື່ສານ ໄດ້ຖືກຮັບຮອງເປັນສະຫະພັນແມ່ຍິງໜ່ວຍ 3 ດີ ປະຈໍາປີ 2025 ຈາກຄະນະປະທານສະຫະພັນແມ່ຍິງແຂວງ, ຈາກນັ້ນຕາງໜ້າສະມາຊິກສະຫະພັນແມ່ຍິງ ໄດ້ຜ່ານໃບສະໝັກເຂົ້າແຂ່ງຂັນ 3 ດີ, ຜ່ານແຜນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ປະຈໍາປີ 2026 ພ້ອມທັງຈັບມື້ແຂ່ງຂັນ ເພື່ອສືບຕໍ່ຈັດຕັ້ງປະຕິບັດແຜນການທີ່ວາງໄວ້ໃຫ້ບັນລຸ ແລະ ສໍາເລັດຕາມລະດັບຄາດໝາຍ.
ຕອນທ້າຍຂອງກອງປະຊຸມ ທ່ານ ນາງ ອໍາພອນ ອິນຕະລາ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ຍັງໃຫ້ກຽດໂອ້ລົມ ແລະ ມີທິດຊີ້ນໍາຕໍ່ສະຫະພັນແມ່ຍິງພາຍໃນໜ່ວຍຕື່ມອີກ.