ວັນທີ 13 ພະຈິກ 2025 ນີ້ ກໍາມະບານຮາກຖານ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດພິທີສະຫຼຸບການແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2025 ທີ່ ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງ ສະຫາຍ ອານົງ ສັນຕິສຸກ ປະທານກຳມະບານຮາກຖານ ພະແນກ ເຕັກໂນໂລຊີ ແລະ ການສື່ສານ, ເປັນກຽດເຂົ້າຮ່ວມມີ ສະຫາຍ ບຸນຖົມ ຈິດດຳລົງ ຮອງປະທານສະຫະພັນກຳມະບານແຂວງ, ສະຫາຍ ນາງ ປິ່ນຄຳ ອຸ່ນລະຄອນ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ, ມີແຂກເຊີນ, ຕະຫລອດຮອດສະມາຊິກກຳມະບານພາຍໃນຮາກຖານ ເຂົ້າຮ່ວມ.
ພິທີ ສະຫາຍ ອານົງ ສັນຕິສຸກ ປະທານກຳມະບານຮາກຖານ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ໄດ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ ຂະບວນການແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2025 ແລະ ທິດທາງແຜນການ 2026, ຕີລາຄາສູງຕໍ່ຜົນງານການເຄື່ອນໄຫວ ຊີ້ນຳ-ນຳພາ ຂອງ ຄະນະ ແລະ ສະມາຊິກກຳມະບານ ພາຍໃນຮາກຖານ ໄລຍະຜ່ານມາ ດ້ວຍຄວາມຫ້າວຫັນ, ໜັກແໜ້ນທາງດ້ານການເມືອງ, ຫຼັກໝັ້ນຕໍ່ການ ຊີ້ນຳ-ນຳພາ ແລະ ມີຄວາມຕື່ນຕົວໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໄດ້ຮັບໝາກຜົນຕາມລະດັບຄາດໝາຍ ແລະ ບັນລຸຕາມແຜນການທີ່ວາງໄວ້. ປັດຈຸບັນ ກຳມະບານຮາກຖານ ພະແນກ ເຕັກໂນໂລຊີ ແລະ ການສື່ສານແຂວງ ມີສະມາຊິກ ທັງໝົດ 19 ສະຫາຍ, ຍິງ 8 ສະຫາຍ. ປີ 2025 ມີ ສະມາຊິກກຳມະບານ ພົ້ນເດັ່ນ ຈຳນວນ 5 ຄອບຄົວ ໃນການສ້າງເສດຖະກິດຄອບຄົວ ສາມາດແກ້ໄຂຊີວິດການເປັນຢູ່ດີຂຶ້ນ ແລະ ມີລາຍຮັບສູງເຖິງ 30 ລ້ານກີບຕໍ່ປີ. ຜ່ານການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານຂະບວນການແຂ່ງຂັນ 5 ເປັນເຈົ້າ ສາມາດຍາດໄດ້ຜົນງານຫລາຍດ້ານ ຄື: ເປັນເຈົ້າການຝຶກຝົນຫຼໍ່ຫຼອມທາງດ້ານການເມືອງ-ແນວຄິດ ປະຕິບັດໄດ້ 90,40%, ເປັນເຈົ້າການປະຕິບັດກົດໝາຍ ແລະ ລະບຽບການຂອງລັດ ປະຕິບັດໄດ້ 89,80%, ເປັນເຈົ້າການພັດທະນາຕົນເອງ ແລະ ການຈັດຕັ້ງ ປະຕິບັດໄດ້ 89,30%, ເປັນເຈົ້າການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາແກ່ສະມາຊິກກຳມະບານ ປະຕິບັດໄດ້ 89,40% ແລະ ເປັນເຈົ້າການປະຕິບັດໜ້າທີ່ວິຊາສະເພາະຢ່າງປະດິດສ້າງ ປະຕິບັດໄດ້ 89%. ຕໍ່ກັບຜົນງານອັນພົ້ນເດັ່ນ ສະຫະພັນກຳມະບານແຂວງ ໄດ້ມອບໃບຍ້ອງຍໍໃຫ້ບຸກຄົນດີເດັ່ນ ຈຳນວນ 19 ສະຫາຍ, ຍິງ 8 ສະຫາຍ ໃຫ້ກຽດມອບໂດຍ ສະຫາຍ ບຸນຖົມ ຈິດດຳລົງ ຮອງປະທານສະຫະພັນກຳມະບານແຂວງ ພ້ອມມອບໃບຢັ້ງຢືນ 5 ເປັນເຈົ້າ ປະຈໍາປີ 2025 ໃຫ້ ກຳມະບານຮາກຖານ ແລະ ສືບຕໍ່ຈັບມືແຂ່ງຂັນກັນຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 5 ເປັນເຈົ້າ ປີ 2026 ຕື່ມອີກ.
ພິທີ ສະຫາຍ ບຸນຖົມ ຈິດດຳລົງ ຮອງປະທານສະຫະພັນກຳມະບານແຂວງ ໄດ້ໂອ້ລົມ ແລະ ເນັ້ນໜັກ ຮຽກຮ້ອງ ຄະນະກຳມະບານຮາກຖານ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ສືບຕໍ່ຮັກສາມູນເຊື້ອ, ເອົາໃຈໃສ່ ປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ຕິດພັນກັບ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສ້າງຂະບວນການຂໍ່ານັບຮັບຕ້ອນ ວັນປະຫວັດສາດສຳຄັນ ຂອງພັກ ຂອງຊາດ ໃຫ້ມີບັນຍາກາດຟົດຟື້ນ.