Banner

ພະແນກເຕັກໂນໂລຊີ ແລະ ການສື່ສານ ເຜີຍແຜ່ ນິຕິກຳ ກ່ຽວກັບການດຳເນີນທຸລະກິດ ດ້ານເຕັກໂນໂລຊີ ແລະ ການສື່ສານ

ກອງປະຊຸມເຜີຍແຜ່ ບັນດາ ນິຕິກຳ ວຽກງານເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດຂຶ້ນໃນຕອນເຊົ້າ ວັນທີ 30 ຕຸລາ ນີ້ ທີ່ ຫ້ອງປະຊຸມຂອງພະແນກດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ອານົງສັກ ສັນຕິສຸກ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ, ມີຫົວໜ້າພະແນກ, ອົງການທຽບເທົ່າອ້ອມຂ້າງແຂວງ, ຫົວໜ້າ-ຮອງຫົວໜ້າສາຂາ ແລະ ບັນດາຜູ້ປະກອບການ ດ້ານເຕັກໂນໂລຊີ ແລະ ການສື່ສານ, ຜູ້ປະກອບການດ້ານໄປສະນີ ໂທລະຄົມມະນາຄົມ ເຂົ້າຮ່ວມ.

ຈຸດປະສົງ ເພື່ອເຜີຍແຜ່ ແລະ ສ້າງຄວາມເຂົ້າໃຈໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງ ແລະ ຜູ້ປະກອບການ ຕໍ່ກັບ ນິຕິກຳ ກ່ຽວກັບການດຳເນີນທຸລະກິດ ດ້ານເຕັກໂນໂລຊີ ແລະ ການສື່ສານ ເປັນຕົ້ນແມ່ນ ນິຕິກຳ ກ່ຽວກັບການດຳເນີນທຸລະກິດ ດ້ານເຕັກໂນໂລຊີ ດິຈິຕອນ, ເຕັກໂນໂລຊີການສື່ສານ, ຂໍ້ມູນຂ່າວສານ, ທຸລະກິດໄປສະນີ, ແນະນໍາວິທີການ ແລະ ຂັ້ນຕອນຕ່າງໆ ໃນການອອກອະນຸຍາດດໍາເນີນທຸລະກິດ ໃຫ້ແກ່ ບັນດາຫົວໜ່ວຍທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງ ຮັບຮູ້, ເຂົ້າໃຈ ແລະ ນໍາໄປຈັດຕັ້ງປະຕິບັດຢ່າງຖືກຕ້ອງ ພ້ອມນັ້ນ ກໍເປັນເວທີພົບປະແລກປ່ຽນ ແລະ ຖອດຖອນບົດຮຽນ ລະຫວ່າງ ພາກລັດ ແລະ ພາກທຸລະກິດ ດ້ານເຕັກໂນໂລຊີ ແລະ ການສື່ສານ ຢູ່ ແຂວງອຸດົມໄຊ, ເພື່ອເຮັດໃຫ້ການຄຸ້ມຄອງ ແລະ ດຳເນີນທຸລະກິດ ຖືກຕ້ອງຕາມກົດໝາຍ, ລະບຽບການ, ສິດ, ພັນທະ ແລະ ຂໍ້ຫ້າມ ສິ່ງເກືອດຫ້າມຕ່າງໆ.ແລະ ພ້ອມນັ້ນ ຍັງຮ່ວມກັນຄົ້ນຄວ້າ, ປະກອບຄຳຄິດເຫັນ ແລະ ແລກປ່ຽນບົດຮຽນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານມີຄວາມເປັນເອກະພາບ ແລະ ຖືກຕ້ອງຕາມກົດໝາຍ.


ແກ່ນຈັນ 2 ເດືອນຜ່ານມາ

ເນື້ອຫາທີ່ກ່ຽວຂ້ອງ:

ຮັບແຈ້ງບັນຫາ

ກະລຸນາແຈ້ງໃຫ້ພວກເຮົາຊາບ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

...

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ

...

ຕິດຕາມເຟສບຸກເພສ