Banner

ກອງປະຊຸມ ວຽກງານການຫັນເປັນດີຈີຕອນ ແລະ ການນຳໃຊ້ ປັນຍາປະດິດ (AI) ເຂົ້າໃນວຽກງານບໍລິຫານລັດ

ວັນທີ 29 ຕຸລາ ນີ້ ທີ່ ພະແນກ ເຕັກໂນໂລຊີ ແລະ ການສື່ສານ (ຕສ) ໄດ້ຈັດກອງປະຊຸມ ວຽກງານການຫັນເປັນດີຈີຕອນ ແລະ ການນຳໃຊ້ ປັນຍາປະດິດ (AI) ເຂົ້າໃນວຽກງານການບໍລິຫານລັດ ໃຫ້ແກ່ ບັນດາຂະແຫນງການອ້ອມຂ້າງແຂວງ ໂດຍການເປັນປະທານຂອງ ທ່ານ ນາງ ປິ່ນຄຳ ອຸ່ນລະຄອນ ຫົວຫນ້າພະແນກ ຕສ.

ກອງປະຊຸມ ເພື່ອແນໃສ່ເຮັດໃຫ້ ຄະນະພັກ, ຄະນະນຳ ແລະ ວິຊາການ ຈາກບັນດາຂະແຫນງການອ້ອມຂ້າງແຂວງ ມີຄວາມຮັບຮູ້, ເຂົ້າໃຈ ຢ່າງເລິກເຊິ່ງ ກ່ຽວກັບວຽກງານການຫັນເປັນດີຈີຕອນ ແລະ ການນຳໃຊ້ ປັນຍາປະດິດ ຫລື (AI) ເຂົ້າໃນວຽກງານບໍລິຫານລັດ. ເນື່ອງຈາກວ່າ ປັດຈຸບັນ ເຕັກໂນໂລຊີ ມີບົດບາດສຳຄັນ ແລະ ຈຳເປັນ ໃນການພັດທະນາ ເສດຖະກິດ-ສັງຄົມ ແລະ ການດຳລົງຊີວິດຂອງຄົນເຮົາ ແລະ ມີທ່າອ່ຽງເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ. ດັ່ງນັ້ນ ການຫັນເປັນດີຈີຕອນ ຖືເປັນເປົ້າຫມາຍຫລັກຂອງໂລກ ແລະ ເປັນວຽກງານທີ່ຈຳເປັນ ໃນຍຸກອຸດສາຫະກຳ 4.0 ໃນນີ້ ສປປ ລາວ ໄດ້ກຳນົດທິດທາງການຫັນເປັນດີຈີຕອນ ໃນ 3 ເສົາຄ້ຳ ຄື: ລັດຖະບານ ດີຈີຕອນ, ເສດຖະກິດ ດີຈີຕອນ ແລະ ສັງຄົມ ດີຈີຕອນ. ປັນຍາປະດິດ (AI) ໄດ້ກາຍເປັນເຕັກໂນໂລຢີທີ່ທັນສະໄຫມ ແລະ ເປັນກຳລັງແຮງໃນການປ່ຽນແປງໂລກ, ການນຳໃຊ້ (AI) ຈະຊ່ວຍເພີ່ມປະສິດທິພາບ ໃນການດຳເນີນວຽກງານ, ການບໍລິການ ສ່ວນພາກລັດ ຈະຊ່ວຍໃນການວິເຄາະຂໍ້ມູນ, ສະຫນັບສະຫນູນການຕັດສິນໃຈທີ່ວ່ອງໄວ ພ້ອມທັງ ສາມາດຍົກລະດັບການບໍລິຫານ ສາທາລະນະ ໃຫ້ມີຄຸນນະພາບສູງ. ແຕ່ວ່າ ການນຳໃຊ້ (AI) ມັນມີທັງໂອກາດ ແລະ ຄວາມສ່ຽງ ໂດຍສະເພາະ ແມ່ນສົ່ງຜົນກະທົບທາງດ້ານຈະລິຍະທຳ, ຄວາມຖືກຕ້ອງຂອງຂໍ້ມູນ ແລະ ຄວາມປອດໄພທາງໄຊເບີ. ດັ່ງນັ້ນ ການຮຽນຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ກັບ ການນຳໃຊ້ ປັນຍາປະດິດ ເຂົ້າໃນວຽກງານບໍລິຫານລັດ ຈິ່ງມີຄວາມຈຳເປັນ ແລະ ສຳຄັນເປັນຢ່າງຍິ່ງ ເພື່ອເຮັດໃຫ້ການຄຸ້ມຄອງ ແລະ ນຳໃຊ້ ຖືກຕ້ອງ, ສອດຄ່ອງ ຕາມເປົ້າຫມາຍ, ຫນ້າວຽກຕົວຈິງ ຢ່າງມີປະສິດທິພາບສູງ.

ໃນກອງປະຊຸມ ແມ່ນໄດ້ມີການນຳສະເຫນີ ສະພາບລວມ ກ່ຽວກັບການຫັນເປັນ ລັດຖະບານ ດີຈີຕອນ ຂອງ ສປປ ລາວ ແລະ ຂອງ ແຂວງອຸດົມໄຊ, ການພັດທະນາ (AI) ໃນ ສປປ ລາວ, ຄວາມຮູ້ພື້ນຖານ ແລະ ການນຳໃຊ້ ປັນຍາປະດິດ (AI) ເຂົ້າໃນວຽກງານບໍລິຫານລັດ. ຈາກນັ້ນ ໄດ້ມີການແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ພ້ອມທັງ ມີການທົດລອງຕົວຈິງ ດ້ວຍການນຳໃຊ້ ປັນຍາປະດິດ (AI) ເຂົ້າໃນການຈັດຕັ້ງປະຕິບັດວຽກງານ.

ກອງປະຊຸມ ມີຕາງຫນ້າຄະນະພັກ, ຄະນະນຳ ແລະ ວິຊາການ ຈາກບັນດາຂະແຫນງການອ້ອມຂ້າງແຂວງ ເຂົ້າຮ່ວມ.


ແກ່ນຈັນ 2 ເດືອນຜ່ານມາ

ເນື້ອຫາທີ່ກ່ຽວຂ້ອງ:

ຮັບແຈ້ງບັນຫາ

ກະລຸນາແຈ້ງໃຫ້ພວກເຮົາຊາບ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

...

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ

...

ຕິດຕາມເຟສບຸກເພສ