ໃນຕອນເຊົ້າວັນທີ 26 ກັນຍາ 2025 ນີ້ ຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ (ຄຄອຂ) ໄດ້ຈັດຝຶກອົບຮົມສຳມະນາສ້າງຄວາມເຂັ້ມແຂງວຽກງານຄະນະກຳມະການຄຸ້ມຄອງອິນເຕີເນັດ ໃຫ້ຄະນະກຳມະການຄຸ້ມຄອງອິນເຕີເນັດ ຂັ້ນເມືອງ ຢູ່ເມືອງຫຼາ ໂດຍການເປັນປະທານຂອງທ່ານ ອານົງສັກ ສັນຕິສຸກ ກຳມະການພັກຮາກຖານ ຮອງຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ, ເປັນກຽດເຂົ້າຮ່ວມພິທີດັ່ງກ່າວໂດຍທ່ານ ເນັ້ງເຮີ ເລ່ຍເຊີ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງ ເມືອງຫຼາ, ມີບັນດາທ່ານຄະນະກຳມະການຄຸ້ມຄອງອິນເຕີເນັດຢູ່ຂັ້ນເມືອງ, ຫົວໜ້າ ຮອງຫົວໜ້າຫ້ອງການ, ພະນັກງານວິຊາການຂັ້ນເມືອງ ແລະ ທີມງານຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ ເຂົ້າຮ່ວມທັງໝົດ 31 ທ່ານ, ຍິງ 15 ທ່ານ.
ຈຸດປະສົງການຝຶກອົບຮົມໃນຄັ້ງນີ້ ເພື່ອເຜີຍແຜ່ນິຕິກໍາວຽກງານຂອງ ຄະນະຄຸ້ມຄອງອິນເຕີເນັດ ໃຫ້ຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນເມືອງ (ຄຄອມ), ພະນັກງານ-ລັດຖະກອນ ຂັ້ນເມືອງ ໄດ້ຮັບຮູ້, ເຂົ້າໃຈ ແລະ ເປັນທິດທາງໃນ ການຈັດຕັ້ງປະຕິບັດ. ພ້ອມນັ້ນ ກໍ່ຝຶກອົບຮົມສ້າງຄວາມເຂົ້າໃຈຕໍ່ກັບວຽກງານຄວາມປອດໄພໄຊເບີທີ່ ຈໍາເປັນຕໍ່ການຫັນເປັນດິຈິຕອນ, ຮັບຮູ້ໄພຄຸກຄາມຈາກອິນເຕີເນັດ ແລະ ວິທີປ້ອງກັນ, ການຄົ້ນຫາຂໍ້ມູນ ຫຼັກຖານທາງອອນລາຍ, ການຕອບໂຕ້ບັນຫາສື່ສັງຄົມອອນລາຍ ເສີມສ້າງທັກສະ ຍົກລະດັບຄວາມ ເຂັ້ມແຂງດ້ານຄວາມປອດໄພທາງໄຊເບີ ເພື່ອນໍາໄປເຜີຍແຜ່ໃຫ້ຄວາມຮູ້ ໃຫ້ແກ່ອົງການຈັດຕັ້ງຕົນ ແລະ ສັງຄົມ ໃຫ້ຫຼຸດຄວາມສ່ຽງຕ່າງໆ ທີ່ອາດຈະເກີດຂື້ນຕໍ່ກັບຕົນເອງ, ການຈັດຕັ້ງ ແລະ ສັງຄົມ.ໃນລະຫວ່າງການຝຶກອົບຮົມ ຜູ້ເຂົ້າຮ່ວມໄດ້ມີການສົນທະນາແລກປ່ຽນຄຳຄິດເຫັນໃນທາງວິຊາການ ຢ່າງກົງໄປກົງມາ.
ໃນຕອນທ້າຍຂອງກອງປະຊຸມ ທ່ານປະທານກອງປະຊຸມໄດ້ມີຄຳເຫັນໂອ້ລົມ ໂດຍໄດ້ໃຫ້ຮູ້ເຖີງຄວາມໝາຍຄວາມສຳຄັນຂອງວຽກງານຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນເມືອງ, ການຄຸ້ມຄອງ ການນຳໃຊ້ອິນເຕີເນັດ ເວົ້າລວມເວົ້າສະເພາະ ແມ່ນການສະກັດກັ້ນ ແລະ ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂື້ນຢູ່ໃນສັງຄົມ ຜ່ານທາງອິນເຕີເນັດ ຫຼື ສື່ສັງຄົມອອນລາຍ ເປັນຕົ້ນ ການຕົວະຍົວະຫລອກລວງ, ການໂຄສະນາໃສຮ້າຍປ້າຍສີຕໍ່ການຊີ້ນຳພາຂອງພັກ-ລັດ ແລະ ການກະທຳອື່ນໆທີ່ຜິດຕໍ່ລະບຽບກົດໝາຍບ້ານເມືອງ ພ້ອມທັງຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງປະສານສົມທົບກັບຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນເມືອງ ແລະ ນຳເອົາບົດຮຽນດັ່ງກ່າວ ໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈີງໃຫ້ໄດ້ຮັບຜົນດີ.