Banner

ຝຶກອົບຮົມ ການນໍາໃຊ້ລະບົບເວັບໄຊ ໃຫ້ຄະນະກວດກາພັກແຂວງອຸດົມໄຊ

ໃນຕອນເຊົ້າຂອງວັນທີ 27 ສິງຫາ 2025 ທີ່ຜ່ານມາ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ໄດ້ຝຶກອົບຮົມການນຳໃຊ້ເວັບໄຊ ໃຫ້ຄະນະກວດກາພັກແຂວງ ເຊິ່ງໄດ້ຈັດຂື້ນທີ່ຫ້ອງປະຊຸມຄະນະກວດກາພັກແຂວງ ໂດຍການເປັນປະທານຂອງ ທ່ານ ອູ່ແສງ ເພັດຊະວົງ ຮອງປະທານ ຄະນະກວດກາພັກແຂວງ, ມີວິທະຍາກອນຈາກ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ຈຳນວນ 02 ທ່ານ, ຍິງ 0 ທ່ານ, ມີນັກສໍາມະນາກອນຈາກຄະນະກວດກາແຂວງ ທັງໝົດ 15 ທ່ານ, ຍິງ 06 ທ່ານ. ການຈັດສຳມະນາໃນຄັ້ງນີ້ ເພື່ອຝຶກອົບຮົມ ສ້າງຄວາມເຂັ້ມແຂງໃຫ້ພະນັກງານ-ລັດຖະກອນ ຄະນະກວດກາພັກ ແຂວງ ໃຫ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບການຫັນເປັນດິຈິຕອນ ແລະ ການນຳໃຊ້ລະບົບເວັບໄຊ ພ້ອມທັງສາມາດນຳໃຊ້ເຂົ້າໃນວຽກງານບໍລິຫານ ແລະ ບໍລິການລັດແບບດິຈິຕອນໄດ້ຢ່າງມີປະສິດທິພາບ ພ້ອມທັງເປັນການຊຸກຍູ້, ສົງເສີມການຫັນເປັນດິຈິຕອນພາຍໃນແຂວງ.

ການຈັດການຝຶກອົບຮົມການນຳໃຊ້ລະບົບເວັບໄຊ ໃຫ້ຄະນະກວດກາພັກແຂວງຄັ້ງນີ້ ໄດ້ນຳສະເໜີບັນດາຫົວຂໍ້ ດັ່ງນີ້:

  • ນຳສະເໜີການຫັນເປັນດິຈິຕອນ;
  • ນຳສະເໜີຂັ້ນຕອນການນຳໃຊ້ລະບົບ ພາກທິດສະດີ;
  • ເຂົ້າທົດລອງນຳໃຊ້ເວັບໄຊ ພາກປະຕິບັດຕົວຈິງ.

ພາຍຫຼັງສຳເລັດການນຳສະເໜີແລ້ວ ຜູ້ເຂົ້າຮ່ວມໄດ້ມີການສົນທະນາແລກປ່ຽນຄຳຄິດເຫັນໃນທາງວິຊາການ ຢ່າງກົງໄປກົງມາ.

ໃນການຝຶກອົບຮົມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ມີຄວາມເຂົ້າໃຈ ແລະ ສາມາດນຳໃຊ້ລະບົບເວັບໄຊ ໄດ້ໃນເບື້ອງຕົ້ນ ເຊັ່ນ: ການກຳນົດຂໍ້ມູນລະບົບ, ການຈັດການຂໍ້ມູນຜູ້ໃຊ້, ການຈັດໝວດໝູ່ບົດຄວາມ, ການຈັດການບົດຄວາມ, ການຈັດການເມນູ ແລະ ການຈັດການວິດເຈັດ.

ກອງປະຊຸມຝຶກອົບຮົມໄດ້ດຳເນີນເປັນເວລາ 01 ຕອນ ແລະ ປິດລົງດ້ວຍຜົນສຳເລັດຕາມລະດັບຄາດໝາຍ

ແກ່ນຈັນ 1 ເດືອນຜ່ານມາ