
ໃນລະຫວ່າງວັນທີ 22 ພຶດສະພາ - 03 ມີຖຸນາ 2025 ຜ່ານມານີ້ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ໄດ້ລົງຕິດຕາມ, ຊຸກຍູ້ ວຽກງານເຕັກໂນໂນໂລຊີ ແລະ ການສື່ສານ, ເຜີຍແຜ່ນິຕິກຳ ແລະ ປຶກສາຫາລືກັບຄະນະນຳຂອງເມືອງ ໃນການແຕ່ງຕັ້ງຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນເມືອງ (ຄຄອມ) ຄື: ເມືອງຫລາ, ເມືອງນາໝໍ້ ແລະ ເມືອງງາ. ໂດຍການນຳພາຂອງ ທ່ານ ນາງ ປິ່ນຄຳ ອຸ່ນລະຄອນ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ, ຮອງປະທານຄະນະກຳມະການຄຸ້ມຄອງອິນເຕີເນັດ ຂັ້ນແຂວງ, ມີບັນດາທ່ານເຈົ້າເມືອງ, ຮອງເຈົ້າເມືອງ, ຫົວໜ້າຫ້ອງວ່າການເມືອງ, ຫົວໜ້າໜ່ວຍງານ ເຕັກໂນໂລຊີ ແລະ ການສື່ສານ ເມືອງ ແລະ ກອງເລຂາຄະນະກຳມະການຄຸ້ມຄອງອິນເຕີເນັດ ຂັ້ນແຂວງ ເຂົ້າຮ່ວມ.
ຈຸດປະສົງ ຂອງການລົງເຄື່ອນໄຫວວຽກຄັ້ງນີ້ແມ່ນ ເພື່ອສ້າງຕັ້ງຄະນະກຳມະການຄຸ້ມຄອງອິນເຕີເນັດ ຂັ້ນເມືອງ (ຄຄອມ) ແລະ ສ້າງຄວາມເຂົ້າໃຈຕໍ່ກັບວຽກງານດັ່ງກ່າວ, ກົນໄກການປະສານງານ, ການຄຸ້ມຄອງວຽກງານເຕັກໂນໂລຊີ ແລະ ການສື່ສານ ທີ່ບໍ່ຖືກຕ້ອງຕາມລະບຽບການ. ໃນໂອກາດທີ່ລົງເຄື່ອນໄຫວຊຸກຍູ້ວຽກງານດັ່ງກ່າວນັ້ນ ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ໄດ້ ມອບຄອມພິວເຕີ 1 ຊຸດ ໃຫ້ໜ່ວຍງານ ເຕັກໂນໂລຊີ ແລະ ການສື່ສານ ເມືອງນາໝໍ້, ພ້ອມທັງມອບ-ຮັບລະບົບຄຸ້ມຄອງເອກະສານເອເລັກໂຕຣນິກ (e-Document) ແລະ ຝຶກອົບຮົມການນຳໃຊ້ລະບົບຄຸ້ມຄອງເອກະສານເອເລັກໂຕຣນິກ (e-Document) ໃຫ້ພະນັກງານຫ້ອງວ່າການເມືອງຫລາ, ເມືອງນາໝໍ້ ແລະ ເມືອງງາ; ນອກຈາກນີ້ ຍັງໄດ້ແນະນຳເພີ່ມເຕີມກ່ຽວກັບການນຳໃຊ້ລະບົບບໍລິຫານລັດດິຈິຕອນ ເປັນຕົ້ນ ການນຳໃຊ້ລະບົບ G-Chat, G-Drive/G-Share ແລະ ການເພີ່ມຂໍ້ມູນຂ່າວລົງເວັບໄຊ