
ກອງປະຊຸມດຳເນີນຊີວິດການເມືອງທ້າຍສະໄຫມ ແລະ ທາບທາມບຸກຄະລາກອນຮອບ 2 ກ່ອນການດຳເນີນກອງປະຊຸມໃຫຍ່ຄັ້ງທີ II ຂອງຄະນະພັກຮາກຖານ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ໂດຍການເປັນປະທານ ຂອງທ່ານ ອ່ອນແກ້ວ ອຸ່ນອາລົມ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງອຸດົມໄຊ, ມີທ່ານ ນ.ປິ່ນຄຳ ອຸ່ນລະຄອນ ເລຂາຄະນະພັກຮາກຖານ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ, ມີຄະນະໜ່ວຍພັກ, ຄະນະຮັບຜິດຊອບຂັ້ນແຂວງ ແລະ ສະມາຊິກພັກສົມບູນພາຍໃນໜ່ວຍເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມ ໄດ້ຜ່ານ ຮ່າງບົດສຳຫຼວດນຳພາ-ຊີ້ນຳລວມຂອງຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະການສື່ສານ ແຂວງໄລຍະ 1 ສະໄໝຜ່ານມາ ໂດຍໄດ້ຍົກໃຫ້ເຫັນດ້ານດີ, ຜົນງານ, ດ້ານອ່ອນ - ຂໍ້ຄົງຄ້າງ, ບົດຮຽນທີ່ໄດ້ຖອດຖອນໄດ້ ແລະ ມາດຕະການ, ວິທີແກ້ໄຂດ້ານອ່ອນຄົງຄ້າງໃນຕໍ່ໜ້າ, ໃນນີ້ປະທານມີຄຳເຫັນເຈາະຈິ້ມ ຕໍ່ບົດດັ່ງກ່າວເພື່ອໃຫ້ຄະນະຮັບຜິດຊອບ ແລະ ສະມາຊິກພັກປະກອບຄຳເຫັນຕໍ່ຮ່າງບົດສຳຫລວດການນຳພາ-ຊີ້ນຳລວມ ຂອງຄະນະພັກຮາກຖານ ແລະ ຜ່ານບົດສຳຫລວດບຸກຄົນ ຂອງຄະນະພັກ, ຈາກນັ້ນຫມູ່ຄະນະກໍ່ໄດ້ປະກອບຄຳເຫັນຕໍ່ບຸກຄົນຂອງຄະນະພັກ.ໃນກອງປະຊຸມຄະນະພັກຂັ້ນເທິງຍັງໄດ້ມີຄຳເຫັນໂອ້ລົມຕໍ່ການດຳເນີນຊີວິດການເມືອງທ້າຍສະໄຫມ ແລະ ເນັ້ນຫນັກຕໍ່ການທາບທາມບຸກຄະລາກອນ, ຈາກນັ້ນ ຜູ້ເຂົ້າຮ່ວມຍັງໄດ້ໃຊ້ສິດປະຊາທິປະໄຕ ຂອງຕົນ ປ່ອນບັດຄັດເລືອກເອົາລາຍຊື່ຜູ້ທີ່ສະໝັກເລືອກຕັ້ງເປັນຄະນະພັກຊຸດໃໝ່