![](https://dtc-odx.gov.la/img/posts/PHorGDH6CiIdWARaxy6q.jpg)
ໃນວັນທີ 08 ມັງກອນ 2025 ນີ້, ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ໄດ້ຈັດຝຶກອົບຮົມສຳມະນາ ການນຳໃຊ້ລະບົບບໍລິຫານລັດແບບດິຈິຕອນ (Digital Government) ແລະ ການນຳໃຊ້ອິນເຕີເນັດຢ່າງປອດໄພ (Internet Safety) ໃຫ້ແກ່ພະນັກງານ-ລັດຖະກອນ ພາຍໃນພະແນກ, ເຊິ່ງໄດ້ຈັດຂື້ນຢູ່ທີ່ຫ້ອງປະຊຸມພະແນກເຕັກໂນໂລຊີ ແລະ ການສື່ສານ ໂດຍການເປັນປະທານຂອງ ທ່ານ ນາງ ປິ່ນຄຳ ອຸ່ນລະຄອນ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ, ມີວິທະຍາກອນຈາກ ຂະແໜງ ດິຈິຕອນ ແລະ ຄວາມປອດໄພໄຊເບີ ຈຳນວນ 02 ທ່ານ, ມີນັກສໍາມະນາກອນຈາກ ພະແນກ ເຕັກໂນໂລຊີ ແລະ ການສື່ສານ, ພະແນກ ແຜນການ ແລະ ການລົງທືນ, ພະແນກ ຊັັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ເມືອງໄຊ ເຂົ້າຮ່ວມທັງໝົດ 15 ທ່ານ, ຍິງ 06 ທ່ານ.
ຈຸດປະສົງຂອງການຈັດຝຶກອົບຮົມສຳມະນາໃນຄັ້ງນີ້ ແມ່ນເພື່ອເຮັດໃຫ້ນັກສຳມະນາກອນ ມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ກັບວຽກງານການຫັນເປັນລັດຖະບານດິຈິຕອນ (Government Digital Transformation, ເສີມສ້າງທັກສະການນຳໃຊ້ລະບົບບໍລິຫານລັດແບບດີຈີຕອນ ແລະ ການນຳໃຊ້ອີນເຕີເນັດໃຫ້ມີຄວາມຖືກຕ້ອງ ແລະ ປອດໄພ ພ້ອມທັງນຳເອົາບົດຮຽນດັ່ງກ່າວໄປຈັດຕັ້ງຜັນຂະຍາຍ ເຂົ້າໃນປະຕິບັດເຂົ້າໃນວຽກງານຕົວຈີງໃນອົງກອນ ໃຫ້ມີປະສິດທິພາບ, ປະສິດທິພົນ ແລະ ມີຄວາມປອດໄພຫຼາຍຂື້ນ.
ການຈັດການຝຶກອົບຮົມສຳມະນາໃນຄັ້ງນີ້ ວິທະຍາກອນ ໄດ້ນຳສະເໜີບັນດາຫົວຂໍ້ດັ່ງນີ້:
- ການຫັນເປັນລັດຖະບານດີຈີຕອນ (Digital Government Transformation);
- ຄວາມປອດໄພໄຊເບີ (Cybersecurity);
- ການນຳໃຊ້ຂໍ້ມູນຂ່າວສານຜ່ານອີນເຕີເນັດໃຫ້ຖືກຕ້ອງ ແລະ ປອດໄພ (Internet Safety);
- ການນຳໃຊ້ລະບົບຫ້ອງການທັນສະໄໝ (E-Office) ເບື້ອງຕົ້ນ.
ໃນວາລະການຝຶກອົບຮົມສຳມະນາດັ່ງກ່າວ ບັນດານັກສຳມະນາກອນ ແລະ ວິທະຍາກອນ ໄດ້ມີການສົນທະນາແລກປ່ຽນຄຳຄິດເຫັນດ້ານວິຊາການຢ່າງກົງໄປກົງມາ ແລະ ເຫັນໄດ້ວ່ານັກສຳມະນາກອນ ໄດ້ມີຄວາມເຂົ້າໃຈຕໍ່ກັບການຫັນເປັນລັດຖະບານດິຈິຕອນ, ຮັບຮູ້ເຖີງໄພອັນຕະລາຍ, ຮູ້ໄດ້ວິທີປ້ອງການໄພຄຸກຄວາມຈາກອິນເຕີເນັດ ແລະ ສາມາດນຳໃຊ້ລະບົບຫ້ອງການທັນສະໄໝໄດ້ໃນເບື້ອງຕົ້ນ. ພິທີຈັດຝຶກອົບຮົມດັ່ງກ່າວ ໄດ້ດຳເນີນໄປເປັນເວລາ 1 ວັນເຕັມ ແລະ ອັດລົງດ້ວຍຜົນສຳເລັດຕາມລະດັບຄາດໝາຍ.