Banner

ຄວາມເຂົ້າໃຈ ກ່ຽວກັບທຸລະກຳຊັບສິນດີຈີຕອນ (Digital Asset Transaction)

ຄວາມເຂົ້າໃຈ ກ່ຽວກັບ ທຸລະກຳຊັບສິນດີຈີຕອນ

    1. ທຸລະກໍາຊັບສິນດິຈິຕອນ

      ທຸລະກໍາຊັບສິນດິຈິຕອນ ແມ່ນ ການດໍາເນີນກິດຈະການໃດຫນຶ່ງ ຫຼື ທັງຫມົດກິດຈະການກ່ຽວກັບ ທຸລະກິດຊັບສິນດິຈິຕອນ ດ້ວຍການນໍາໃຊ້ເຕັກໂນໂລຊີ ກຸ່ມຂໍ້ມູນຜູກພັນ (Blockchain) ນັບແຕ່ຂອດການ ຂຸດຄົ້ນໄປຈົນເຖິງຂອດບໍລິການຊື້-ຂາຍ ຫຼື ແລກປ່ຽນລະຫວ່າງເງິນຄຣິບໂຕດ້ວຍກັນ.

    2. ຊັບສິນດິຈິຕອນ (Digital Asset).

      ຊັບສິນດິຈິຕອນ (Digital Asset) ໝາຍເຖິງ ຊັບສິນທີ່ຖືກສ້າງຂຶ້ນດ້ວຍຂໍ້ມູນທາງເອເລັກໂຕຣນິກ ເພື່ອໃຫ້ເປັນຕົວກາງໃນການແລກປ່ຽນ ຫຼື ຊື້-ຂາຍ ດ້ວຍກັນ. ຊັບສິນດິຈິຕອນ ແບ່ງອອກເປັນ 02 ປະເພດ ຄື:

ກ. ເງິນຄຣິບໂຕ (Crypto Currency) ແມ່ນຂໍ້ມູນດິຈິຕອນທີ່ຖືກສ້າງຂຶ້ນໃນລະບົບເຄືອຂ່າຍເອເລັກໂຕຣນິກໃນຫຼາຍຮູບແບບ ເຊັ່ນ: ບິດຄອຍ (Bitcoin), ອີເທີລຽມ (Ethereum), ໄລຄອຍ (Litecoin) ແລະ ອື່ນໆອີກ.

ຂ. ຫຼຽນໂທເກັນດິຈິຕອນ (Digital Token) ແມ່ນຂໍ້ມູນເອເລັກໂຕຣນິກສ້າງຂຶ້ນເປັນລະບົບ ຫຼຽນດິຈິຕອນເພື່ອໃຊ້ງານສະເພາະຕາມຈຸດປະສົງຢ່າງໃດຢ່າງຫນຶ່ງຂອງຜູ້ສ້າງຫຼຽນ ຫຼື ກໍານົດສິດຂອງ ບຸກຄົນໃນການຮັບສິນຄ້າ, ການບໍລິການ ຫຼື ການຮ່ວມລົງທຶນເຊິ່ງແບ່ງເປັນ 02 ປະເພດຫຼັກ ຄື: ໂທເກັນດິຈິຕອນເພື່ອການລົງທຶນ (Investment Token) ແລະ ໂທເກັນດິຈິຕອນເພື່ອການໃຊ້ປະໂຫຍດ (Utility Token).

    1. ສູນຊື້-ຂາຍເງິນຄຣິບໂຕ.

      ແມ່ນ ລະບົບຖານ (Platform) ທີ່ໄດ້ຮັບອະນຸຍາດຈາກທະນາຄານ ແຫ່ງ ສປປ ລາວ ເພື່ອໃຫ້ບໍລິການຊື້-ຂາຍ ຫຼື ແລກປ່ຽນ ຊັບສິນດິຈິຕອນ ຫຼື ອໍານວຍຄວາມສະດວກໃຫ້ ຜູ້ໃຊ້ບໍລິການທີ່ມີຄວາມຕ້ອງການຊື້-ຂາຍ ຫຼື ແລກປ່ຽນຊັບສິນດິຈິຕອນສາມາດຕົກລົງ ຫຼື ຈັບຄູ່ເຮັດທຸລະກໍານໍາກັນໄດ້;

    2. ປະເພດທຸລະກິດຊັບສິນດິຈິຕອນ

      ທຸລະກິດຊັບສິນດິຈິຕອນທີ່ອະນຸຍາດໃຫ້ດໍາເນີນທຸລະກໍາທົດລອງຢູ່ ສປປ ລາວ ມີ 02 ປະເພດ ດັ່ງນີ້:

1. ການຂຸດຄົ້ນເງິນຄຣິບໂຕ.

2. ການຊື້-ຂາຍເງິນຄຣິບໂຕ.

ການຂຸດຄົ້ນເງິນຄຣິບໂຕ ແມ່ນການດໍາເນີນກິດຈະການທີ່ນໍາໃຊ້ຊັບພະຍາກອນຄອມພິວເຕີ ຫຼື ອຸປະກອນເອເລັກໂຕຣນິກ ເພື່ອຢັ້ງຢືນທຸລະກໍາໃຫ້ລະບົບ ຫຼື ຄໍານວນສົມຜົນຄະນິດສາດ ແລ້ວໄດ້ຜົນຕອບ ແທນເປັນຫົວຫນ່ວຍເງິນຄຣິບໂຕ.

ການຊື້-ຂາຍເງິນຄຣິບໂຕ ແມ່ນການດໍາເນີນກິດຈະການບໍລິການຊື້-ຂາຍ, ແລກປ່ຽນເງິນຄຣິບໂຕ ຢູ່ ໃນສູນຊື້-ຂາຍເງິນຄຣິບໂຕ ທີ່ໄດ້ຮັບອະນຸຍາດຈາກທະນາຄານແຫ່ງ ສປປ ລາວ.

      1. ອົງການຄຸ້ມຄອງ

      ລັດຖະບານ ຄຸ້ມຄອງທຸລະກໍາຊັບສິນດິຈິຕອນຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວ ປະເທດໂດຍມອບໃຫ້:

      2. ກະຊວງເຕັກໂນໂລຊີ ແລະ ການສື່ສານ.

      ເປັນຜູ້ຮັບຜິດຊອບໂດຍກົງ ໃນການຄຸ້ມຄອງ, ຕິດຕາມກວດກາ ແລະ ອະນຸມັດການນໍາໃຊ້ເຕັກໂນໂລຊີເພື່ອດໍາເນີນທຸລະກິດຂຸດຄົ້ນເງິນຄຣິບໂຕ ແລະ ລະບົບຖານການ ຊື້-ຂາຍເງິນຄຣິບໂຕ ບົນພື້ນຖານປະສານສົມທົບ ແລະ ແລກປ່ຽນຂໍ້ມູນຂ່າວສານກັບພາກສ່ວນ ກ່ຽວຂ້ອງ;

      3. ທະນາຄານແຫ່ງ ສປປ ລາວ.

      ເປັນຜູ້ຮັບຜິດຊອບໂດຍກົງ ໃນການຄຸ້ມຄອງ, ຕິດຕາມກວດກາທຸລະກິດ ການຊື້-ຂາຍເງິນຄຣິບໂຕ ບົນພື້ນຖານປະສານສົມທົບ ແລະ ແລກປ່ຽນຂໍ້ມູນຂ່າວສານກັບພາກສ່ວນ ກ່ຽວຂ້ອງ ແລະ ຄຸ້ມຄອງກະແສເງິນຕາຕ່າງປະເທດເຂົ້າ-ອອກ ສປປ ລາວ ຕິດພັນກັບການເຄື່ອນໄຫວ ຂຸດຄົ້ນ ແລະ ຊື້-ຂາຍເງິນຄຣິບໂຕ.

     1. ສຳລັບຢູ່ ຂັ້ນແຂວງ ແມ່ນທາງສູນກາງ ຍັງບໍ່ທັນໄດ້ແບ່ງຂັ້ນຄຸ້ມຄອງ ຫຼື ແບ່ງຄວາມຮັບຜິດຊອບໃຫ້ເທື່ອ.

      2. ສຳລັບ ຢູ່ ແຂວງອຸດົມໄຊ ແມ່ນມີ 2 ບໍລິສັດ ທີ່ເຮັດການທົດລອງຂຸດຄົ້ນຊັບສິນດີຈີຕອນ ຄື 1) ບໍລິສັດ ອິນແປງ ກຣຸບ ຈຳກັດຜູ້ດຽວ ໂຄງການຕັ້ງຢູ່ ເມືອງໄຊ, 2) ບໍລິສັດ ລາວວິໄອພີ ໂຄງການຕັ້ງຢູ່ ເມືອງນາໝໍ້.

      3. ຜົນການລົງກວດກາ ບໍລິສັດ ອິນແປງ ກຣຸບ ຈຳກັດຜູ້ດຽວ ມີດັ່ງນີ້:

      1. ຄະນະລົງຕິດຕາມກວດກາໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດໂຄງການທົດລອງຂຸດຄົ້ນຊັບສິນດິຈິຕ໋ອນ ຄື: ບໍລິສັດໄດ້ຍື່ນເອກະສານຂໍເຊັນສັນຍາ ແລະ ແຜນການນໍາໃຊ້ພະລັງງານໄຟຟ້າໃຫ້ ລັດວິສາຫະກິດໄຟຟ້າລາວດົນແລ້ວ, ເອກະສານນໍາເຂົ້າອຸປະກອນ ແມ່ນຫາກໍໄດ້ຈາກຢັ້ງຢືນຈາກກອງເລຂາ (ກົມເຕັກໂນໂລຊີດິຈິ ຕ໋ອນ) ໃນວັນທີ 03/10/2022, ສ່ວນສະຖານທີ່ຕັ້ງໂຮງງານທີ່ໃກ້ຊຸມຊົນນັ້ນ ແມ່ນສະເໜີຂໍໃຫ້ພິຈາລະນາຕື່ມເພາະທາງບໍລິສັດໄດ້ມີການບຸກເບີກແລ້ວຈໍານວນໜຶ່ງ.

      2. ຄະນະລົງກວດກາ ໄດ້ລົງກວດເບິ່ງພື້ນທີ່ຕົວຈິງ ເຫັນວ່າມີຄວາມຄືບໜ້າໜ້ອຍໜຶ່ງ ຄື: ມີການປັບໜ້າດິນ, ມີໂຄງສ້າງໂຮງເຮືອນຈໍານວນໜຶ່ງ. ສຳລັບສະຖານທີ່ຕັ້ງໂຮງງານຂຸດຄົ້ນເງິນຄຣິບໂຕ ແມ່ນໃກ້ກັບຊຸມຊົນຫຼາຍ ຊຶ່ງອາດຈະມີຜົນກະທົບພາໃຫ້ເກີດມົນລະຜິດທາງສຽງໄດ້. ຖ້າຫາກບໍລິສັດມີຈຸດປະສົງຢາກສືບຕໍ່ກໍ່ສ້າງໂຮງງານຢູ່ສະຖານທີ່ດັ່ງກ່າວ ບໍລິສັດຕ້ອງຮັບປະກັນບໍ່ໃຫ້ມີຜົນກະທົບເກີດມົນລະຜິດທາງສຽງ, ການຕິດຕັ້ງເຄື່ອງຂຸດອາດເລີ່ມຈາກ 5%, 10% ແລ້ວຄ່ອຍເພີ່ມລະດັບຂຶ້ນເປັນແຕ່ລະໄລຍະ, ແຕ່ຖ້າຈະດຳເນີນຕາມແຜນ ເປັນໂຮງງານຂະໜາດໃຫຍ່, ໃຊ້ໄຟຟ້າຫຼາຍ, ມີເຄື່ອງຂຸດຈໍານວນຫຼາຍ ແມ່ນຕ້ອງໄດ້ຍ້າຍໂຮງງານໄປສະຖານທີ່ອື່ນ, ຊຶ່ງຄວາມຜິດພາດດ້ານເຕັກນິກ-ພື້ນຖານໂຄງລ່າງທັງໝົດ ແມ່ນຍ້ອນບໍລິສັດດຳເນີນການໂດຍບໍ່ມີການວິເຄາະຄວາມເປັນໄປໄດ້ດ້ານເຕັກນິກຂອງໂຄງການ (ໂຄງການບໍ່ມີບົດວິພາກ).

      3. ຟຟລ ໄດ້ໃຫ້ຂໍ້ມູນຊີ້ແຈງກ່ຽວກັບເອກະສານຍື່ນຂໍເຊັນສັນຍາຊື້ຂາຍໄຟຟ້າວ່າ ຟຟລ ມີຄວາມຍິນດີສະໜອງໄຟຟ້າໃຫ້ບໍລິສັດຕາມການສະເໜີ ແຕ່ບໍລິສັດຕ້ອງຢັ້ງຢືນຄືນວ່າ ຈໍານວນໄຟຟ້າທີ່ຕ້ອງການນໍາໃຊ້ແມ່ນເທົ່າໃດແທ້ ເພາະເບື້ອງຕົ້ນບໍລິສັດໄດ້ສະເໜີຂໍນໍາໃຊ້ໄຟຟ້າ ແຮງດັນ 22KV ຈໍານວນ 30 ເມກາວັດ, ແຕ່ຊ້ວງຫຼັງພັດຂໍນໍາໃຊ້ ຈໍານວນ 15 ເມກາວັດ. ພ້ອມດຽວກັນ ຟຟລ ໄດ້ສະເໜີເງື່ອນໄຂການເຊັນສັນຍາຊື້ຂາຍໄຟຟ້າ 02 ບັນຫາ ຄື: ບໍລິສັດຕ້ອງໄດ້ລົງທຶນໃນການຍົກຍ້າຍອຸປະກອນບາງຢ່າງຈາກສະຖານີໄຟຟ້າ ເພື່ອໃຫ້ສະຖານີສາມາດກະຈາຍໄຟຟ້າໃຫ້ວຽກຄຣິບໂຕ ແລະ ບໍ່ແຕະຕ້ອງການກະຈາຍໄຟຟ້າໃຫ້ຊຸມຊົນ; ບໍລິສັດຕ້ອງໄດ້ຈ່າຍຄ່າໄຟຟ້າ ອັດຕາ 7.68 ເຊັນໂດລາສະຫະລັດ ເພາະມີຄ່າລຸ້ຍຫ້ຽນຕ່າງ.

      4. ຄະນະລົງກວດກາ ສະເໜີໃຫ້ບໍລິສັດ ສະໜອງເອກະສານໃຫ້ແກ່ກອງເລຂາ (ກົມເຕັກໂນໂລຊີດິຈິຕ໋ອນ) ຄື: ບົດວິພາກເສດຖະກິດ-ເຕັກນິກ (ສະບັບທີ່ປັບປຸງເຕັກນິກສົມບູນແລ້ວ), ເອກະສານເຊັນສັນຍາຊື້-ຂາຍໄຟຟ້າ ແລະ ແຜນນໍາໃຊ້ໄຟຟ້າ, ສັນຍາກໍ່ສ້າງ ແລະ ສັນຍາເຊົ່າທີ່ດິນ, ເອກະສານນໍາເຂົ້າອຸປະກອນ (ໃບສັ່ງຊື້ອຸປະກອນ, ບິນຈ່າຍເງິນ, ແລະ ອື່ນໆ), ສະໜອງຂໍ້ມູນລາຍລະອຽດຂອງເຄື່ອງຂຸດ (ໃຊ້ໄຟຟ້າເທົ່າໃດ, ຄວາມແຮງຂອງສຽງ, ແລະ ອື່ນໆ). ການສະໜອງເອກະສານ ແມ່ນໃຫ້ສໍາເລັດພາຍໃນ 30 ວັນປະຕິທິນ ໂດຍເລີ່ມນັບແຕ່ມື້ລົງກວດການີ້ເປັນຕົ້ນໄປ. ຖ້າຫາກບໍລິສັດບໍ່ສະໜອງໃຫ້ຕາມກຳນົດເວລາ ດັ່ງກ່າວ ທາງກອງເລຂາໄດ້ລາຍງານຕາມສະພາບ ຄວາມເປັນຈິງ ແລະ ບົນພື້ນຖານຂໍ້ມູນທີ່ໄດ້ຮັບຈາກບໍລິສັດ.

      1. ສ່ວນ ບໍລິສັດ ລາວວິໄອພີ ທີ່ໂຄງການຕັ້ງຢູ່ ເມືອງນາໝໍ້ ແມ່ນຍັງບໍ່ທັນໄດ້ລົງກວດກາ ເທື່ອ.

ປາດີ 10 ເດືອນຜ່ານມາ