1. ເຕັກໂນໂລຊີອາວະກາດ (Space Technology) ແມ່ນຫຍັງ?
ເຕັກໂນໂລຊີອາວະກາດ ເປັນການສຶກສາດາຣາສາດ ແລະ ຫ້ວງອາວະກາດທີ່ຢູ່ນອກເໜືອອານາເຂດຂອງໂລກ ເພື່ອການຮຽນຮູ້ ແລະ ການເຮັດຄວາມເຂົ້າໃຈຕໍ່ຈັກກະວານ, ປາກົດການ ແລະ ດວງດາວຕ່າງໆ ລວມໄປເຖິງການສຶກສາຄົ້ນຄວ້າເພື່ອພັດທະນານະວັດຕະກຳ ແລະ ເຕັກໂນໂລຊີຕ່າງໆ ທີ່ເປັນປະໂຫຍດແກ່ມະນຸດ.
ເຕັກໂນໂລຊີອາວະກາດ (Space Technology) ໝາຍເຖິງ ການນຳອົງປະກອບຄວາມຮູ້, ວິທີການ ແລະເຄື່ອງມືທາງວິທະຍາສາດ ມາປະຍຸກໃຊ້ໃນການສຶກສາດາຣາສາດ ແລະ ຫ້ວງອາວະກາດທີ່ຢູ່ນອກເໜືອອານາເຂດຂອງໂລກຢ່າງເໝາະສົມ ທັງເພື່ອການຮຽນຮູ້ ແລະ ການເຮັດຄວາມເຂົ້າໃຈຕໍ່ຈັກກະວານ, ປາກົດການ ແລະ ດວງດາວຕ່າງໆ ລວມໄປເຖິງການສຶກສາຄົ້ນຄວ້າເພື່ອພັດທະນານະວັດຕະກຳ ແລະ ເຕັກໂນໂລຊີຕ່າງໆ ທີ່ເປັນປະໂຫຍດແກ່ມະນຸດ ບໍ່ວ່າຈະເປັນການສຳຫຼວດຊັບພະຍາກອນທຳມະຊາດ, ການສ້າງເຄຶອຂ່າຍຕິດຕໍ່ສື່ສານ ຫຼື ການເຕືອນໄພພິພິບັດຕ່າງໆ.
ໃນທາງວິທະຍາສາດ “ອະວະກາດ” (Space) ໝາຍເຖິງ ອານາບໍລິເວນຂອງທ້ອງຟ້າທີ່ຢູ່ສູງເໜືອພື້ນໂລກໃນລະດັບນ້ຳທະເລຕັ້ງແຕ່ 100 ກິໂລແມັດຂຶ້ນໄປ ໂດຍມີເສັ້ນແບ່ງຂອບເຂດຂອງຊັ້ນບັນຍາກາດກັບອາວະກາດທີ່ເອີ້ນວ່າ “ເສັ້ນຄາຣ໌ມັນ” (Karman Line) ຊຶ່ງເປັນຂອບເຂດສົມມຸດຖານ (Imaginary Boundary) ທີ່ຖືກກຳນົດຂຶ້ນຈາກການທີ່ຊັ້ນບັນຍາກາດ ໃນບໍລິເວນນີ້ມີອາກາດເບົາບາງຫຼາຍຈົນບໍ່ສາມາດເຮັດໃຫ້ເກີດແຮງຍົກໃຕ້ປີກທີ່ພຽງພໍສຳລັບການບິນຂອງເຄື່ອງບິນໄດ້ອີກ ອາວະກາດຈຶ່ງເປັນເຂດພື້ນທີ່ສຸນຍາກາດທີ່ປະກອບໄປດ້ວຍຝຸ່ນຜົງ, ແກ໊ສ ແລະ ໂມເລກຸນຂອງສານຕ່າງໆ ລວມໄປເຖິງລັງສີອີກຫຼວງຫຼາຍທີ່ດຳລົງຢູ່ລະຫວ່າງວັດຖຸທ້ອງຟ້າຕ່າງໆ (Astronomical Object) ໃນຈັກກະວານ.
ເຕັກໂນໂລຊີອາວະກາດທີ່ສຳຄັນປະກອບດ້ວຍ:
- ດາວທຽມ (Satellite): ອຸປະກອນທີ່ຖືກສົ່ງຂຶ້ນໄປວົງໂຄຈອນອ້ອມໂລກຜ່ານການຕິດຕັ້ງເທິງຈະຫຼວດ ຫຼື ຢານຂົນສົ່ງອາວະກາດ ເພື່ອປະຕິບັດການທາງວິທະຍາສາດໃນດ້ານຕ່າງໆ ລວມທັງການຖ່າຍພາບຈາກດາວທຽມ, ກວດວັດແທກສະພາບອາກາດ ແລະ ການສື່ສານໂທລະຄົມມະນາ ໂດຍມີດາວທຽມຂອງສະຫະພາບໂຊວຽດ “ສປຸດນິກ 1” (Sputnik 1) ເປັນດາວທຽມດວງທຳອິດຂອງໂລກທີ່ຖືກສົ່ງຂຶ້ນສູ່ອາວະກາດໃນປີ 1957 ຈົນກາຍເປັນຍຸກບຸກເບີກທີ່ນຳໄປສູ່ການແຂ່ງຂັນທາງຄວາມຮູ້ເຕັກໂນໂລຊີ ແລະ ນະວັດກຳທາງອາວະກາດທີ່ດຳເນີນມາເຖິງປະຈຸບັນ.
- ຈະຫຼວດ (Rocket): ຢານພາຫະນະທີ່ເປັນສ່ວນປະກອບສຳຄັນໃນການສົ່ງດາວທຽມ ຫຼື ຍານສຳຫຼວດອອກສູ່ອາວະກາດ ເຮັດໃຫ້ຈະຫຼວດຈຳເປັນຕ້ອງມີເຄື່ອງຈັກພະລັງງານສູງທີ່ສາມາດເພີ່ມຄວາມໄວ ແລະ ມີແຮງຂັບເຄື່ອນທີ່ພຽງພໍຕໍ່ການເອົາຊະນະແຮງໂນ້ມຖ່ວງຂອງໂລກ ຫຼື ທີ່ເອີ້ນວ່າ “ຄວາມໄວຫຼຸດພົ້ນ” (Escape Velocity) ຊຶ່ງມີຄວາມໄວຢູ່ທີ່ 11.2 ກິໂລແມັດຕໍ່ວິນາທີ.
- ຍານຂົນສົ່ງອາວະກາດ ຫຼື ກະສວຍອາວະກາດ (Space Shuttle): ລະບົບຍານພາຫະນະທີ່ຖືກພັດທະນາຂຶ້ນມາເພື່ອໃຊ້ສົ່ງດາວທຽມ ຫຼື ຍານອາວະກາດ ແທນການໃຊ້ຈະຫຼວດ ເນື່ອງຈາກຈະຫຼວດມີຄ່າໃຊ້ຈ່າຍສູງ ແລະ ມັກເປ່ເພເສຍຫາຍເມື່ອຕົກລົງສູ່ພື້ນ ເຮັດໃຫ້ບໍ່ສາມາດນຳກັບມາໃຊ້ໃໝ່ໄດ້ຄືກັບຢານຂົນສົ່ງອາວະກາດ.
- ສະຖານີອົວກາດ (Space Station): ສຖານີຫລືສິ່ງກໍ່ສ້າງຂະໜາດໃຫຍ່ທີ່ເຄື່ອນທີ່ໂຄຈອນອ້ອມໂລກ ດ້ວຍຄວາມໄວກວ່າ 27,000 ກິໂລແມັດຕໍ່ຊັ່ວໂມງ ເຊັ່ນ: ສະຖານີອົວກາດເມຍຣ໌ (Mir Space Station) ຂອງຣັດເຊຍ ແລະສຖານີອົວກາດນານາຊາດ (International Space Station) ທີ່ໃຊ້ເປັນຫ້ອງປະຕິບັດການທາງວິທະຍາສາດໃນດ້ານຕ່າງ ໆ ຂະນະຟູຕັວຢູ່ເໜືອພື້ນໂລກກວ່າ 400 ກິໂລແມັດ.
- ຍານສະຫຼວດອາວະກາດ (Spacecraft): ຍານພາຫະນະທີ່ນຳມະນຸດ ແລະ ອຸປະກອນອັດຕະໂນມັດອອກສະຫຼວດອາວະກາດ ຫຼື ເດິນທາງໄປສຳຫຼວດທີ່ດວງດາວອື່ນໆ ແບ່ງອອກເປັນ 2 ປະເພດ ຄື:
- ຍານອາວະກາດທີ່ມີມະນຸດຄວບຄຸມ (Manned Spacecraft) ເປັນຍານຂະໜາດໃຫຍ່ທີ່ສາມາດຮອງຮັບການໃຊ້ງານຂອງມະນຸດ ຂະນະດຳລົງຊີວິດຢູ່ໃນອາວະກາດ ເຊັ່ນ: ຍານອະພອນໂລ 11 (Apollo 11) ທີ່ນຳມະນຸດໄປທີ່ດວງຈັນເປັນເທື່ອທຳອິດຂອງໂລກ ປີ 1969 ຍານອາວະກາດທີ່ມີມະນຸດຄວບຄຸມ.
- ຍານອົວກາດທີ່ບໍ່ມີມະນຸດຄວບຄຸມ (Unmanned Spacecraft) ເປັນຍານຂະໜາດນ້ອຍທີ່ມີລະບົບສະໝອງກົນເຮັດໜ້າທີ່ຄວບຄຸມການເຮັດວຽກງານ ໂດຍຍານອາວະກາດປະເພດນີ້ ມັກເຮັດໜ້າທີ່ສຳຫຼວດດາວເຄາະ ແລະ ຫ້ວງອາວະກາດທີ່ຫ່າງໄກ ເປັນການປະຕິບັດພາລະກິດແທນມະນຸດ ເນື່ອງຈາກເວລາທີ່ຕ້ອງໃຊ້ໃນການເດິນທາງອັນຍາວນານ ແລະ ປັດໄຈໃນການດຳລົງຊີວິດໃນອາວະກາດທີ່ຍາກລຳບາກ ເຊັ່ນ: ຢານແຄດສິນີ (Cassini) ທີ່ເດິນທາງໄປສຳຫຼວດດາວເສົາ, ຢານກາລິເລໂອ (Galileo) ທີ່ເດິນທາງໄປສຳຫຼວດດາວພະຫັດ.
- ຫຸ່ນຍົນສຳຫຼວດອາວະກາດ Rover: ອຸປະກອນສະຫຼວດອາວະກາດພາກພື້ນ (planetary surface exploration device) ທີ່ໄດ້ຮັບການອອກແບບໃຫ້ເຄື່ອນຕົວເທິງພາກພື້ນດິນຂອງດາວເຄາະ ຫຼື ວັດຖຸທາງດາຣາສາດອື່ນໆ ໂດຍມີທັງໂຣເວອຣ໌ທີ່ອອກແບບໃຫ້ສາມາດໃຊ້ຂົນສົ່ງມະນຸດໄດ້ ຫຼື ໃນບາງກໍລະນີກໍເປັນຫຸ່ນຍົນອັດໂນມັດ.
2. ເຕັກໂນໂລຊີອາວະກາດມີຜົນປະໂຫຍດຄືແນວໃດ?
ມະນຸດເຮົາເຝົ້າເບິ່ງທ້ອງຟ້າ, ສັງເກດດວງດາວ ແລະ ພະຍາຍາມເຮັດຄວາມເຂົ້າໃຈຕໍ່ປະກົດການ ແລະ ຄວາມລີ້ລັບກ່ຽວກັບຫ້ວງອາວະກາດມາດົນນານ ເຮັດໃຫ້ເກີດການສຶກສາດາຣາສາດ ແລະ ການພັດທະນາທັງເຄື່ອງໄມ້ເຄື່ອງມື ແລະ ເຕັກໂນໂລຊີຕ່າງໆ ເລື້ອຍໆມາ ຈົນກະທັ້ງໃນປະຈຸບັນເຕັກໂນໂລຊີອາວະກາດຖືກນຳມາໃຊ້ປະໂຫຍດເພື່ອມະນຸດໃນຫຼາກຫຼາຍດ້ານ ເຊັ່ນ:
- ໂທລະຄົມມະນາຄົມ ແລະ ການສື່ສານ: ດາວທຽມສື່ສານເຮັດໜ້າທີ່ເປັນສະຖານີຮັບສົ່ງຄື້ນວິທະຍຸ ແລະເຊື່ອມໂຍງເຄືອຂ່າຍການສື່ສານຂອງໂລກ ບໍ່ວ່າຈະເປັນການສື່ສານພາຍໃນ ຫຼື ພາຍນອກປະເທດ ທັງໂທລະສັບ, ໂທຣເລກ, ໂທລະສານ ລວມເຖິງການຖ່າຍທອດສັນຍານໂທລະທັດ, ສັນຍານວິທະຍຸ, ອິນເຕີເນັດ ແລະ ການສົ່ງຂໍ້ມູນດິຈິຕອນຕ່າງໆ.
- ການວັດແທກ ແລະ ພະຍາກອນອາກາດ: ດາວທຽມອຸຕຸນິຍົມວິທະຍາເຮັດໜ້າທີ່ສົ່ງສັນຍານພາບຖ່າຍທາງອາກາດພ້ອມທັງເກັບຂໍ້ມູນທາງອຸຕຸນິຍົມວິທະຍາ ເຊັ່ນ: ການສຳຫຼວດຈຳນວນ ແລະ ຊະນິດຂອງເມກ ຕິດຕາມລັກສະນະອາກາດທີ່ປັ່ນປ່ວນ, ການກວດວັດຄວາມໄວລົມ, ຄວາມຊື້ນ ແລະ ອຸນຫະພູມ ເພື່ອການພະຍາກອນ ແລະ ເຕືອນໄພພິບັດຕ່າງ ໆ ໂດຍສະເພາະການເກີດພາຍຸທີ່ຮຸນແຮງ.
- ການສັງເກດການທາງດາຣາສາດ: ດາວທຽມສັງເກດການທາງດາຣາສາດ ແລະ ຍານສຳຫຼວດອາວະກາດ ສ່ວນໃຫຍ່ມີການຕິດຕັ້ງກ້ອງໂທລະທັດ ແລະ ອຸປະກອນ ສຳລັບການສຶກສາວັດຖຸທ້ອງຟ້າ ມີທັງດາວທຽມທີ່ໂຄຈອນຢູ່ອ້ອມໂລກ ແລະ ໂຄຈອນຜ່ານໄປໃກ້ດາວເຄາະດວງອື່ນ ລວມໄປເຖິງການລົງສຳຫຼວດດາວເຄາະທີ່ຕ້ອງການໂດຍກົງ.
- ການສຳຫຼວດຊັບພະຍາກອນທຳມະຊາດ: ດາວທຽມສຳຫຼວດຊັບຍາກອນທຳມະຊາດເປັນການປະສົມປະສານລະຫວ່າງເຕັກໂນໂລຊີພາບຖ່າຍ ແລະ ໂທລຄົມມະນາຄົມ ມັກຖືກໃຊ້ເປັນສະຖານີເຄື່ອນທີ່ໃນການສຳຫຼວດແຫຼ່ງຊັບພະຍາກອນທາງທຳມະຊາດທີ່ສຳຄັນ ລວມເຖິງການກວດກາ ແລະ ເຝົ້າສັງເກດການປ່ຽນແປງເທິງພື້ນຜິວໂລກ ອີກທັງຍັງຊ່ວຍໃນການເກັບຂໍ້ມູນທາງທໍລະນີວິທະຍາ ແລະ ນິເວດວິທະຍາ ທີ່ເປັນປະໂຫຍດ ເຊັ່ນ: ການສຳວດພື້ນທີ່ປ່າໄມ້ ການສຳຫຼວດພື້ນທີ່ກະສິກຳ ແລະ ການຈັດສັນນຳໃຊ້ໃຊ້ທີ່ດິນ.
ແປ ແລະ ຮຽບຮຽງໂດຍ: ອານົງສັກ ສັນຕິສຸກ
ອ້າງອີງຈາກ: