ທ່າມກາງສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ ແລະ ການເພີ່ມຂຶ້ນຂອງປະຊາກອນທົ່ວທຸກມູມໂລກ, ຄວາມຫມັ້ນຄົງທາງດ້ານສະບຽງອາຫານ ແລະ ການພັດທະນາດ້ານອຸດສະຫະກໍາ, ກະສິກໍາ ໄດ້ມີບົດບາດສໍາຄັນ ແລະ ກາຍເປັນເປົ້າຫມາຍຂອງຫລາຍປະເທດ ໃນການກໍານົດນະໂຍບາຍ ເພື່ອຄໍ້າປະກັນຄວາມຫມັ້ນຄົງທາງດ້ານສະບຽງອາຫານ ແລະ ພັດທະນາອຸດສະຫະກໍາ, ກະສິກໍາ ເພື່ອຕອບສະຫນອງກັບຄວາມຕ້ອງການທີ່ເພີ່ມຂຶ້ນໃນສະພາວະການປ່ຽນແປງດິນຟ້າອາກາດ. ການພັດທະນາເຕັກໂນໂລຊີດ້ານການກະສິກຳ ແມ່ນວຽກງານຫນຶ່ງທີ່ສໍາຄັນໃນການສະນັບສະຫນູນວຽກງານດັ່ງກ່າວ ໂດຍເປົ້າຫມາຍເພື່ອເພີ່ມສະມັດຕະພາບ, ປະສິດທິພາບ ແລະ ປະສິດທິຜົນຂອງການຜະລິດ ໂດຍສະເພາະເຕັກໂນໂລຊີການປູກຝັງ, ການລ້ຽງສັດ ແລະ ການປະມົງ ເພື່ອຕອບສະຫນອງທາງດ້ານທັນຍາຫານ ແລະ ອາຫານໃຫ້ແກ່ສັງຄົມ, ວັດຖຸດິບປ້ອນໂຮງງານອຸດສາຫະກໍາປຸງແຕ່ງ ລວມທັງເປັນສິນຄ້າຮັບໃຊ້ພາຍໃນ ແລະ ສົ່ງອອກຕ່າງປະເທດ.
ສໍາລັບ ສປປ ລາວ ພັກ-ລັດ ໄດ້ຊຸກຍູ້, ສົ່ງເສີມ ປະຊາຊົນບັນດາເຜົ່າ ແລະ ທຸກພາກສ່ວນເສດຖະກິດ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ລົງທຶນໃສ່ການຜະລິດກະສິກໍາຢ່າງກ້ວາງຂວາງ ແລະ ທັນສະໄໝເທື່ອລະກ້າວ, ແນໃສ່ຂະຫຍາຍການຜະລິດກະສິກໍາ ເພື່ອຮັບປະກັນການສະຫນອງສະບຽງອາຫານ ແລະ ການຜະລິດ ເປັນສິນຄ້າ, ສ້າງເງື່ອນໄຂໃຫ້ແກ່ການກໍ່ສ້າງ ແລະ ຂະຫຍາຍອຸດສາຫະກໍາປຸງແຕ່ງກະສິກໍາ, ເຮັດໃຫ້ເສດຖະກິດແຫ່ງຊາດມີການຂະຫຍາຍຕົວ, ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ ທັງຮັບປະກັນບໍ່ໃຫ້ກໍ່ຄວາມເສຍຫາຍ ແລະ ເປັນອັນຕະລາຍຕໍ່ສິ່ງແວດລ້ອມ.
ດັ່ງນັ້ນ, ການຄົ້ນຄ້ວາພັດທະນາ, ເລືອກເຟັ້ນນໍາໃຊ້ ແລະ ຖ່າຍທອດເຕັກໂນໂລຊີດ້ານການກະສິກໍາ ໂດຍສຸມໃສ່ຍົກສູງສະມັດຕະພາບການຜະລິດຕາມທ່າແຮງແຕ່ລະບໍລິເວນ ເພື່ອຜະລິດເປັນສິນຄ້າ, ຮັບປະກັນຄວາມຫມັ້ນຄົງດ້ານສະບຽງອາຫານທົ່ວປະເທດ ໂດຍສະເພາະການພັດທະນາ ແລະ ນໍາໃຊ້ເຕັກໂນໂລຊີ ເຂົ້າໃນການພັດທະນາຜະລິດແນວພັນເຂົ້າ ແລະ ແນວພັນທັນຍາພືດ; ຄົ້ນຄ້ວາການຜະລິດ ແລະ ນໍາໃຊ້ ບັນດາທາດອາຫານ ແລະ ຮອກໂມນຊ່ວຍການຈະເລີນເຕີບໂຕຂອງພືດ, ຝຸ່ນຊີວະພາບ ແລະ ວິທີການ ປາບສັດຕູພື້ດແບບທໍາມະຊາດ ທີ່ບໍ່ມີຜົນກະທົບຕໍ່ສິ່ງແວດລ້ອມ, ຄົ້ນຄ້ວາ ແລະ ນໍາໃຊ້ເຄື່ອງມືການກະເສດ ແລະ ອອກແບບເຄື່ອງຈັກທີ່ປະຫຍັດພະລັງງານໃນຂົງເຂດກະສິກໍາ ແລະ ນໍາໃຊ້ເຕັກໂນໂລຊີທີ່ປຸງແຕ່ງຜະລິດຕະພັນກະສິກໍາ ເພື່ອເປັນສິນຄ້າສົ່ງອອກ ຈຶ່ງມີຄວາມສໍາຄັນ ແລະ ຈໍາເປັນເພື່ອຕອບສະຫນອງແນວທາງນະໂຍບາຍຂອງພັກ ແລະ ລັດ.