ເຕັກໂນໂລຊີ ແລະ ນະວັດຕະກຳ ໃນການຈັດການຮຽນ-ການສອນ ໃນຍຸກດິຈິຕອ໋ນ (Technology and Innovation for Instructional in Digital Ages).
ການປ່ຽນແປງຢ່າງວ່ອງໄວຂອງໂລກໃນຍຸກກສະໄໝປະຈຸບັນ ຕະຫຼອດຈົນການປ່ຽນແປງສິ່ງແວດລ້ອມທີ່ເກີດຄວາມປ່ຽນແປງຢ່າງວ່ອງໄວ ແລະ ຮຸນແຮງ ໂດຍມີເຕັກໂນໂລຊີເປັນຕົວກາງຊີວິດຄວາມເປັນຢູ່ຂອງຄົນກັບດິຈິຕອ໋ນ (Digital) ປະເທດເຮົາໃນປະຈຸບັນກຳລັງກ້າວເຂົ້າສູ່ເສດຖະກິດດິຈິຕອ໋ນ (Digital Economy) ທີ່ນຳເອົາເຕັກໂນໂລຊີການສື່ສານ ຂໍ້ມູນ ຂ່າວສານ (ICT) ຫຼື ອິນເຕີເນັດ (Internet) ເຂົ້າມາແກ້ບັນຫາ ແລະ ຊ່ວຍອຳນວຍຄວາມສະດວກກິດຈະກຳທາງເສດຖະກິດໃນທຸກພາກສ່ວນ ສົ່ງຜົນໂດຍກົງກັບວິຖີຊີວິດກັບຄົນໃນສັງຄົມຍຸກສະໄໝໃໝ່ທີ່ຈຳເປັນຕ້ອງປັບຕົວໄປພ້ອມກັບເຕັກໂນໂລຊີດິຈິຕອ໋ນ ໂດຍມີເຕັກໂນໂລຊີເປັນພື້ນຖານຄວາມຮູ້ໃນການອຳນວຍຄວາມສະດວກ ແລະ ປັດໄຈສຳຄັນໃນການດຳລົງຊີວິດໃນສິ່ງແວດລ້ອມດິຈິຕອ໋ນ.
ການປັບຕົວຂອງສັງຄົມສະແດງໃຫ້ເຫັນເຖິງແນວໂນ້ມທີ່ສຳຄັນ 2 ປະການຕໍ່ການປ່ຽນແປງທີ່ມີຂໍ້ຂັດແຍ່ງກັນໄດ້ແກ່ ໜື່ງ: ການປ່ຽນແປງຈາກເສດຖະກິດອຸດສາຫະກຳໄປສູ່ເສດຖະກິດຄວາມຮູ້ ແລະ ສອງ: ເຕັກໂນໂລຊີດິຈິຕອ໋ນ ຈະສົ່ງຜົນໃຫ້ຄົນໃນສັງຄົມຕ້ອງປັບຕົວເຂົ້າກັບສິ່ງແວດລ້ອມດິຈິຕອ໋ນ. ການເຕີບໃຫຍ່ມາພ້ອມກັບອິນເຕີເນັດ ສົ່ງຜົນສະທ້ອນເຖິງວິທີການທີ່ນັກຮຽນໃຊ້ຮຽນໃນປະຈຸບັນ ຈາກອິດທິພົນຂອງເຕັກໂນໂລຊີດິຈິຕອ໋ນຕໍ່ການຮຽນ-ການສອນ ທີ່ສ້າງການເຊື່ອມໂຍງຈາກຫ້ອງຮຽນສູ່ການຮຽນຮູ້ໃນສະພາບການໃໝ່ ຈຶ່ງຜ່ານຊ່ອງທາງສື່ສານຜ່ານເຄືອຂ່າຍຄອມພິວເຕີ ແລະ ໂລກອອນລາຍ ເປັນຕົວຊຸກຍູ້ ແລະ ສ້າງແຮງຈູງໃຈທີ່ສຳຄັນໃນການຮຽນຮູ້. ຊຶ່ງໃນທັດສະນະຂອງພາກການສຶກສາ ເຕັກໂນໂລຊີດິຈິຕອ໋ນກໍ່ໃຫ້ເກີດການປ່ຽນແປງພຶດຕິກຳການຮຽນຂອງຜູ້ຮຽນເປັນຢ່າງຫຼາຍ ເຊັ່ນ: ພຶດຕິກຳການຮຽນຕາມສິ່ງທີ່ຕົນເອງສົນໃຈ ບໍ່ວ່າຈະເປັນການຮຽນຮູ້ຕາມອັດຕະຍາໄສ ຊຶ່ງສາມາດເຂົ້າເຖິງການສຶກສາທີ່ມີຄຸນນະພາບ ແລະ ນຳຄວາມຮູ້ໄປໃຊ້ປະໂຫຍດໄດ້ຈິງ. ເຕັກໂນໂລຊີດິຈິຕອ໋ນຈຶ່ງເປັນເຄື່ອງມືໃນການຂະຫຍາຍໂອກາດທາງການສຶກສາ ສົ່ງເສີມການຮຽນຮູ້ຕະຫຼອດຊີວິດສຳລັບຄົນທຸກເພດ, ທຸກໄວ, ທຸກອາຊີບ ບໍ່ວ່າຈະເປັນນັກຮຽນ-ນັກສຶກສາ, ພະນັກງານ, ປະຊາຊົນທົ່ວໄປ, ລວມເຖິງຜູ້ສູງອາຍຸ, ຜູ້ປະກອບການທຸລະກິດ ແຕ່ເຖິງແມ່ນວ່າເຕັກໂນໂລຊີດິຈິຕອ໋ນຈະປ່ຽນຮູບແບບວິທີການໃນການຮຽນຮູ້ເຮັດໃຫ້ວຽກທີ່ຫຍຸ້ງຍາກງ່າຍຂີ້ນ ແລະ ປັບຂະະບວນການຮຽນຮູ້ກໍ່ໃຫ້ເກີດປະໂຫຍດຕໍ່ນັກຮຽນ ແຕ່ກໍຍັງຈະບໍ່ສາມາດແທນທີ່ຄູໄດ້ເທື່ອໃນອະນາຄົດອັນໃກ້ນີ້ ດັ່ງນັ້ນໃນບົດຄວາມນີ້ຈຶ່ງເປັນການນຳສະເໜີເຖິງການປ່ຽນແປງໃນລັກສະນະຕ່າງໆ ທັງໃນດ້ານລັກສະນະຂອງຜູ້ຮຽນທີ່ປ່ຽນແປງ, ເຕັກໂນໂລຊີດິຈິຕອ໋ນທີ່ສົ່ງຜົນຕໍ່ການຈັດການຮຽນການສອນໃນຍຸກສະໄໝປະຈຸບັນ ແລະ ໃນອະນາຄົດ ເພື່ອໃຫ້ໄດ້ແນວທາງໃນການປັບປ່ຽນວິທີການ, ຮູບແບບໃນການຮຽນການສອນ ແລະ ລວມໄປເຖິງການປັບຕົວຂອງຄູຜູ້ສອນ ໃຫ້ເໝາະສົມຕາມຄວາມຕ້ອງການ ແລະ ທຳຄວາມເຂົ້າໃຈນະວັດຕະກຳໃໝ່ໆ ໃຫ້ກ້າວທັນເຕັກໂນໂລຊີດິຈິຕອ໋ນ.
ເຕັກໂນໂລຊີສື່ສານ ຂໍ້ມູນ ຂ່າວສານ (ICT) ເປັນເຄື່ອງມືທີ່ສຳຄັນທີ່ຊ່ວຍໃນການຈັດການຮຽນການສອນໃນຍຸກດິຈິຕອ໋ນ ແລະ ເພີ່ມປະສິດທິພາບໃນການຖ່າຍທອດຄວາມຮູ້ໄປສູ່ຜູ້ຮຽນໄດ້ແບບອອນໄລນ໌ ເປັນຮູບແບບ “ການສຶກສາລະບົບເປີດເພື່ອການຮຽນຮູ້ຕະຫຼອດຊີວິດ” (Lifelong Learning Space) ເປັນນະວັດຕະກຳທາງການສຶກສາໃນອີກຮູບແບບໜຶ່ງ ທີ່ສາມາດປ່ຽນແປງວິທີຮຽນໃນຮູບແບບເດີມໆ ໃນຫ້ອງຮຽນ. ໂດຍໃນບົດຄວາມນີ້ນຳສະເໜີເຕັກໂນໂລຊີ ໄດ້ແກ່ Mobile learning ແລະ MOOC (Massive Open Online Course) ເປັນເຕັກໂນໂລຊີໃນຍຸກດິຈິຕອ໋ນ ທີ່ສາມາດເຂົ້າເຖິງໄດ້ງ່າຍຜ່ານລະບົບເຄືອຂ່າຍອິນເຕີເນັດ ສາມາດເປັນຕົວຊ່ວຍແກ່ຄູຜູ້ສອນໃນການຈັດການຫ້ອງຮຽນໃຫ້ເໝາະສົມຂອງຜູ້ຮຽນ ຕາມສະພາບການຄວາມຕ້ອງການໄດ້ຢ່າງທົ່ວເຖິງ ແລະ ເຮັດໃຫ້ຜູ້ຮຽນເກີດຄວາມສະດວກ ແລະ ເຂົ້າເຖິງຄວາມຮູ້ໄດ້ຢ່າງວ່ອງໄວ, ໄດ້ທຸກເວລາ ແລະ ສະຖານທີ່. ການຈັດການຮຽນ-ການສອນໃນປະຈຸບັນ ແລະ ໃນອະນາຄົດໄດ້ຢ່າງມີຄຸນນະພາບນັ້ນ ຊຶ່ງໃນທີ່ຜູ້ສອນເອງຈຳເປັນຢ່າງຍິ່ງທີ່ຈະຕ້ອງປັບປ່ຽນບົດບາດໜ້າທີ່, ປັບຕົວ, ປັບແນວຄິດທັດສະນະຄະຕິຂອງຕົວຜູ້ສອນເອງ ແລະ ປ່ຽນຮູບແບບວິທີການສອນ, ປັບປ່ຽນວິທີການຮຽນຮູ້, ປັບປ່ຽນຂະບວນການຮຽນ-ການສອນ ໃຫ້ທັນກັບຍຸກທີ່ເຕັກໂນໂລຊີປ່ຽນໄປຢ່າງວ່ອງໄວໃຫ້ໄດ້ ເພື່ອຈະໄດ້ສ້າງຜູ້ຮຽນໃຫ້ມີທັກສະຕ່າງໆ ທີ່ສາມາດສ້າງຄວາມຮູ້ໃໝ່ໆ ນຳເອົາຄວາມຮູ້ໄປສ້າງນະວັດຕະກຳໃໝ່ໆ ໃຫ້ເກີດຂຶ້ນ ແລະ ສາມາດດຳລົງຢູ່ໃນຍຸກດິຈິຕອ໋ນໄດ້ນັ້ນເອງ.
ລັກສະນະຂອງຜູ້ຮຽນໃນຍຸກດິຈິຕອ໋ນ
ຖ້າເບີ່ງເຖິງອິດທິພົນຂອງເຕັກໂນໂລຊີດິຈິຕອ໋ນ ທີ່ມີຜົນຕໍ່ປ່ຽນແປງ ແລະ ຄວາມແຕກຕ່າງໃນຄວາມຕ້ອງການດ້ານການສຶກສາຂອງຜູ້ຮຽນ ການຈັດການດ້ານການສຶກສາ ແລະ ຂະບວນວິທີການສອນຈຶ່ງຈຳເປັນຕ້ອງປັບປ່ຽນໄປສູ່ຂະບວນການທີ່ຜູ້ຮຽນຕ້ອງມຸ່ງໜັ້ນໃນການຮຽນຮູ້ ສະທ້ອນຕາມລັກສະນະວິທີການຮຽນຮູ້ແບບໃໝ່ຂອງຄົນຮຸ້ນໃໝ່ໆ. ໃນຍຸກເຕັກໂນໂລຊີດິຈິຕອ໋ນ ຊຶ່ງຕາມວິວັດທະນາການຂອງເຕັກໂນໂລຊີດິຈິຕອ໋ນນັ້ນ ກໍ່ໃຫ້ເກີດຊ່ອງວ່າງຂອງການຮຽນຮູ້ໃນແຕ່ລະກຸ່ມບຸກຄົນທີ່ໄດ້ຮັບຜົນກະທົບຂອງການປ່ຽນແປງເຕັກໂນໂລຊີ ເພື່ອທີ່ຈະທຳການວິເຄາະການຈັດການຮຽນການສອນທີ່ເໝາະສົມກັບສະພາບໃນປະຈຸບັນນັ້ນ ຜູ້ສອນຈຶ່ງຈຳເປັນຕ້ອງສຶກສາເຖິງອົງປະກອບທີ່ສຳຄັນທີ່ກໍ່ໃຫ້ເກີດຄວາມສົມດູນ ປັບທັກສະການຮຽນຮູ້ ແລະ ການດຳເນີນງານຂອງຜູ້ຮຽນຕາມລັກສະນະຮູບແບບການຮຽນທີ່ແຕກຕ່າງກັນໄປຕາມຊ່ວງໄວອາຍຸ.
ໂດຍວັດຖຸປະສົງຂອງການຈັດການຮຽນ-ການສອນ ຄືການສົ່ງເສີມ ຫຼື ສ້າງປະສົບການໃຫ້ຜູ້ຮຽນມີການປ່ຽນ ແປງໃນທາງທີ່ດີຂຶ້ນ ທັງດ້ານຄວາມຮູ້, ທັດສະນະຄະຕິ ແລະ ທັກສະໃນເລື່ອງໃດເລື່ອງໜື່ງ ເພື່ອໃຫ້ຜູ້ຮຽນເກີດການປ່ຽນແປງ ຊຶ່ງແຕກຕ່າງກັນໄປຕາມສະພາບແວດລ້ອມ ແລະ ການປ່ຽນແປງຂອງສັງຄົມ. ໃນການຈັດການຮຽນ-ການສອນ ຜູ້ຮຽນຖືເປັນຫັວໃຈສຳຄັນໃນການຮຽນ-ການສອນ ຄວາມຮັບຮູ້ເຖິງໃນຄວາມແຕກຕ່າງຂອງຜູ້ຮຽນ ຈະສາມາດຕອບສະໜອງຕໍ່ການຮຽນຮູ້ຂອງບຸກຄົນໄປ ໃນທິດທາງທີ່ປະສົງໄດ້ຢ່າງມີປະສິດທິພາບ. ໂດຍເຕັກໂນໂລຊີມີບົດບາດສຳຄັນໃນການຈັດການຮຽນຮູ້ໃຫ້ມີຄວາມເປັນສະເພາະສ່ວນບຸກຄົນ (Personalized Learning) ຄື ການໃຫ້ທາງເລືອກນການນຳສະເໜີສາລະຄວາມຮູ້ ແລະ ການຈັດການສິ່ງແວດລ້ອມ ໃນລັກສະນະທີ່ສາມາດຕອບສະໜອງຮູບແບບການຮຽນຮູ້ (Learning style) ທີ່ຫຼາກຫຼາຍໃນຜູ້ຮຽນແຕ່ລະບຸກຄົນໄດ້ ເນື່ອງຈາກຮູບແບບການຮຽນຮູ້ນັ້ນບໍ່ໄດ້ຂຶ້ນຢູ່ກັບຄວາມສາມາດຂອງແຕ່ລະບຸກຄົນ ແຕ່ເປັນວິທີທີ່ດີທີ່ສຸດໃນການໃຊ້ຄວາມສາມາດຂອງຕົວເອງ ຜູ້ຮຽນແຕ່ລະຄົນຈະມີຮູບແບບການຮຽນຮູ້ທີ່ແຕກຕ່າງຕາມທຳມະຊາດ, ນິໄສ ແລະ ວິທີການຮັບຮູ້, ປະມວນຜົນ ແລະ ເກັບຖືຮັກສາຂໍ້ມູນ ຫຼື ທັກສະໃໝ່ໆ. ດັ່ງນັ້ນ ໃນການຈັດການຮຽນການສອນນໃນຍຸກດິຈິຕອ໋ນ ຈຶ່ງຄວນຄຳນຶງເຖິງຮູບແບບການຮຽນຮູ້ທີ່ແຕກຕ່າງກັນໃນຜູ້ຮຽນແຕ່ລະບຸກຄົນ ຈຶ່ງເປັນປັດໄຈທີ່ສຳຄັນທີ່ສາມາດສົ່ງເສີມປະສິດທິພາບການຮຽນຮູ້ ໃຫ້ເໝາະສົມກັບຄວາມມັກ, ຄວາມຕ້ອງການ ຂອງຜູ້ຮຽນທີ່ປ່ຽນແປງໄປໃນຍຸກປະຈຸບັນ ເພື່ອຫຼຸດຜ່ອນອຸປະສັກການຮຽນຮູ້ທີ່ອາດເກີດຂຶ້ນພາຍໃນຫ້ອງຮຽນຍຸກສະໄໝປະຈຸບັນ ແລະ ໃນອະນາຄົດ ຈາກຄວາມບໍ່ສອດຄ່ອງກັນລະຫວ່າງຮູບແບບການສອນຂອງຜູ້ສອນກັບວິທີການຮຽນຮູ້ທີ່ຜູ້ຮຽນໄດ້ຮັບ ຫຼຸດຊ່ອງຫວ່າງລະຫວ່າງຜູ້ຮຽນກັບເຕັກໂນໂລຊີໃຫ້ສາມາດຮຽນຮູ້ ແລະ ດຳລົງຊີວິດຢູ່ພາຍໃຕ້ສະຖານະການປະຈຸບັນໄດ້ຢ່າງມີຄວາມສົມດູນ
2. ເຕັກໂນໂລຊີກັບວິທີການຈັດການຮຽນ-ການສອນ ໃນຍຸກດິຈິຕອ໋ນ
2.1. ການຈັດການຮຽນ-ການສອນ ແບບ Mobile learning
Mobile learning ຄື ການຈັດການຮຽນ-ການສອນ ຫຼື ການຮຽນຮູ້ດວ້ຍຕົນເອງ ຈາກບົດຮຽນສຳເລັດຮູບ (Instruction Package) ທີ່ນຳສະເໜີເນື້ອໃນ ແລະ ກິດຈະກຳການຮຽນການສອນຜ່ານເຕັກໂນໂລຊີສື່ສານບໍ່ມີສາຍ (wireless telecommunication network) ແລະ ເຕັກໂນໂລຊີອິນເຕີເນັດ ໃນແພັດຟລອມຕ່າງໆ ຂອງສະຖານການສຶກສາພັດທະນາຂື້ນ ຫຼື ແມ້ກະທັງຜ່ານທາງແພັດຟລອມສື່ສັງຄົມອອນລາຍຕ່າງໆ ເຊັ່ນ: YouTube, Facebook ເປັນຕົ້ນ ຊຶ່ງຜູ້ຮຽນສາມາດຮຽນໄດ້ທຸກທີ່ ແລະ ທຸກເວລາ. ຜູ້ຮຽນ ແລະ ຜູ້ສອນຈະໃຊ້ເຄື່ອງມືທີ່ສຳຄັນ ຄື ໂມບາຍດີໄວຊ (Mobile Device) ເປັນອຸປະກອນທາງເຕັກໂນໂລຊີສືສານ ຂໍ້ມູນ ຂ່າວສານ ທີ່ນິຍົມໃຊ້ງານ ໄດ້ແກ່ ສະມາດໂຟນ (Smart Phone), ແທັບເລດ (Tablet) ແລະ ຄອມພິວເຕີ (Computer) ເພາະໄດ້ມີການພັດທະນາເພີ່ມຄວາມສາມາດໂມບາຍດີໄວຊ ໃຫ້ເຂົ້າມາຕອບໂຈດ, ຕອບສະໜອງການໃຊ້ງານທີ່ຫຼາກຫຼາຍໄດ້ໃນປະຈຸບັນ ແລະ ສາມາດຕອບສະໜອງຄວາມຕ້ອງການຮຽນຮູ້ທີ່ສາມາດເຂົ້າເຖິງໄດ້ຫຼາຍຂຶ້ນດ້ວຍເຕັກໂນໂລຊີ ແລະ ວິທີການຕ່າງໆ ທີ່ງ່າຍສຳລັບການໃຊ້ງານ ແລະ ສະດວກໃນການເຂົ້າເຖິງຂໍ້ມູນ ໂດຍບໍ່ຈຳກັດເວລາ ແລະ ສະຖານທີ່ ເຮັດໃຫ້ທຸກຄົນສາມາດເສີມສ້າງຄວາມຮູ້, ພູມປັນຍາຕ່າງໆ ທີ່ຈະນຳໄປສູ່ການສ້າງນະວັດຕະກຳໃໝ່ໆ ຜົນງານສ້າງສັນໃນຮູບແບບຕ່າງໆ ແລະ ຍັງສາມາດຖ່າຍທອດຄວາມຮູ້ໄປໄດ້ຢ່າງກວ້າງຂວາງ.
ໂດຍໃນການໃຊ້ງານອຸປະກອນໂມບາຍດີໄວຊ ໃນຮູບການຈັດການຮຽນ-ການສອນນັ້ນ ສາມາດເປັນເຄື່ອງມືອຸປະກອນທາງການສຶກສາທີ່ຊ່ວຍຜູ້ສອນສະໜັບສະໜູນຜູ້ຮຽນ ໃນການຄົ້ນຄວ້າ, ແລກປ່ຽນ ແລະ ຖ່າຍທອດຄວາມຮູ້ທີ່ເປັນປະໂຫຍດລະຫວ່າງຜູ້ຮຽນນຳກັນເອງ ຫຼື ລະຫວ່າງຜູ້ຮຽນ ແລະ ຜູ້ສອນ.
ແຕ່ໃນຂະນະດຽວກັນຜູ້ສອນຄວນໃຫ້ຜູ້ຮຽນໄດ້ເນັ້ນໜັກເຖິງການຮູ້ເທົ່າທັນໃນໃນການໃຊ້ງານເຕັກໂນໂລຊີດິຈິຕອ໋ນ ແລະ ທັກສະທີ່ຈຳເປັນຕໍ່ການໃຊ້ຊີວິດໃນຍຸກສະໄໝປະຈຸບັນ ເຖິງວ່າການແນະນຳ ຫຼື ຝຶກທັກສະກ່ຽວກັບການໃຊ້ເຕັກໂນໂລຊີອິນເຕີເນັດຈະບໍ່ແມ່ນເລື່ອງຈຳເປັນສຳເດັກນ້ອຍ ຫຼື ຊາວໜູ່ມ-ເຍົາວະຊົນ ໃນຍຸກດິຈິຕອ໋ນ ເນື່ອງຈາກພວກເຂົາສາມາດພັດທະນາທັກສະດັ່ງກ່າວໄດ້ຢ່າງວ່ອງໄວ ເມື່ອປຽບທຽບກັບກຸ່ມຄົົນທີ່ມີອາຍຸຫຼາຍກວ່າ ແຕ່ແນວໃດກໍຕາມການໃຊ້ງານທີ່ປາສະຈາກຄຳແນະນຳທີ່ຖືກຕ້ອງ ອາດຈະເຮັດໃຫ້ພວກເຂົາເປັນພຽງຜູ້ໃຊ້ເຕັກໂນໂລຊີສື່ສານ ຂໍ້ມູນ ຂ່າວສານ ສະໜັກຫຼີ້ນເທົ່ານັ້ນ ຫຼື ບໍ່ຕົງກັບເປົ້າໝາຍການພັດທະນາບຸກຄະລາກອນ ຊຶ່ງອາດນຳໄປສູ່ບັນຫາຕ່າງໆ ກ່ຽວກັບການໃຊ້ເຕັກໂນໂລຊີສື່ສານ ຂໍ້ມູນ ຂ່າວສານ ທີ່ເໝາະສົມ ແລະ ຖືກຕ້ອງ.
ສະຫຼຸບຫຍໍ້ຄື ເຖິງແມ່ນວ່າການຈັດການຮຽນການສອນ Mobile learning ເປັນເຕັກໂນໂລຊີທີ່ມີການໃຊ້ງານມາເປັນເວລາດົນ ແຕ່ຍັງສະແດງໃຫ້ເຫັນເຖິງປະສິດທິພາບໃນການເປັນເຄື່ອງມືທາງການສຶກສາ ທີ່ສາມາດເຮັດໃຫ້ຜູ້ຮຽນເຂົ້າເຖິງຄວາມຮູ້ທີ່ມີຢູ່ຫຼວງຫຼາຍໃນຍຸກດິຈິຕອ໋ນໄດ້ຢ່າງສະດວກ ແລະ ງ່າຍຕໍ່ການໃຊ້ງານ ລວມໄປເຖິງຍັງສາມາດໃຊ້ເປັນຕົວຊ່ວຍໃຫ້ແກ່ຄູຜູ້ສອນໃນການຈັດການຫ້ອງຮຽນໃຫ້ເໝາະສົມຂອງຜູ້ຮຽນ ແລະ ສະພາບຕາມຄວາມຕ້ອງການໄດ້ຢ່າງທົ່ວເຖິງກັບການຈັດການຮຽນ-ການສອນໃນປະຈຸບັນ ແລະ ໃນອະນາຄົດໄດ້ຢ່າງມີຄຸນນະພາບ.
2.2. ການຈັດການສຶກສາອອນລາຍລະບົບເປີດ ແບບ MOOC (Massive Open Online Course)
ການສຶກສາໃນຍຸກດິຈິຕອ໋ນ ໄດ້ນຳເຕັກໂນໂລຊີສື່ສານ ຂໍ້ມູນ ຂ່າວສານ ມາໃຊ້ເປັນເຄື່ອງມືທີ່ສຳຄັນຊ່ວຍໃນການຈັດການຮຽນ-ການສອນ, ການຖ່າຍທອດຄວາມຮູ້ໄປສູ່ຜູ້ຮຽນ ໂດຍສາມາດຮຽນຮູ້ໄດ້ແບບອອນລາຍ ຜ່ານລະບົບເຄືອຂ່າຍອິນເຕີເນັດ ຊຶ່ງການຮຽນການສອນອອນລາຍ (Online Learning) ຈັດເປັນນະວັດຕະກຳທາງການສຶກສາອີກຮູບແບບໜຶ່ງ ຊຶ່ງສາມາດປ່ຽນແປງວິທີຮຽນໃນຮູບແບບເດີມໆ ໃນຫ້ອງຮຽນ ເຮັດໃຫ້ຜູ້ຮຽນມ່ວນຊື່ນກັບການຮຽນຮູ້ ເກີດຄວາມສະດວກ ແລະ ເຂົ້າເຖິງໄດ້ຢ່າງວ່ອງໄວທຸກສະຖານທີ່, ທຸກເວລາ. ໂດຍຜູ້ຮຽນສາມາດສະແຫວງຫາຄວາມຮູ້ດ້ວຍຕົນເອງ ຈາກສື່ການສອນທຸກຮູບແບບ ທັງສື່ສິ່ງພິມ ແລະ ສື່ດິຈິຕອ໋ນ ທີ່ກົງກັບຄວາມສົນໃຈ ໂດຍສະເພາະແມ່ນ ໃນລະດັບອາຊີວະສຶກສາ ຫຼື ການສຶກສາຊັ້ນສູງ ໄດ້ມີການເປີດຫຼັກສູດການສຶກສາອອນລາຍລະບົບເປີດແບບ MOOC (Massive Open Online Course) ຊຶ່ງສາມາດຮອງຮັບຈຳນວນຜູ້ຮຽນໄດ້ຈຳນວນຫຼາຍ ເປີດໂອກາດໃນການສຶກສາສຳລັບມະຫາຊົນ ແລະ ເປັນການສົ່ງເສີມໃນການສ້າງການສຶກສາຕະຫຼອດຊີວິດໃຫ້ກັບຄົນທຸກເພດທຸກໄວ ໃນປະຈຸບັນ MOOC ທີ່ໄດ້ຮັບຄວາມນິຍົມຫຼາຍນັ້ນປະກອບໄປດ້ວຍ Coursera, Khan Academy, Udacity, EdX, Udemy ແລະ ບໍລິການອື່ນໆ ຂອງບັນດາປະເທດທີ່ມີຄວາມກ້າວໜ້າທາງເຕັກໂນໂລຊີ ແລະ ລະບົບການສືກສາ ເຊັ່ນ: ສປ ຈີນ (中国大学MOOC), ສ ເກົາຫຼີ (K-MOOC ), ຍີ່ປຸ່ນ (JMOOC) ເປັນຕົ້ນ. ພ້ອມດຽວກັນນັ້ນ ບັນດາປະເທດຕ່າງໆ ກໍໄດ້ເບີ່ງເຫັນຄວາມສຳຄັນ ແລະ ພວມພັດທະນາລະບົບດັ່ງກ່າວຂື້ນ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງລະບົບການສຶກສາໃນໄລຍະໃໝ່ ລວມທັງ ສປປ ລາວ ພວກເຮົາ.
ໂດຍ MOOC ຈະມີລາຍວິຊາທີ່ເປີດມີທັງທີ່ມີລັກສະນະເປັນ cMOOC ຄື ມີຄວາມສົມດູນສຳລັບຜູ້ຮຽນ ຊຶ່ງຈະຮຽນເມື່ອໃດ ຫຼື ດົນປານໃດກໍໄດ້ ແລະ xMOOC ຄື ມີການກຳນນົດຂອບເຂດໃນການຮຽນທີ່ຊັດເຈນ ເຊັ່ນ: ເວລາເປີດ-ປິດລາຍວິຊາ ທີ່ຄ້າຍຄືກັບພາກການສຶກສາໃນລະບົບມະຫາວິທະຍາໄລ ຫຼື ລະການສຶກສາໃນໂຮງຮຽນ. ລາຍວິຊາທີ່ມີໃຫ້ບໍລິການການຮຽນຮູ້ ມີທັງລາຍວິຊາທີ່ເປີດການສອນໃນສະຖາບັນການສຶກສາ, ລາຍວິຊາເພື່ອການສຶກສາຕໍ່ເນື່ອງຂອງວິຊາຊີບຕ່າງໆ, ລາຍວິຊາຄວາມຮູ້ເພື່ອການດຳລົງຊີວິດ, ລາຍວິຊາຄວາມຮູ້ເພື່ອການເຮັດວຽກ ຫຼື ພັດທະນາຄຸນນະພາບໃນການເຮັດວຽກ, ລາຍວິຊາດ້ານສັງຄົມ ເຊັ່ນ: ການພັດທະນາທັກສະໃນການດຳລົງຊີວິດ, ຄຸນນະພາບຊີວິດ ແລະ ການໃຊ້ພາສາຕ່າງໆ.
- ຄວາມສຳຄັນຂອງ MOOC ກັບການຈັດການຮຽນການສອນ
MOOC ຈະເຮັດໃຫ້ການເຂົ້າເຖິງການສຶກສາທີ່ມີຄຸນນະພາບໄດ້ຢ່າງເທົ່າທຽມ ເປັນການຂະຫຍາຍໂອກາດທາງການສຶກສາສຳລັບປະຊາຊົນທຸກເພດ, ທຸກໄວ, ທຸກກຸ່ມ, ທຸກລະດັບ ແລະ ເປີດໂອກາດໃນການເຂົ້າເຖິງການສຶກສາ ຫຼື ກູ່ມຄົນທີ່ບໍ່ຕ້ອງການເຂົ້າຮຽນໃນລະບົບຫ້ອງຮຽນປົກກະຕິ ໂດຍໃຫ້ຜູ້ຮຽນສາມາດລົງທະບຽນ ແລະ ຮຽນຮູ້ແບບອອນລາຍຜ່ານລະບົບເຄືອຂ່າຍອິນເຕີເນັດ ແລະ ສາມາດຮຽນຮູ້ດ້ວຍຕົນເອງຜ່ານການສຶກສາອອນລາຍ. ລະບົບເປີດແບບ MOOC ສາມາດສ້າງສິ່ງແວດລ້ອມສຳລັບການຮຽນຮູ້ໄດ້ດີທຽບເທົ່າກັບການຮຽນໃນມະຫາວິທະຍາໄລ ແລະ ອະນາຄົດຈະມີລະບົບສະສົມໜ່ວຍກິດ (Credit Bank) ສຳລັບຄົນເຮັດວຽກທີ່ບໍ່ມີເວລາຮຽນໃນລະບົບປົກກະຕິ ກໍສາມາດຮຽນ ແລະ ເຮັດວຽກໄປນຳໄດ້ ເມື່ອສະສົມໜ່ວຍກິດຄົບ ສາມາດນຳໄປທຽບໂອນ ເພື່ອຂໍຮັບໃບປະກາສະນິຍະບັດໄດ້.
MOOC ເປັນການສຶກສາແບບເປີດເພື່ອການຮຽນຮູ້ຕະຫຼອດຊີວິດ (Lifelong Learning) ຊ່ວຍຫຼຸດຜ່ອນອຸປະສັກທີ່ສຳຄັນໃນການສຶກສາ ລວມທັງຕົ້ນທືນການສຶກສາທີ່ມີລາຄາແພງ ໂດຍສະເພາະຢ່າງຍີ່ງແມ່ນການສຶກສາຕໍ່ໃນຕ່າງປະເທດ ຊຶ່ງປະຈຸບັນ MOOC ສາມາດຮອງຮັບການເຂົ້າເຖິງຂອງຜູ້ຮຽນໄດ້ນັບເປັນລ້ານຄົນໃນເວລາດຽວກັນ ແລະ ມີຄວາມສົມດູນ ໂດຍຜູ້ຮຽນສາມາດເລືອກຮຽນຫຍັງກໍໄດ້ ເມື່ອໃດກໍໄດ້ ຈາກສະຖານທີ່ໃດກໍໄດ້. ແຕ່ກໍຍັງມີຂອດຈຳກັດບາງດ້ານ ເຊັ່ນ: ດ້ານພາສາ, ມາດຕະຖານ ຫຼື ລະບຽບການໃນການທຽບວຸດທິການສຶກສາ ຂອງແຕ່ລະປະເທດແຕກຕ່າງກັນ ແລະ ການພິສູດຕົວຕົນຂອງຜູ້ຮຽນກັບຜູ້ທີ່ຂໍຈົບຫຼັກສູດເປັນຄົນດຽວກັນຫຼືບໍ່ ອັນເນື່ອງມາຈາກການປ່ຽນແປງຢ່າງວ່ອງໄວ ທັງດ້ານເສດຖະກິດ, ສັງຄົມ ໂດຍສະເພາະແມ່ນການພັດທະນາຢ່າງກ້າວກະໂດດໃນດ້ານເຕັກໂນໂລຊີ ແລະ ການຄົ້ນພົບສິ່ງໃໝ່ໆ ເກີດຂຶ້ນໃນທຸກມື້ນີ້.
ໂດຍສະຫລຸບຫຍ້ໍແລ້ວ MOOC ເປັນນະວັດຕະກຳຂອງວົງການການສຶກສາ ໂດຍການນຳໃຊ້ເຕັກໂນໂລຊີ ແລະ ວິທີການຮຽນການສອນສະໄໝໃໝ່ມາປະສົມປະສານກັນ ມີຮູບແບບການນຳສະເໜີການຮຽນຮູ້ຫຼັກສູດຕ່າງໆ ຜ່ານທາງເວັບໄຊອອນລາຍຜ່ານລະບົບເຄືອຂ່າຍອິນເຕີເນັດ ແລະ ສາມາດຮອງຮັບຈຳນວນຜູ້ຮຽນຈາກທຸກທີ່ໃນທົ່ວໂລກ ຊຶ່ງເຮັດໃຫ້ໄດ້ຮັບຄວາມນິຍົມເປັນຢ່າງຫຼວງຫຼາຍ ແລະ ໃນປະຈຸບັນມີມຫາວິທະຍາໄລແຖວໜ້າຂອງໂລກຫຼາຍແຫ່ງ ໄດ້ເຜີຍແຜ່ບົດຮຽນຜ່ານທາງ MOOC ແລະ ໂດຍສ່ວນໃຫຍ່ເປັນການໃຫ້ບໍລິການຟຣີ ແລະ ບໍ່ຈຳກັດສະເພາະນັກສຶກສາທີ່ຮຽນໃນມະຫາວິທະຍາໄລນັ້ນໆ ຫຼື ສະເພາະສາຂາວິຊານັ້ນໆ ໃຜກໍສາມາດຮຽນເທິງ MOOC ໄດ້. ອີກທັງການປ່ຽນແປງພຶດຕິກຳການຮຽນຂອງຜູ້ຮຽນ ເປັນການຮຽນຕາມສິ່ງທີ່ຕົນເອງສົນໃຈ ບໍ່ວ່າຈະເປັນການຮຽນຮູ້ຕາມອັດຕະຍາໄສ ຊຶ່ງສາມາດການເຂົ້າເຖິງການສຶກສາທີ່ມີຄຸນນະພາບ, ເທົ່າທຽມ ແລະ ນຳຄວາມຮູ້ໄປໃຊ້ປະໂຫຍດໄດ້ຈິງ ເປັນການຂະຫຍາຍໂອກາດທາງການສຶກສາ, ສົ່ງເສີມການຮຽນຮູ້ຕະຫຼອດຊີວິດ ສຳລັບຄົນທຸກເພດ, ທຸກໄວ, ທຸກອາຊີບ ບໍ່ວ່າຈະເປັນນັກຮຽນ-ນັກສຶກສາ, ພະນັກງານ, ຜູ້ສູງອາຍຸ ຜູ້ປະກອບການທຸລະກິດ ແລະ ປະຊາຊົນທົ່ວໄປ.
3. ການປັບຕົວຂອງຜູ້ສອນໃນຍຸກດິຈິຕອ໋ນ
ການປ່ຽນແປງຂອງເຕັກໂນໂລຊີໃນຍຸກດິຈິຕອ໋ນ ສະແດງໃຫ້ເຫັນບົດບາດສຳຄັນເຖິງຮູບແບບການຈັດການຮຽນ-ການສອນໃຫ້ເໝາະສົມຕາມສະພາບການຂອງຜູ້ຄົນ ແລະ ຍຸກສະໄໝ ປາກົດໃຫ້ເຫັນເຖິງເຕັກໂນໂລຊີທີ່ທັນສະ ໄໝຫຼວງຫຼາຍທີ່ສາມາດນຳມາໃຊ້ໃນການຈັດການຮຽນ-ການສອນໃນຍຸກດິຈິຕອ໋ນ ແຕ່ສິ່ງສຳຄັນໃນການຈັດການຮຽນການສອນໃນຍຸກດິຈິຕອ໋ນ ແລະ ມີຄວາມຈຳເປັນທີ່ຕ້ອງປັບປ່ຽນ ຫຼື ພັດທະນານັ້ນຄືຄູຜູ້ສອນ ຊຶ່ງແບ່ງອອກເປັນສອງດ້ານ ໄດ້ແກ່ ໜື່ງ: ດ້ານການຈັດການຮຽນ-ການສອນ ໂດຍຜູ້ສອນຈຳເປັນຕ້ອງມີການປ່ຽນວິທີຈັດການຮຽນ-ການສອນ ດ້ວຍການປະຍຸກນຳເອົາເຕັກໂນໂລຊີເຂົ້າມາເປັນສ່ວນໜື່ງຂອງການຮຽນ-ການສອນ ເພື່ອໃຫ້ຮູບແບບການຮຽນການສອນເປັນຮູບແບບກິດຈະກຳທີ່ເນັ້ນໃຫ້ຜູ້ຮຽນເກີດທັກສະການຮຽນຮູ້, ທັກສະຂະບວນການຄິດວິເຄາະ ເກີດການຄິດຢ່າງເປັນລະບົບ ເກີດຄວາມຮູ້ ແລະ ສ້າງຄວາມຮູ້ໃໝ່ໆ ໄດ້ດ້ວຍຕົນເອງ ຊຶ່ງຈະນຳໄປສູ່ການສ້າງນະວັດຕະກຳໃໝ່ໆ ທີ່ຈຳເປັນຕໍ່ການການດຳລົງຊີວິດໃນປະຈຸບັນ ແລະ ອະນາຄົດ. ສອງ: ດ້ານບົດບາດຂອງຜູ້ສອນເອງ ຈາກເດີມເປັນຜູ້ຖ່າຍທອດຄວາມຮູ້ໂດຍຕົງ ຕ້ອງປ່ຽນເປັນຜູ້ອຳນວຍຄວາມສະດວກ, ໃຫ້ຄຳແນະນຳໃນການຮຽນ-ການສອນແທນ ທັງນີ້ຜູ້ສອນຍັງຈຳເປັນຕ້ອງມີທັກສະໃນການສົ່ງເສີມໃຫ້ຜູ້ຮຽນຮັກໃນການຮຽນຮູ້, ມ່ວນຊື່ນກັບການຮຽນ ແລະ ກະຕຸ້ນໃຫ້ຢາກຮຽນຮູ້ຕໍ່ໄປຕະຫຼອດຊີວິດນຳອີກ.
ການປັບຕົວໃຫ້ເໝາະສົມກັບການຮຽນ-ການສອນໃນຍຸກດິຈິຕອ໋ນນັ້ນ ຜູ້ສອນຈຳເປັນຕ້ອງລິລີ່ມຈາກປັບປ່ຽນວິທີຄິດ, ທັດສະນະຄະຕິຂອງຕົວຜູ້ສອນເອງ ເປີດຮັບແນວຄິດ ແລະ ເຕັກໂນໂລຊີໃໝ່ໆ ມາເປັນເຄື່ອງມື ຫຼື ຕົວຊ່ວຍໃນຈັດການຮຽນ-ການສອນ ພ້ອມທັງປັບປ່ຽນແປງຂະບວນການວິທີການສອນຈາກການສອນໃຫ້ຜູ້ຮຽນ ເປັນຜູ້ທີ່ສຶກສາຄົ້ນຄວ້າ ລົງມືເຮັດດ້ວຍຕົນເອງໃຫ້ຫຼາຍຂຶ້ນ ປ່ຽນບົດບາດຜູ້ຮຽນໃຫ້ເປັນຜູ້ຮຽນທີ່ສາມາດເວົ້າອະທິບາຍຄວາມຮູ້ທີ່ໄດ້ຈາກສຶກສາຄົ້ນຄວ້າມາ ຜູ້ສອນຈະຕ້ອງຢຶດຫຼັກການ “ສອນໜ້ອຍ ຮຽນຫຼາຍ” ອອກແບບຈັດກິດຈະກຳການຮຽນຮູ້ ແລະ ອຳນວຍຄວາມສະດວກໃນການຮຽນຮູ້ ໃຫ້ຜູ້ຮຽນໄດ້ລົງມືເຮັດ ແລະ ການຮຽນຮູ້ຈະເກີດຂຶ້ນໄດ້ດ້ວຍຕົນເອງ. ຊຶ່ງຜູ້ສອນຈຳເປັນຈະຕ້ອງກຽມຕົວໃນການສອນຫຼາຍຂຶ້ນກວ່າການສອນແບບປົກກະຕິ ຕ້ອງກຽມຂໍ້ມູນໃນການສອນຫຼາຍຂຶ້ນ ແລະ ຮຽນຮູ້ໄປພ້ອມກັບຜູ້ຮຽນ ເຊັ່ນ: ໜື່ງ: ວິທີການຮຽນການສອນແບບ PBL (Project –Based Learning) ເປັນການຈັດກິດຈະກຳການຮຽນ-ການສອນ ທີ່ຜູ້ສອນກຳໜົດບັນຫາ ຫຼື ຫົວຂໍ້ໃຫ້ກັບຜູ້ຮຽນ ຫຼື ໃຫ້ຜູ້ຮຽນກຳໜົດບັນຫາເອງ ຈາກນັ້ນໃຫ້ຜູ້ຮຽນໄປສຶກສາຄົ້ນຄວ້າຫາຄວາມຮູ້ດ້ວຍຕົນເອງ ອາດຈະມອບໝາຍເປັນວຽກດ່ຽວ ຫຼື ວຽກເປັນກຸ່ມ ເພື່ອໃຫ້ຜູ້ຮຽນຊ່ວຍກັນສຶກສາຄົ້ນຄວ້າ ໂດຍໃຫ້ໃຊ້ເຕັກໂນໂລຊີໃນການຊອກຄົ້ນຂໍ້ມູນ ໂດຍຜູ້ສອນຄອຍຖ້າໃຫ້ຄຳແນະນຳໃນລະຫວ່າງທີ່ດຳເນີນກິດຈະກຳ ຈາກນັ້ນນຳຂໍ້ມູນທີ່ໄດ້ມາສະຫຼຸບ ແລະ ນຳສະເໜີ ເພື່ອແລກປ່ຽນຄວາມຮູ້ ແລະ ສ້າງຄວາມຮູ້ຮ່ວມກັນ ໂດຍຜູ້ສອນເອງກໍຈະຕ້ອງເປີດຮັບຂໍ້ມູນໃໝ່ໆ ທີ່ອາດຈະເປັນຂໍ້ມູນທີ່ຕົວຜູ້ສອນເອງກໍບໍ່ເຄຍຮູ້ ແລະ ເປີດໃຈຮຽນຮູ້ໄປພ້ອມກັບຜູ້ຮຽນ ຈາກນັ້ນຜູ້ສອນຈະເປັນຜູ້ເສີມຄວາມຮູ້ ແນະນຳເພິ່ມຕື່ມເພື່ອກະຕຸ້ນໃຫ້ຜູ້ຮຽນນຳເອົາຄວາມຮູ້ ເພື່ອຕໍ່ຍອດໃນການສ້າງສັນວຽກງານ ຫຼື ນະວັດຕະກຳໃໝ່ໆ ຫຼື ສອງ: ການຈັດການຮຽນຮູ້ແບບ 6E Learning ຕາມແນວທາງຮູບແບບສຶກສາສະຖານນະການ ທີ່ມຸ້ງເນັ້ນການອອກແບບ ແລະ ປະດິດນະວັດຕະກຳເພື່ອແກ້ໄຂບັນຫາທີ່ພົບໃນຊີວິດປະຈຳວັນ ຜູ້ສອນຈະອອກແບບຈັດກິດຈະກຳ, ແບບການຈັດການຮຽນຮູ້ແບບສືບຄົ້ນຫາປະເດັນບັນຫາທີ່ຜູ້ຮຽນສຳຫຼວດ, ສືບຄົ້ນຫາຄຳຕອບ. ໃນການຈັດການຮຽນຮູ້ແບບ 6E Learning ໃນແຕ່ລະຂັ້ນຕອນ ຜູ້ສອນຈະຕ້ອງກຽມຕົວໂດຍການກຽມເນື້ອ, ກຽມຂໍ້ມູນທີ່ຄາດວ່າຜູ້ຮຽນສົນໃຈຕ້ອງການທີ່ຈະສຶກສາ ຊຶ່ງໃນແຕ່ລະຊ່ວງທີ່ຈັດການຮຽນການສອນຈະມີຂັ້ນດັ່ງນີ້: 1) ຂັ້ນຕອນສ້າງຄວາມສົນໃຈ (Engage): ຜູ້ສອນຈະຕ້ອງກະຕຸ້ນຄວາມສົນໃຈຂອງນັກຮຽນໂດຍໃຊ້ສະຖານນະການບັນຫາໃນຊີວິດຈິງທີ່ນຳໄປສູ່ການອອກແບບ ແລະ ສ້າງສັນນະວັດຕະກຳເພື່ອແກ້ໄຂບັນຫາ 2) ຂັ້ນຕອນສຳຫຼວດ (Explore): ໃຫ້ຜູ້ຮຽນໃຊ້ຂະບວນການສືບຄົ້ນ ເພື່ອຄົ້ນຫາຄວາມຮູ້, ທັກສະ ແລະ ຄຸນລັກສະນະທີ່ກ່ຽວຂ້ອງກັບການອອກແບບ ແລະ ສ້າງສັນວຽກງານ. 3) ຂັ້ນຕອນອະທິບາຍ (Explain): ໃຫ້ຜູ້ຮຽນນຳສະເໜີຂໍ້ຄົ້ນພົບທີ່ໄດ້ຈາກການສືບຄົ້ນ ເພື່ອນຳມາອະທິບາຍຮ່ວມກັບໜູ່ເພື່ອນໃນຫ້ອງຮຽນໃຫ້ໄດ້ຂອບເຂດແນວຄິດທາງທິດສະດີທີ່ຊັດເຈນ ກ່ອນຈະນຳໄປອອກແບບ ແລະ ສ້າງວຽກງານ. 4) ຂັ້ນວິສະວະກຳ (Engineer): ໃຫ້ຜູ້ຮຽນນຳສິ່ງທີ່ໄດ້ຮຽນຮູ້ມາໃຊ້ໃນການອອກແບບ ແລະ ສ້າງວຽກງານ. 5) ຂັ້ນປັບປຸງ (Enrich): ໃຫ້ຜູ້ຮຽນທົດສອບປະສິດທິພາບຂອງວຽກງານເພື່ອບອກຂໍ້ຜິດພາດ ແລະ ນຳໄປພັດທະນາງານໃຫ້ດີຂຶ້ນ ຫຼື ອອກແບບໃໝ່. 6) ຂັ້ນປະເມີນຜົນ (Evaluate): ຜູ້ສອນ ແລະ ຜູ້ຮຽນຈະຕ້ອງຊ່ວຍກັນປະເມີນວຽກງານທີ່ປັບປຸງໃໝ່ ເພື່ອໃຫ້ຮູ້ວ່າຜູ້ຮຽນໄດ້ຮຽນຮູ້ຫຍັງ ແລະ ຫຼາຍໜ້ອຍພຽງ.
ຊຶ່ງໃນແຕ່ລະຂະບວນການທີ່ກ່າວໃນຂ້າງເທີງນີ້ເປັນການນຳເອົາຄວາມຕ້ອງການ ຫຼື ຄວາມຈຳເປັນທີ່ຜູ້ຮຽນຈະຕ້ອງມີທັກສະໃນການຮຽນຮູ້ໃນສົດວັດທີ່ 21 ມາເປັນຮູບແບບການຮຽນ-ການສອນໃນຍຸກດິຈິຕອ໋ນ ຊຶ່ງມີ 3 ທັກສະທີ່ສຳຄັນດັ່ງນີ້: 1. Critical thinking & Problem Solving ຫຼື ທັກສະການຄິດເຊີງວິພາກ ແລະ ການແກ້ບັນຫາໂດຍອາໄສການຮຽນຮູ້ ແລະ ການສັງເກດ. 2. Communications, Information & Media Literacy ທັກສະດ້ານການສື່ສານ ແລະ ມີຄວາມຮູ້ໃນການສືບຄົ້ນຫາສື່ ແລະ 3. Computing & ICT literacy ທັກສະດ້ານການໃຊ້ງານອຸປະກອນຄອມພິວເຕີ ແລະ ເຕັກໂນໂລຊີສື່ສານ ຂໍ້ມູນ ຂ່າວສານ ແບບດິຈິຕອ໋ນ.
ດັ່ງນັ້ນບົດບາດທີ່ສຳຄັນຂອງຄູຜູ້ສອນຄື “ເປັນທີ່ປືກສາ” ທີ່ໃຫ້ຄຳແນະນຳ ລໍຖ້າແນະແນວທາງໃຫ້ກັບຜູ້ຮຽນທຸກຂັ້ນຕອນ ສົ່ງເສີມໃຫ້ຜູ້ຮຽນມີທັກສະການສືບຄົ້ນ, ທັກສະການວິເຄາະ, ຮວບຮວມຄວາມຮູ້ທີ່ໄດ້ສ້າງເປັນຄວາມຮູ້ ໃໝ່ໆ ແລະ ສາມາດນຳເອົາຄວາມຮູ້ມາສ້າງສັນວຽກງານເປັນນະວັດຕະກຳໃໝ່ ທີ່ເກິດຂື້ນຈາກການຮຽນຮູ້ ລວມໄປເຖິງຄວາມຮູ້ທີ່ກ່ຽວກັບວິຊາວິທະຍາການຄຳນວນ ທີ່ຈະສອນໃຫ້ຜູ້ຮຽນມີຂະບວນການຄິດເຊີງວິເຄາະຢ່າງເປັນລະບົບ ມີຄວາມສາມາດໃນການຕັດສິນໃຈ, ການວາງແຜນ ແລະ ສາມາດນຳມາໜູນໃຊ້ເພື່ອແກ້ໄຂບັນຫາທີ່ເປັນເລື່ອງເຊື່ອມໂຍງກັບການດຳລົງຊີວິດໄດ້ຢ່າງສ້າງສັນ ໃນສາຂາວິຊາຕ່າງໆ ໄດ້ ບໍ່ວ່າຈະເປັນສາຂາວິຊາວິທະຍາສາດທຳມະຊາດ, ສັງຄົມສາດ ຫຼື ວິຊາອື່ນໆ ເປັນຕົ້ນ. ໃຫ້ໄດ້ຮູບແບບການຮຽນການສອນທີ່ເໝາະສົມກັບຜູ້ຮຽນ ທັງໃນດ້ານພັດທະນາການ ຫຼື ໄວຂອງຜູ້ຮຽນ ແລະ ສາມາດຫຼຸດຄວາມແຕກຕ່າງລະຫວ່າງບຸກຄົນຂອງຜູ້ຮຽນ ເພື່ອຈະນຳໄປສູ່ການປ່ຽນແປງຮູບແບບການຮຽນການສອນທີ່ມີປະສິດທິພາບໃຫ້ກັບຜູ້ຮຽນ.
ສະຫຼຸບລວມແລ້ວ ນອກຈາກຮູບແບບການຮຽນການສອນໃໝ່ທີ່ເກິດຂື້ນຢ່າງຫຼາກຫຼາຍຕາມຍຸກທີ່ປ່ຽນໄປແລ້ວ ສື່ເຕັກໂນໂລຊີທີ່ໃຊ້ໃນການຮຽນ-ການສອນ ທີ່ໃຊ້ໃນຍຸກດິຈິຕອ໋ນ ເປັນສື່ການຮຽນການສອນທີ່ມີການພັດທະນາໄປຢ່າງວ່ອງໄວຫຼາຍ ບໍ່ວ່າຈະເປັນການຈັດການສຶກສາອອນລາຍລະບົບເປີດ ແບບ MOOC (Massive Open Online Course), ການຈັດການຮຽນການສອນ ແບບ Mobile learning ຊຶ່ງຕົວຜູ້ສອນເອງຈຳເປັນຢ່າງຍິ່ງທີ່ຈະຕ້ອງປັບປ່ຽນບົດບາດໜ້າທີ່, ປັບຕົວ, ປັບແນວຄິດທັດສະນະຄະຕິຂອງຕົວຜູ້ສອນເອງ ແລະ ປ່ຽນຮູບແບບວິທີການສອນ ປັບປ່ຽນວິທີການຮຽນຮູ້, ປັບປ່ຽນຂະບວນການຮຽນ-ການສອນ ໃຫ້ທັນກັບຍຸກທິ່ເຕັກໂນໂລຊີທີ່ປ່ຽນໄປຢ່າງວ່ອງໄວໃຫ້ໄດ້ ເພື່ອຈະໄດ້ສ້າງຜູ້ຮຽນໃຫ້ມີທັກສະຕ່າງໆ ທີ່ສາມາດສ້າງຄວາມຮູ້ໃໝ່ໆ ນຳຄວາມຮູ້ໄປສ້າງນະວັດຕະກຳໃໝ່ໆ ໃຫ້ເກີດຂຶ້ນ ແລະ ສາມາດດຳລົງຢູ່ໃນຍຸກດິຈິຕອ໋ນໄດ້. ໂດຍສິ່ງທີ່ສຳຄັນຂອງການຈັດການຮຽນ-ການສອນ ຄືການເນັ້ນໜັກເຖິງໃນຄວາມແຕກຕ່າງຂອງຜູ້ຮຽນ ທີ່ຈະຊ່ວຍໃຫ້ການຈັດການຮຽນ-ການສອນ ສາມາດຕອບສະໜອງຕໍ່ການຮຽນຮູ້ຂອງບຸກຄົນ ໄປໃນທິດທາງທີ່ປະສົງໄດ້ຢ່າງມີປະສິດທິພາບ. ແຕ່ແນວໃດກໍຕາມເຖິງວ່າຈະມີເຕັກໂນໂລຊີໃໝ່ໆ ທີ່ທັນສະໄໝເກີດຂຶ້ນຫຼາຍພຽງໃດ ແຕ່ມະນຸດກໍຍັງເປັນຫັວໃຈສຳຄັນຫຼັກໃນການຈັດການຮຽນ-ການສອນ ຍັງເປັນຜູ້ສອນໃຫ້ຜູ້ຮຽນຮູ້ຈັກເຖິງຈະລິຍະທຳ, ມີຈິດສາທາລະນະຊ່ວຍເຫຼືອຜູ້ອື່ນໃນສັງຄົມ ສອນໃຫ້ມີທັກສະຊີວິດທີ່ຈະນຳໄປໝູນໃຊ້ໃນການດຳລົງຊີວິດ ເພື່ອຢູ່ລອດໃນຍຸກດິຈິຕອ໋ນນັ້ນເອງ.