Banner

ເຕັກໂນໂລຊີສະໄໝໃໝ່ ກັບການສຶກສາຕະຫຼອດຊີວິດ

ໂລກ​ຍຸກ​ປະຈຸບັນ​ນີ້​ໄດ້​ຊື່​ວ່າ​ເປັນ​ໂລກ​ຍຸກ​ຂອງ​ການສື່ສານຂໍ້​ມູນ​ຂ່າວ​ສານ ​ເນື່ອງ​ມາ​ຈາກ​ການ​ຕິດ​ຕໍ່​, ແລກ ປ່ຽນຂ່າວ​ສານ​ຕ່າງໆ​ ເປັນ​ໄປ​ຢ່າງ​ວ່ອງໄວ ດ້ວຍຄວາມ​ຈະເລີນ​ກ້າວ​ໜ້າທາງ​ດ້ານ​ເຕັກໂນໂລຊີ​ນັ້ນ ​ເຮັດໃຫ້​ເກີດ​ການ​ປ່ຽນ​ແປງ​ທາງ​ດ້ານ​ການ​ຈັດ​ກິດຈະກຳ​ການ​ຮຽນ​ຮູ້​ຢ່າງແຜ່​ຫຼາຍ, ຮູບແບບ​ການ​ຈັດ​ກິດຈະກຳ​ການ​ຮຽນ​ຮູ້​ຕ່າງໆ ໄດ້​ປ່ຽນ​ຈາກ​ທີ່ຜູ້ສື່ສານຕົ້ນທາງ ຫຼື ​ຄູ​ເປັນໃຈ​ກາງ ກາຍ​ມາສູ່​ນັກ​ຮຽນ​ເປັນ​ໃຈ​ກາງ ຜູ້​ຮຽນບໍ່​ໄດ້ຮັບສະເພາະແຕ່​ຄວາມ​ຮູ້​ຈາກ​ຄູໃນ​ຫ້ອງ​ຮຽນ​ເທົ່າ​ນັ້ນ ແຕ່ຍັງໄດ້ຮັບຈາກ​ແຫຼ່ງ​ຄວາມ​ຮູ້​ຢູ່​ອ້ອມ​ຕົວ​ບໍ່​ວ່າ​ຈະ​ເປັນ​ພໍ່​ແມ່, ຊຸມ​ຊົນ, ໝູ່ເພື່ອນ, ທຳມະຊາດ​, ສິ່ງ​ແວດ​ລ້ອມ​ ຫຼື ​ການ​ຮຽນ​ຮູ້​ຈາກ​ເຕັກ​ໂນ​ໂລ​ຊີ​ສະໄໝ​ໃໝ່ ຫຼາກຫຼາຍຊ່ອງທາງ.

ເມື່ອ​ເວົ້າ​ເຖິງ​ເຕັກ​ໂນ​ໂລ​ຊີ ຄົນ​ສ່ວນ​ຫຼາຍ​ມັກ​ຈະ​ມະໂນພາບ​ເຖິງ​ສິ່ງ​ທີ່​ກ່ຽວຂ້ອງກັບ​ເຄື່ອງ​ມືຕ່າງໆ ​ຫຼື ​ອຸປະກອນ​ໃໝ່​ໆ ທີ່​ທັນ​ສະໄໝ, ມີ​ລາ​ຄາ​ແພງ ມີ​ລະບົບ​ການ​ເຮັດ​ວຽກງານ​ທີ່​ຫຍຸ້ງ​ຍາກ​ຊັບ​ຊ້ອນ ເ​ຊິ່ງ​ເມື່ອ​ນຳ​ມາ​ໃຊ້​ແລ້ວ​ສາມາດ​ຊ່ວຍ​ໃຫ້​ການ​ເຮັດ​ວຽກງານ​ມີ​ປະ​ສິດ​ທິ​ພາບ​ດີ​ຂຶ້ນ ​ແລະ ​ປະ​ສິດ​ທິ​ຜົນ​ສູງ​ຂຶ້ນ ລວມທັງ​ປະ​ຫຍັດ​ເວລາ ​ແລະ ​ແຮງ​ງານ​ອີກ​ດ້ວຍ. ຄຳວ່າ “ເຕັກ​ໂນ​ໂລ​ຊີ” ເປັນ​ຄຳ​ທີ່​ມາ​ຈາກ​ພາສາເ​ກຣັກ ຄື: Techno logia ໝາຍວ່າການ​ກະທຳ​ຢ່າງ​ມີ​ລະບົບ (Systematic Treatment)

ການ​ເຮັດ​ວຽກງານ​ໂດຍ​ການ​ນຳ​ເຕັກ​ໂນ​ໂລ​ຊີ​ສະໄໝ​ໃໝ່​ມາ​ໃຊ້​ນັ້ນ ເປັນ​ການ​ເຮັດ​ວຽກງານ​ໂດຍ​ການ​ນຳ​ຄວາມ​ຮູ້​ທາງ​ວິທະຍາ​ສາດ​ມາ​ໝູນ​ໃຊ້ ເພື່ອ​ເພີ່ມ​ປະ​ສິດ​ທິ​ພາບ ​ແລະ ​ປະ​ສິດ​ທິ​ຜົນ​ໃນ​ການ​ເຮັດ​ວຽກງານ​ນັ້ນ​ໆ ​ໃຫ້ມີຜົນໄດ້ຮັບດີຂື້ນກ່ວາເກົ່າທັງດ້ານປະລິມານ ແລະ ຄຸນນະພາບ.​ ເຊິ່ງການ​ນຳ​ເອົາ​ເທກ​ໂນ​ໂລ​ຊີ​ສະໄໝ​ໃໝ່​ມາ​ໃຊ້​ ແມ່ນ​ແຕກ​ຕ່າງ​ກັນ​ໄປ​ຕາມ​ລັກສະນະ​ຂອງ​ວຽກງານ,​ ຖ້າ​ນຳ​ມາ​ໃຊ້​ທາງ​ດ້ານ​ການສຶກສາ ກໍ່ຈະເອີ້ນວ່າ: ເຕັກ​ໂນ​ໂລ​ຊີ​ທາງ​ການສຶກສາ ເມື່ອ​ມີ​ການ​ນຳ​ເອົາ​ເຕັກ​ໂນ​ໂລ​ຊີ​ມາ​ໃຊ້​ເຂົ້າໃນ​​ວຽກງານ​ການສຶກສາ ການ​ທີ່​ຈະຮັບຮູ້ເຖິງອົງ​ປະ​ກອບ​ຕ່າງ​ໆ​ ໃນລະບົບເຕັກໂນໂລຊີນັ້ນ ມັນ​ຈຳ​ເປັນ​ຕ້ອງຮຽນຮູ້ກ່ຽວກັບ​ຄວາມໝາຍ​ ລວມທັງພັດທະນາການຕ່າງໆ ຂອງລະບົບເຕັກໂນໂລຊີ​ໃຫ້​ເຂົ້າໃຈ​ຢ່າງ​ຊັດເຈນ​ສາ​ກ່ອນ ເພື່ອ​ເປັນ​ການສຶກສາ​ເຖິງ​ຄວາມ​ຈະເລີນກ້າວ​ໜ້າ​ທາງ​ດ້ານ​ນີ້​ ທັງ​ໃນ​ດ້ານ​ວັດສະດຸ, ອຸປະກອນ ແລະ ​ວິທີ​ການ ລວມ​ເຖິງ​ຄວາມ​ສຳຄັນ ​ແລະ ​ບົດ​ບາດຂອງ​ມັນ.

ເຕັກ​ໂນ​ໂລ​ຊີ ເປັນ​ການ​ນຳ​ເອົາ​ແນວ​ຄວາມ​ຄິດ, ຫຼັກ​ການ, ເຕັກ​ນິກ, ຄວາມ​ຮູ້, ລະບຽບ​ວິທີ, ຂະ​ບວນ​ການ ຕະຫຼອດ​ຮອດ​ຜົນ​ຜະລິດ​ທາງ​ວິທະຍາ​ສາດ ​ທັງ​ໃນ​ດ້ານ​ສິ່ງ​ປະດິດ ​ແລະ ​ກຳມະວິທີ (ວິທີການ) ​ມາ​ໝູນ​ໃຊ້​ໃນ​ລະບົບ​ວຽກ​ງານເພື່ອ​ຊ່ວຍ​ໃຫ້​ເກີດ​ການ​ປ່ຽນ​ແປງ​ໄປໃນທາງທີ່​ດີ​​ຂຶ້ນ ​ແລະ ເພີ່ມ​ປະ​ສິດ​ທິ​ພາບ​ ແລະ ​ປະ​ສິດ​ທິ​ຜົນ​ຂອງ​ວຽກ​ໃຫ້​ສູງ​ຂຶ້ນ.

ການ​ນຳ​ເຕັກ​ໂນ​ໂລ​ຊີ​ມາ​ໃຊ້​ກັບ​ວຽກງານໃນ​ສາ​ຂາ​ໃດ​ສາ​ຂາ​ໜຶ່ງ​ນັ້ນ ເຕັກ​ໂນ​ໂລຊີ​ ຈະ​ມີ​ສ່ວນ​​ສຳຄັນ 3 ປະ​ການ ແລະ ​ຖື​ເປັນ​ເກນ​ໃນ​ການ​ພິຈາລະນາ​ນຳ​ເຕັກ​ໂນ​ໂລ​ຊີມານຳ​ໃຊ້​ ຄື:

  1. ປະ​ສິດ​ທິ​ພາບ ( Efficiency ): ເຕັກ​ໂນ​ໂລ​ຊີ​ຈະ​ຊ່ວຍ​ໃຫ້​ການ​ເຮັດ​ວຽກງານ​ບັນ​ລຸ​ຜົນ​ຕາມ​ເປົ້າ​ໝາຍ​ໄດ້​ຢ່າງ​ຖືກຕ້ອງ ແລະ ​ວ່ອງໄວ;
  2. ປະ​ສິດ​ທິ​ຜົນ ( Productivity ): ເປັນ​ການ​ເຮັດ​ວຽກງານ​ເພື່ອ​ໃຫ້​ໄດ້​ຜົນ​ຜະລິດ​ອອກ​ມາໃຫ້ໄດ້ຫຼາຍ​ທີ່ສຸດ​ເທົ່າ​ທີ່​ຈະຫຼາຍ​ໄດ້ ເພື່ອ​ໃຫ້​ໄດ້​ປະ​ສິດ​ທິ​ຜົນ​ສູງ​ສຸດ;
  3. ປະ​ຢັດ ( Economy ): ເປັນ​ການ​ປະ​ຢັດ​ທັງ​ເວລາ ​ແລະ ​ແຮງ​ງານ​ໃນ​ການ​ເຮັດ​ວຽກງານ​ດ້ວຍ​ການ​ລົງ​ທຶນ​ໜ້ອຍ​ແຕ່​ໄດ້​ຜົນ​ຫຼາຍກວ່າ​ທີ່​ລົງ​ທຶນລົງ​ໄປ.

ສະນັ້ນ ເຕັກ​ໂນ​ໂລຊີ​ການສຶກສາ ໝາຍ​ເຖິງ ການ​ນຳ​ຄວາມ​ຮູ້, ແນວ​ຄິດ, ຂະ​ບວນ​ການ ​ແລະ ​ຜົນ​ຜະລິດ​ທາງ​ວິທະຍາ​ສາດ​ ມາ​ໃຊ້​ຮ່ວມ​ກັນ​ຢ່າງ​ມີ​ລະບົບ ເພື່ອ​ແກ້​ບັນຫາ ​ແລະ ​ພັດທະນາ​ການລະບົບການສຶກສາ​, ຮຽນຮູ້ ໃນວົງກວ້າງໃຫ້​ກ້າວ​ໜ້າ​​ຢ່າງ​ມີ​ປະ​ສິດ​ທິ​ພາບ.

ການສຶກສາ ໝາຍ​ຄວາມ​ວ່າ ຂະ​ບວນ​ການ​ຮຽນ​ຮູ້​ເພື່ອ​ຄວາມ​ຈະເລີນ​ງອກ​ງາມ​ຂອງ​ບຸກ​ຄົນ ​ແລະ ​ສັງຄົມ ໂດຍ​ການ​ຖ່າຍ​ທອດ​ຄວາມ​ຮູ້ສຶກ, ການ​ຝຶກ, ການ​ອົບຮົມ, ການ​ສືບ​ສານ​ທາງ​ວັດທະນະທຳ, ການສ້າງ​​ຄວາມຍຶນຍົງ​ກ້າວ​ໜ້າ​ທາງ​ວິ​ຊາ​ການ, ການສ້າງ​ອົງ​ປະກອບຄ​ວາມ​ຮູ້​ອັນ​ເກີດ​ຈາກ​ສະພາບ​ແວດ​ລ້ອມສັງຄົມ​ການ​ຮຽນ​ຮູ້​ ແລະ​ ປັດ​ໃຈເອື້ອອຳນວຍ​ໃຫ້​ບຸກ​ຄົນ​ຮຽນ​ຮູ້​ຢ່າງຕໍ່​ເນື່ອງ​ຕະຫຼອດ​ຊີວິດ.

ການ​ນຳໃຊ້​ເຕັກ​ໂນ​ໂລ​ຊີ​ເພື່ອ​ການສຶກສາ ເປັນ​ລະບົບ​ການ​ປຸງແຕ່ງ​ຜະລິດຕະຜົນ​ທາງ​ວິທະຍາ​ສາດ (science) ແລະ ​ວິ​ສະວະ​ກຳສາດ (engineering) ປະສົມ​ປະສານ​ກັບ​ຫຼັກ​ທາງ​ສັງຄົມ​ວິທະຍາ (sociology) ແລະ ​ມາ​ນຸ​ດ​ສາດ (anthropology) ມານຳ​ໃຊ້​ໃນ​ການສຶກສາ​ເພື່ອ​ການ​ຮຽນ​ຮູ້​ຢ່າງ​ຕໍ່​ເນື່ອງ​ຕະຫຼອດ​ຊີວິດ ໂດຍ​ກວມເອົາທັງ​ການ​ຈັດການ ​ແລະ ​ອອກ​ແບບ​ລະບົບ​ພຶດຕິກຳ, ເຕັກ​ນິກ​ວິທີ​ການ, ການ​ສື່​ສານ, ການ​ຈັດ​ສະພາບ​ແວດ​ລ້ອມ, ການ​ຈັດການ​ຮຽນ-​ການ​ສອນ ແລະ​ ການ​ປະ​ເມີນຜົນ.

ເຕັກໂນໂລຊີເພື່ອການສຶກສາ (Education Technology) ໃນທີ່ກ່າວໃນບົດຄວາມນີ້ຈະມີຄວາມໝາຍກວມລວມເຖິງການຜະລິດ, ການນຳໃຊ້, ການພັດທະນາລະບົບການຮຽນ-ການສອນ ເພື່ອຕອບສະໜອງໃຫ້ເກີດຂະບວນການຮຽນຮູ້ໄດ້ຕາມຄວາມຕ້ອງການຂອງຜູ້ຮຽນໃນທຸກເວລາ ແລະ ທຸກສະຖານທີ່ ເຊີ່ງປະກອບມີເຕັກໂນໂລຊີ ຕ່າງໆດັ່ງນິີ້:

  1. ເຕັກໂນໂລຊີສື່ສານມວນຊົນ (Mass Communication Technology) ເຊັ່ນ: ວິທະຍຸກະຈາຍສຽງ (Radio), ໂທລະພາບ (TV) ເປັນຕົ້ນ;
  2. ເຕັກໂນໂລໂທລະຄົມມະນາຄົມ (Telecommunication) ເຊັ່ນ: ໂທລະສັບ (Mobile), ເຄືອ​ຂ່າຍ​ໂທລະ​ຄົມ​ນາ​ຄົມ, ອິນເຕີເນັດ (Internet) ແລະ ການ​ສື່​ສານ ​ອື່ນໆ
  3. ເຕັກໂນໂລຊິການສື່ສານຂໍ້ມູນຂ່າວສານ (Information and Communication Technology: ICT) ແລະ ເຕັກໂນໂລຊີດິຈິຕອນ (Digital Technology) ເຊັ່ນ: ຄອມພິວເຕີ (Computer), ເວັບໄຊ(Website), ຈົດໝາຍເອເລັກໂຕນິກ (E-Mail), ຄອມພິວເຕີເມກ (Cloud Computing), ຖານຂໍ້ມູນ (Database), ເມົາຕິມີເດຍ (Multimedia), ສື່ສັງຄົມອອນລາຍ (Social Media), MOOC ຫຼື ແພັຣດຟອມການຮຽນອອນລາຍ (Digital Learning Platform) ແລະ ແພັຣດຟອມອອນລາຍ (Online Platform) ຕ່າງໆ ເປັນຕົ້ນ.

ສຳລັບ​ການ​ຈັດ​ລະບົບການສຶກສາ ຫຼື ຮຽນຮູ້ຕະຫຼອດ​ຊີວິດ​ນັ້ນ ພົບວ່າ​ຮູບ​ແບບ​ການສຶກສາ​ໃນ​ລະບົບ​ໂຮງຮຽນ​ຂອງ​ປະເທດ​ດ້ອຍ​ພັດທະນາ ແລະ ​ປະເທດ​ກຳ​ລັງ​ພັດທະນາ ຍັງບໍ່​ທັນສາມາດ​ໃຫ້​ບໍລິການ​ແກ່​ປະຊາຊົນ ໄດ້​ຢ່າງ​ທົ່ວ​ເຖິງ ​ເຮັດໃຫ້​ເກີດ​ວິກິດການ​ທາງ​ການສຶກສາ ເພາະ​ປະຊາຊົນ​ທີ່​ມີ​ຖານະ​ດີ ແລະ ອາໄສຢູ່ໃນພູມລຳເນົາທີ່ສະດວກສະບາຍກ່ວາ​ເທົ່າ​ນັ້ນ​ທີ່​ມີ​ໂອ​ກາດ​ໄດ້ຮັບ​ການສຶກສາ ສ່ວນຄົນ​ທຸກ​ຈົນ​ຍັງຂາດ​ໂອ​ກາດ​ໃນ​ການສຶກສາ ເຖິງແມ່ນວ່າ​ພາກລັດຖະບານ​ ໄດ້​ສຸມໃສ່ສະໜອງງົບ​ປະ​ມານ​ການສຶກສາ​ສູງ​ຫຼາຍ​ກໍ່ຕາມ ແຕ່​ການສຶກສາກໍ່ຍັງ​ບໍ່​ສາມາດ​ຊ່ວຍ​ພັດທະນາ​ຄຸນນະພາບ​ການສຶກສາ​ຂອງ​ປະຊາຊົນກູ່ມໃດໜື່ງໄດ້ ໂດຍ​ສະເພາະ​ຜູ້​ທີ່ຢູ່ໃນ​ທ້ອງ​ຖິ່ນ​ຫ່າງ​ໄກສອກຫຼີກ. ລັດສົ່ງເສີມພັດທະນາລະບົບການສຶກສາຂື້ນສູງຫຼາຍສ່ຳໃດ ຄົນລວຍກໍ່ຍິ່ງໄດ້ຮັບການປັບປຸງລະດັບການສຶກສາໃຫ້ດີ ແລະ ສູງຂື້ນ ແຕ່ກົງກັນຂ້າມກັບຄົນທຸກຍັງເຂົ້າເຖິງລະບົບດັ່ງກ່າວໄດ້ຍາກ ສະນັ້ນຈຶ່ງ​ເຮັດໃຫ້​ມີ​ການ​ຮຽກ​ຮ້ອງໃຫ້​ມີ​ການ​ປະຕິ​ຮູບ​ການສຶກສາ ໃຫ້ມີການຮຽນຮູ້ຕະຫລອດຊີວິດ (​ຮຽນ​ຮູ້​ຕັ້ງ​ແຕ່​ມື້​ເກີດ​ຈົນ​ເຖິງ​ຊ່ວງ​ສຸດ​ທ້າຍ​ຂອງ​ຊີວິດ) ນັ້ນ​ຄື​ການ​ລວມ​ເອົາ​ການສຶກສາ​ໃນ​ລະບົບ​ໂຮງຮຽນ (Formal Education) ແລະ ນອກ​ລະບົບ​ໂຮງຮຽນ (Informal Education) ເຂົ້າ​ນຳກັນ ເພື່ອເຮັດໃຫ້ຄົນ​ເຮົາ​ສາມາດ​ເລືອກ​ສຶກ​ສາ​ໄດ້​ໃນ​ຊ່ວງ​ເວລາ​ຕ່າງ​ໆ ຂອງ​ຊີວິດ​ຕາມ​ຄວາມ​ເໝາະ​ສົມ ການສຶກສາ ແລະ​ ການ​ຮຽນ​ຮູ້​ເກີດ​ຂຶ້ນ​ໄດ້​ທຸກ​ແຫ່ງ​ບໍ່​ວ່າ​ຈະໃນ​ຄອບຄົວ, ເຂດສາທາລະນະ, ວັດ, ຊຸມ​ຊົນ, ສະ​ຖາ​ບັນ​ການສຶກສາ, ສະຖານ​ປະກອບ​ການ ແລະ​ ແຫຼ່ງຮຽນຮູ້​ຕ່າງ​ໆ ສະນັ້ນ ການສຶກສາ ​ແລະ​ ການ​ຮຽນ​ຮູ້​ຕະຫຼອດ​ຊີວິດຈິ່ງ​ກາຍ​ເປັນ​ຄວາມ​ຈຳ​ເປັນ​ຂອງ​ມະນຸດໃນສັງຄົມ​ປະຈຸບັນ.

ການ​ຮຽນ​ຮູ້​ຕະຫຼອດ​ຊີວິດ (Lifelong Learning) ໝາຍ​ເຖິງ ການ​ຮັບ​ຮູ້​ຄວາມ​ຮູ້ ທັກ​ສະ ແລະ ​ທັດສະນະຄະຕິ ຕັ້ງ​ແຕ່​ເກີດ​ຈົນ​ຕາຍ​ຈາກ​ບຸກ​ຄົນ ​ຫຼື ສະ​ຖາ​ບັນ​ຕ່າງໆ ໂດຍ​ສາມາດຈະ​ຮຽນ​ຮູ້​ດ້ວຍ​ວິທີ​ຮຽນ​ຕ່າງ​ໆ ຢ່າງ​ມີ​ລະບົບ​ຫຼື ​ບໍ່​ມີ​ລະບົບ, ໂດຍ​ຕັ້ງ​ໃຈ ​ຫຼື ໂດຍ​ບັງ​ເອີນ​ກໍ່​ໄດ້ ທັງ​ນີ້​ແມ່ນສາມາດ​ເຮັດໃຫ້​ບຸກ​ຄົນ​ນັ້ນ​ເກີດ​ການ​ພັດທະນາຕົນເອງ.

ສຳລັບປະເທດເຮົາ ລັດຖະບານ ໄດ້ເຫັນຄວາມສຳຄັນຕໍ່ກັບການ​ຮຽນ​ຮູ້​ຕະຫຼອດ​ຊີວິດ (Lifelong Learning) ແລະ ໄດ້ກໍານົດເອົາວຽກງານຮຽນຮູ້ຕະຫຼອດຊີວິດ ເປັນວຽກງານທີ່ສໍາຄັນໃນການພັດທະນາຊັບພະຍາກອນມະນຸດ ດ້ວຍການຊຸກຍູ້ ແລະ ສົ່ງເສີມ ໃຫ້ພົນລະເມືອງລາວທຸກຄົນ ລວມທັງຄົນທີ່ຖືສັນຊາດລາວ ທີ່ອາໄສຢູ່ຕ່າງປະເທດ ແລະ ຄົນທີ່ຖືກຕັດອິດສະຫຼະພາບ ໄດ້ຮັບການບໍາລຸງຍົກລະດັບທາງດ້ານຄວາມຮູ້, ຄວາມສາມາດ ແລະ ທັກສະ ດ້ວຍຮູບແບບ ແລະ ວິທີການຮຽນຮູ້ທີ່ປັບປ່ຽນໄດ້ຕາມສະພາບຄວາມເປັນຈິງ. ໂດຍໄດ້ອອກດຳລັດວ່າດ້ວຍການຮຽນຮູ້ຕະຫຼອດຊີວິດ ສະບັບເລກທີ່ 802/ລບ, ລົງວັນທີ 23-03-2020 ເຊີ່ງມີຈຸດປະສົງເພື່ອກໍານົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຄຸ້ມຄອງ, ຕິດຕາມ, ກວດກາ, ຊຸກຍູ້ ແລະ ສົ່ງເສີມ ວຽກງານຮຽນຮູ້ຕະຫຼອດຊີວິດ ເພື່ອເຮັດໃຫ້ການຈັດຕັ້ງ ການຮຽນ-ການສອນ, ການປະເມີນ, ການຮັບຮູ້, ການຢັ້ງຢືນ, ການທຽບເທົ່າ ແລະ ທຽບໂອນຜົນການຮຽນ ທີ່ໄດ້ຈາກການຮຽນຢູ່ໃນໂຮງຮຽນ, ນອກໂຮງຮຽນ ລວມທັງການສຶກສາຕາມອັດທະຍາໄສ ໃຫ້ມີຄວາມເປັນເອກະພາບ ແລະ ຄຸນນະພາບ ແນໃສ່ໃຫ້ພົນລະເມືອງລາວທຸກຄົນ ໄດ້ຮັບໂອກາດຍົກລະດັບການສຶກສາ, ຄວາມຮູ້, ຄວາມສາມາດ ທາງດ້ານວິຊາຊີບ, ຄວາມຊໍານິຊໍານານງານ ແລະ ມີຄຸນສົມບັດສິນທໍາປະຕິວັດ ສາມາດເຊື່ອມໂຍງກັບ ພາກພື້ນ ແລະ ສາກົນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.

ການສຶກສາ​ຕະຫຼອດ​ຊີວິດ (Lifelong Education) ໝາຍ​ເຖິງ ການ​ຈັດ​ຂະ​ບວນ​ການ​ທາງ​ການສຶກສາ ເພື່ອ​ໃຫ້​ເກີດ​ການ​ຮຽນ​ຮູ້​ຕະຫລອດ​ຊີວິດ ເປັນ​ການ​ຈັດການສຶກສາ​ໃນ​ຮູບ​ແບບ​ຂອງ​ການສຶກສາ​ໃນ​ລະບົບ​ໂຮງຮຽນ (Formal Education), ການສຶກສາ​ນອກ​ລະບົບ​ໂຮງຮຽນ (Non - Formal Education) ແລະ​ ການສຶກສາ​ຕາມ​ອັດທະ​ຍາໄສ (Informal Education) ໂດຍ​ເນັ້ນໜັກ​ໃຫ້​ຜູ້​ຮຽນ​ເກີດ​ແຮງ​ຈູງ​ໃຈ​ທີ່​ຈະ​ຮຽນ​ຮູ້​ດ້ວຍ​ຕົນເອງ (Self - directed Learning) ແນ່ໃສ່​​ໃຫ້​ຄົນສາມາດ​ພັດທະນາ​ ແລະ​ ປັບ​ປຸງປ່ຽນແປງຕົນເອງ​ໃຫ້​ທ່ວງ​ທັນ​ກັບຄວາມ​ປ່ຽນ​ແປງ​ຂອງ​ສັງຄົມ, ​ການ​ເມືອງ ​ແລະ​ ເສດຖະກິດປະເທດ, ພາກພື້ນ ແລະ ສາກົນ.

ສະຫຼຸບແລ້ວ ລະບົບການສຶກສາ, ການຮຽນຮູ້ຕະຫຼອດຊີວິດ ແມ່ນມີຄວາມຈຳເປັນຕ້ອງໄດ້ຮັບການພັດທະນາ ໂດຍສະເພາະນຳເຕັກໂນໂລຊີ, ນະວັດຕະກຳ ແລະ ເຕັກໂນໂລຊີການສື່ສານເຂົ້າມາເຊື່ອມໂຍງລະບົບການສຶກສາຫຼາກຫຼາຍຮູບແບບເຂົ້າກັນ ແລະ ເປີດກ້ວາງ, ສ້າງໂອກາດເທົ່າທຽມໃນການເຂົ້າເຖິງການສຶກສາ ໃຫ້ທຸກຊັ້ນຄົນໃນສັງຄົມສາມາດເຂົ້າເຖິງ, ຮຽນຮູ້ໄດ້ຢ່າງສະດວກ ຕະຫຼອດເວລາ ແລະ ຈະສາມາດແກ້ໄຂບັນຫາວິກິດທາງດ້ານການສຶກສາ ລວມທັງຊ່ວຍຍົກລະດັບຄຸນນະພາບການສຶກສາໃນວົງກວ້າງໃຫ້ດີຂື້ນເປັນກ້າວໆ.

ຕາວັນ 8 ເດືອນຜ່ານມາ