
ກອງປະຊຸມໃຫຍ່ຄັ້ງທີ VI ຂອງໜ່ວຍພັກບໍລິສັດລາວໂທລະຄົມມະນາຄົມ ມະຫາຊົນ ສາຂາແຂວງອຸດົມໄຊ ໄດ້ໄຂຂຶ້ນ ຢ່າງເປັນທາງການ ໃນວັນທີ 27 ທັນວາ 2024ທີ່ຫ້ອງປະຊຸມບໍລິສັດຕົນ ໂດຍການເປັນປະທານຂອງ ສະຫາຍ ວົງແກ້ວ ກິ່ງສັກດາ ເລຂາໜ່ວຍພັກ ຫົວໜ້າບໍລິສັດລາວໂທລະຄົມມະນາຄົມ ມະຫາຊົນ ແຂວງອຸດົມໄຊ, ເປັນກຽດເຂົ້າຮ່ວມມີສະຫາຍ ນາງ ປິ່ນຄຳອຸ່ນລະຄອນ ເລຂາຄະນະພັກຮາກຖານ ຫົວຫນ້າພະແນກ ເຕັກໂນໂລຊີ ແລະ ການສື່ສານແຂວງ,ມີແຂກເຊີນ ແລະ ສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມ.
ກອງປະຊຸມໄດ້ ຕີລາຄາ ດ້ານດີຜົນງານ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຊີ້ນຳ-ນຳພາ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ V, ເພື່ອເສີມຂະຫຍາຍດ້ານຕັ້ງໜ້າ ແລະ ປັບປຸງແກ້ໄຂດ້ານອ່ອນໃນໄລຍະຜ່ານມາ, ພ້ອມທັງທິດທາງແຜນການໃນ 5 ປີ ຕໍ່ໜ້າ.ໜ່ວຍບໍລິສັດ ລາວໂທລະຄົມ ມະຫາຊົນ ແຂວງ ອຸດົມໄຊ ເປັນໜ່ວຍພັກຂຶ້ນກັບຄະນະພັກຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານ, ດ້ານວິຊາການແມ່ນຂຶ້ນກັບ ບໍລິສັດລາວໂທລະຄົມມະນາຄົມ ມະຫາຊົນສຳນັກງານໃຫຍ່, ມີສະມາຊິກທັງໝົດ 25 ສະຫາຍ ຍິງ 7 ສະຫາຍ, ຄະນະໜ່ວຍພັກ 03 ສະຫາຍ. ການເຄື່ອນໄຫວຖືເອົາການນຳພາການເມືອງແນວຄິດເປັນແນວທາງ ຕິດພັນກັບວຽກງານວິຊາສະເພາະ ເອົາໃຈໃສ່ໃນການຊີ້ນໍາ - ນໍາພາໃນການລົງທຶນຂະຫຍາຍ ແລະ ປັບປຸງເຄືອຄ່າຍມືຖື ແລະ ອິເຕີເນັດ ໂດຍເລັ່ງໃສ່ເຂດເທດສະບານແຂວງ, ເມືອງ, ຈຸດສຸມ, ຈຸດຍຸດທະສາດຕາມແຜນພັດທະນາເສດທະກິດ-ສັງຄົມ ຂອງແຂວງອຸດົມໄຊ ເພື່ອຮັບປະກັນການຕິດຕໍ່ສື່ສານຮັບໃຊ້ສັງຄົມໃຫ້ມີຄວາມສະດວກ,ວ່ອງໄວປອດໄພ ແລະ ມີຄຸນນະພາບສູງ, ມາຮອດປັດຈຸບັນສະຖານີມືຖື 2G ມີ 96 ສະຖານີ ທຽບໃສ່ 2020 ເພີ່ມຂຶ້ນ 15%, ສະຖານີມືຖື 3G ມີ 120ສະຖານີ ທຽບໃສ່ 2020 ເພີ່ມຂຶ້ນ 10%, ສະຖານີມືຖື 4G ມີ 141 ສະຖານີ ທຽບໃສ່ 2020 ເພີ່ມຂຶ້ນ 90% ຂອງຈໍານວນສະຖານີທັງໝົດ. ເຄືອຄ່າຍໂທລະສັບຕັ້ງໂຕະ ແລະ ອິນເຕີເນັດແບບມີສາຍສາມາດໃຫ້ບໍລິການໃນ 7 ຕົວເມືອງໃນທົ່ວແຂວງ. ວຽກງານການຕະຫຼາດ-ການຂາຍປັດຈຸບັນ ລາວໂທລະຄົມມີສູນບໍລິການລູກຄ້າ ຈຳນວນ 7 ແຫ່ງ,ຄົບທຸກເມືອງໃນທົ່ວແຂວງ.ຈາກນັ້ນ, ໄດ້ປ່ອນບັດເອົາ ຄະນະພັກຊຸດໃໝ່.ກອງປະຊຸມຄັ້ງຖົມມະລຶກໄດ້ເລືອກເອົາ ສະຫາຍວົງແກ້ວ ກິ່ງສັກດາ ເປັນເລຂາໜ່ວຍພັກ, ສະຫາຍ ວົງເພັດ ວັນນະສີ ເປັນຮອງ ທັງເປັນປະທານກວດກາພັກ ແລະ ສະຫາຍ ຄຳສະຫວັນ ອະລິຍະທຳເປັນກຳມະການໜ່ວຍພັກ.
ໂອກາດນີ້ ສະຫາຍ ນາງ ປິ່ນຄຳ ອຸ່ນລະຄອນ ໄດ້ມີຄຳເຫັນໂອ້ລົມ ກ່ອນອື່ນ ສະຫາຍໄດ້ຕີລາຄາສູງ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຊີ້ນຳ-ນຳພາ ຂອງຄະນະພັກຊຸດເກົ່າຍາດມາໄດ້ໄລຍະຜ່ານມາ ແລະ ເນັ້ນໃຫ້ ຄະນະພັກຊຸດໃໝ່ສືບຕໍ່ປັບປຸງແກ້ໄຂ ວຽກງານແຕ່ລະດ້ານເປັນຕົ້ນ ເສີມຂະຫຍາຍ ດ້ານຕັ້ງໜ້າ; ແກ້ໄຂດ້ານອ່ອນຂໍ້ຄົງຄ້າງ, ສືບຕໍ່ປັບປຸງ ແລະ ກໍ່ສ້າງພັກ-ພະນັກງານສະມາຊິກພັກ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບແຜນນໍາພາທີ່ມີວິທະຍາສາດ ຫັນເປັນທັນສະໄຫມ, ເສີມຂະຫຍາຍມູນເຊື້ອ ແລະ ຄວາມເປັນແບບຢ່າງນໍາພາຂອງພັກ, ມີຄວາມຊື່ສັດຕໍ່ພັກ, ຕໍ່ລັດ; ຕໍ່ການຈັດຕັ້ງ, ມີນໍ້າໃຈບຸກບືນຫ້າວຫັນ, ມີຄວາມເສຍສະຫຼະສູງເພື່ອຮັບໃຊ້ຊາດ, ຮັບໃຊ້ສັງຄົມຢ່າງແທ້ຈິງ.