
ຕອນເຊົ້າ ວັນທີ 26 ທັນວາ 2024 ນີ້, ກໍາມະບານຮາກຖານພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າປະຈໍາປີ 2024, ທີ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງ ສະຫາຍ ອານົງສັກ ສັນຕິສຸກ ປະທານກໍາມະບານຮາກຖານ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ ເປັນກຽດເຂົ້າຮ່ວມ ມີ ສະຫາຍ ນ ປິ່ນຄຳ ອຸ່ນລະຄອນ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ, ສະຫາຍ ສີໄວ ອິນທະວົງ ຄະນະບໍລິຫານງານສະຫະພັນກໍາມະບານແຂວງ, ພ້ອມດ້ວຍແຂກເຊິນ ແລະ ສະມາຊິກກໍາມະບານພາຍໃນຮາກຖານເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງບົດສະຫຼຸບຜົນສໍາເລັດການຈັດຕັ້ງປະຕິບັດເນື້ອໃນຂ້ໍແຂ່ງຂັນ 5 ເປັນເຈົ້າປະຈໍາປີ 2024 ແລະ ທິດທາງແຜນການປະຈໍາປີ 2025. ກໍາມະບານຮາກຖານພະແນກ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ ມີສະມາຊິກທັງໝົດ 20 ສະຫາຍ, ຍິງ 08 ຄົນ, ໄລຍະຜ່ານມາ ສະມາຊິກກໍາມະບານທຸກສະຫາຍໄດ້ເປັນເຈົ້າການ ໃນການຝຶກຝົນຫຼໍ່ຫຼອມຕົນເອງໃຫ້ມີທັດສະນະການເມືອງໜັກແໜ້ນ, ມີຫຼັກໝັ້ນຊົນຊັ້ນກໍາມະກອນ, ມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກ, ມີຄຸນສົມບັດສິນທໍາປະຕິວັດ, ມີສະຕິເຄົາລົບກົດໝາຍ, ມີລະບຽບວິໄນ, ນັບຖືການຈັດຕັ້ງ, ເຂົ້າຮ່ວມເຊື່ອມຊຶມແນວທາງຂອງພັກ, ກົດໝາຍຂອງລັດ ລະບຽບການຕ່າງໆ ແລະ ຮັບຟັງຫວນຄືນມູນເຊື້ອວັນສຳຄັນຂອງພັກ, ຂອງຊາດໄດ້ທັງໝົດ 13 ຄັ້ງ, ປະຕິບັດໜ້າທີ່ວິຊາສະເພາະ ຢ່າງປະດິດສ້າງ ໂດຍສະເພາະຈັດຕັ້ງປະຕິບັດວຽກງານຂະຫຍາຍພື້ນຖານໂຄງລ່າງການບໍລິການໄປສະນີ ແລະ ໂທລະຄົມມມະນາຄົມ ບໍລິການຢ່າງກ້ວາງຂວາງ, ສົ່ງເສີມການຫັນເປັນດິຈິຕອນ ຫຼື ການຫັນເປັນທັນສະໄໝຂອງວຽກງານຕ່າງໆ ໂດຍສະເພາະແມ່ນການຈັດຕັ້ງພັກ-ລັດ ໄດ້ມີການນຳໃຊ້ລະບົບໂປຣແກຣມທີ່ທັນສະໄໝຕ່າງໆ ເຂົ້າໃນວຽກງານຢ່າງທົ່ວເຖິງ, ຕິດພັນກັບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກໍາມະບານລາວວາງອອກຄື: ເປັນເຈົ້າການ ຝືກຝົນຫຼໍຫຼອມທາງດ້ານການເມືອງ-ແນວຄິດປະຕິບັດໄດ້ 90% ເປັນເຈົ້າການ ປະຕິບັດກົດໝາຍ ແລະ ລະບຽບການຂອງລັດໄດ້ 88,20 % ເປັນເຈົ້າການ ພັດທະນາຕົນເອງ ແລະ ການຈັດຕັ້ງໄດ້ 86,30% ເປັນເຈົ້າການ ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາໄດ້ 86,30% ເປັນເຈົ້າການ ປະຕິບັດໜ້າທີວິຊາສະເພາະ ຢ່າງປະດິດສ້າງໄດ້ 85,40%. ຈາກນັ້ນ, ໄດ້ມອບໃບຍ້ອງຍໍ, ໃບຢັ້ງຢືນ 5 ເປັນເຈົ້າ ແລະ ສືບຕໍ່ປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າໃນຊຸມປີຕໍ່ໜ້າຕື່ມອີກ.
ກອງປະຊຸມ ສະຫາຍ ສີໄວ ອິນທະວົງ ຄະນະບໍລິຫານງານສະຫະພັນກຳມະບານແຂວງ ໄດ້ມີຄຳເຫັນໂອ້ລົມ ແລະ ຍ້ອງຍໍຊົມເຊີຍຕໍ່ຜົນງານຫຼາຍດ້ານທີ່ຍາດມາໄດ້ໃນໜື່ງປີທີ່ຜ່ານມາ ແລະ ພ້ອມທັງຊີ້ນຳເນັ້ນໜັກໃຫ້ຄະນະປະທານຮາກຖານ ຈົ່ງເປັນເຈົ້າການນໍາພາສະມາຊິກຕົນ ສຸມໃສ່ຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2025 ຂອງຮາກຖານຕົນ ວາງອອກຢ່າງເຂັ້ມງວດ ແລະ ໄດ້ຮັບຜົນດີ.