![](https://dtc-odx.gov.la/img/posts/a1qCK6CxWW3IwWnxt2RU.jpg)
ວັນທີ 23-24 ມັງກອນ 2025 ນີ້ ທີ່ຫ້ອງປະຊຸມພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ໄດ້ຈັດພິທີຝຶກອົບຮົມສຳມະນາເຕັກນິກການຕິດຕາມ, ກວດກາ ແລະ ແກ້ໄຂບັນຫາສື່ສັງຄົມອອນລາຍ, ວຽກງານແຜນການ ແລະ ການນໍາໃຊ້ລະບົບບໍລິຫານລັດແບບດິຈິຕອນ ໃຫ້ຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ (ຄຄອຂ), ຈຸດປະສານງານ ແຕ່ລະພາກສ່ວນ ພາຍໃນແຂວງ ແລະ ເມືອງ 7 ເມືອງ ໂດຍການເປັນປະທານຂອງ ທ່ານ ນາງ ປິ່ນຄຳ ອຸ່ນລະຄອນ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ, ມີຫົວໜ້າ, ຮອງຫົວໜ້າຫ້ອງວ່າການ ແລະ ຫົວໜ້າ, ຮອງຫົວໜ້າໜ່ວຍງານເຕັກໂນໂລຊີ ແລະ ການສື່ສານ ເມືອງ 7 ເມືອງ, ຜູ້ປະສານງານ ວຽກງານຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ (ຄຄອຂ) ແຕ່ລະພາກສ່ວນພາຍໃນແຂວງເຂົ້າຮ່ວມ ທັງໝົດ 40 ທ່ານ, ຍິງ 09 ທ່ານ.
ການຝຶກອົບຮົມສໍາມະນາຄັ້ງນີ້ ໄດ້ແບ່ງອອກເປັນ 02 ຈຸດປະສົງດັ່ງນີ້:
ຈຸດປະສົງທີ່ 01: ເພື່ອສ້າງຄວາມເຂັ້ມແຂງໃຫ້ຄະນະກຳມະການຄຸ້ມຄອງອິນເຕີເນັດ ແລະ ຈຸດປະສານງານ ຄຄອຂ ປະຈຳຢູ່ພາກສ່ວນຕ່າງໆ ຂັ້ນແຂວງ ແລະ ຂັ້ນເມືອງ ໃນການຈັດຕັ້ງປະຕິບັດວຽກງານຕິດຕາມ, ກວດກາ ແລະ ແກ້ໄຂບັນຫາສື່ສັງຄົມອອນລາຍ ຢູ່ແຂວງອຸດົມໄຊ ໂດຍສະເພາະແມ່ນເຕັກນິກພື້ນຖານໃນການປ້ອງກັນໄພຄຸກຄາມດ້ານຄວາມປອດໄພທາງອິນເຕີເນັດ, ເກັບກຳຂໍ້ມູນຫຼັກຖານທາງໄຊເບີ, ການວິເຄາະ-ວິໄຈ, ການສືບສວນ-ສອບສວນໃນຍຸກດິຈິຕອນ, ເສີມສ້າງທັກສະ ແລະ ປູກຈິດສຳນຶກໃນວຽກງານຄວາມປອດໄພທາງໄຊເບີ ແລະ ຍັງເປັນການສ້າງຄວາມອາດສາມາດໃນຂະແໜງການທີ່ກ່ຽວຂ້ອງ ເພື່ອນຳໄປເຜີຍແຜ່ໃຫ້ແກ່ການຈັດຕັ້ງ ແລະ ສັງຄົມ ໃຫ້ມີຄວາມເຂົ້າໃຈຫຼາຍຂື້ນ ເຮັດໃຫ້ຫຼຸດຄວາມສ່ຽງຕ່າງໆ ທີ່ອາດຈະເກີດຂື້ນຕໍ່ກັບຕົນເອງ, ການຈັດຕັ້ງ ແລະ ສັງຄົມ.
ຈຸດປະສົງທີ່ 02: ເພື່ອເຮັດໃຫ້ໜ່ວຍງານເຕັກໂນໂລຊີ ແລະ ການສື່ສານ ເມືອງ 7 ເມືອງ ມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ກັບວຽກງານການຫັນເປັນລັດຖະບານດິຈິຕອນ, ການນຳໃຊ້ລະບົບອອກໃບອະນຸຍາດດ້ານເຕັກໂນໂລຊີ ແລະ ການສື່ສານ ແລະ ການນຳໃຊ້ລະບົບບັນທຶກເອກະສານຂາເຂົ້າ-ຂາອອກ ແບບເອເລັກໂຕຣນິກ ພ້ອມທັງນຳເອົາບົດຮຽນດັ່ງກ່າວໄປຈັດຕັ້ງຜັນຂະຍາຍ ເຂົ້າໃນປະຕິບັດເຂົ້າໃນວຽກງານຕົວຈີງໃນອົງກອນ ໃຫ້ມີປະສິດທິພາບ ແລະ ປະສິດທິພົນຫຼາຍຂື້ນ.
ເນື້ອໃນເອກະສານທີ່ນຳມາຝຶກອົບຮົມສຳມະນາປະກອບມີ: ກົນໄກການຕອບໂຕ້ບັນຫາສື່ສັງຄົມອອນລາຍ, ການສືບຫາຂໍ້ມູນຫຼັກຖານທາງໄຊເບີ, ການນຳໄຊ້ອິນເຕີເນັດຢ່າງປອດໄພ, ວຽກງານສະຖິຕິ-ແຜນການ, ການນຳໃຊ້ລະບົບການອອກໃບອະນຸຍາດດ້ານເຕັກໂນໂລຊີ ແລະ ການສື່ສານ, ການນຳໃຊ້ລະບົບບັນທຶກເອກະສານຂາເຂົ້າ-ຂາອອກ ແບບເອເລັກໂຕຣນິກ ແລະ ນິຕິກຳທີ່ກ່ຽວຂ້ອງຈຳນວນໜຶ່ງ.
ໃນວາລະການຝຶກອົບຮົມສຳມະນາດັ່ງກ່າວ ບັນດານັກສຳມະນາກອນ ແລະ ວິທະຍາກອນ ໄດ້ມີການສົນທະນາແລກປ່ຽນຄຳຄິດເຫັນດ້ານວິຊາການຢ່າງກົງໄປກົງມາ ແລະ ເຫັນໄດ້ວ່ານັກສຳມະນາກອນ ໄດ້ມີຄວາມເຂົ້າໃຈພື້ນຖານໃນການປ້ອງກັນໄພຄຸກຄາມດ້ານຄວາມປອດໄພທາງອິນເຕີເນັດ, ເກັບກຳຂໍ້ມູນຫຼັກຖານທາງໄຊເບີ, ການວິເຄາະ-ວິໄຈ, ການສືບສວນ-ສອບສວນໃນຍຸກດິຈິຕອນ, ການນຳໃຊ້ອິນເຕີເນັດໃຫ້ມີຄວາມປອດໄພ, ການສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານເຕັກໂນໂລຊີ ແລະ ການສື່ສານ ໜ່ວຍງານຂັ້ນເມືອງ ແລະ ສາມາດນຳໃຊ້ລະບົບຫ້ອງການທັນສະໄໝ. ພິທີຈັດຝຶກອົບຮົມດັ່ງກ່າວ ໄດ້ດຳເນີນໄປເປັນເວລາ 1 ວັນເຄີ່ງ ແລະ ອັດລົງດ້ວຍຜົນສຳເລັດຕາມລະດັບຄາດໝາຍ.