ໃນຕອນເຊົ້າວັນທີ 30 ກໍລະກົດ 2026, ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ໄດ້ຈັດກອງປະຊຸມສະຫລຸບວຽກງານເຕັກໂນໂລຊີ ແລະ ການສື່ສານ ປະຈຳ 6 ເດືອນຕົ້ນປີ 2026 ຂຶ້ນທີ່ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງ ທ່ານ ນາງ ປິ່ນຄຳ ອຸ່ນລະຄອນ ຫົວຫນ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ, ມີຄະນະພະແນກ, ຕາງຫນ້າບັນດາບໍລິສັດ ທີ່ໃຫ້ບໍລິການດ້ານໄປສະນີ ແລະ ໂທລະຄົມມະນາຄົມ ແລະ ພະນັກງານພາຍໃນພະແນກ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມດັ່ງກ່າວ ຍົກໃຫ້ເຫັນດ້ານດີ ຜົນງານ, ດ້ານອ່ອນ ຂໍ້ຄົງຄ້າງຕ່າງໆ ໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຕະຫລອດໄລຍະ 6 ເດືອນຜ່ານມາ ພ້ອມທັງ ເປັນການກຳນົດທິດທາງແຜນການເຄື່ອນໄຫວ ໃນໄລຍະ 6 ເດືອນທ້າຍປີ 2026. ໂດຍສະເພາະແມ່ນ ວຽກງານການພັດທະນາບຸກຄະລາກອນ, ການສ້າງ ແລະ ປັບປຸງນິຕິກຳ, ການພັດທະນາໂຄງລ່າງພື້ນຖານທາງດ້ານໂທລະຄົມມະນາຄົມ, ໄອຊີທີ ແລະ ດີຈີຕອນ, ພັດທະນາລະບົບບໍລິຫານລັດເປັນທັນສະໄຫມ, ການພັດທະນາເສດຖະກິດດີຈີຕອນ, ຄວາມປອດໄພໄຊເບີ ແລະ ຄຸ້ມຄອງ ອິນເຕີເນັດ, ການສົ່ງເສີມວິທະຍາສາດ, ນະວັດຕະກຳ ແລະ ພູມປັນຍາ, ການຄຸ້ມຄອງໄປສະນີ, ຄື້ນຄວາມຖີ່ວິທະຍຸສື່ສານ, ວຽກງານຮ່ວມມືຕ່າງປະເທດ ແລະ ວຽກງານອື່ນໆ ຈຳນວນຫນຶ່ງ ໂດຍລວມແລ້ວ ເຫັນວ່າ ບັນດາຫນ້າວຽກໄດ້ຮັບການຈັດຕັ້ງປະຕິບັດມີຜົນສຳເລັດຕາມແຜນການທີ່ກຳນົດໄວ້. ນອກນັ້ນ ຍັງໄດ້ຍົກໃຫ້ເຫັນ ບັນດາຄາດຫມາຍສູ້ຊົນລວມ, ແຜນງານ, ຫນ້າວຽກຈຸດສຸມ ລວມທັງມາດຕະການ ແລະ ວິທີຈັດຕັ້ງປະຕິບັດ ໃນຕໍ່ຫນ້າ ຕື່ມອີກ.
ໂອກາດ ດັ່ງກ່າວ ກໍໄດ້ມີການປະກອບ ຄຳຄິດຄຳເຫັນ ແລະ ແລກປ່ຽນບົດຮຽນ ເຊິ່່ງກັນ ແລະ ກັນ ເພື່ອເປັນບ່ອນອີງ ສົມທົບກັບ ທິດທາງແຜນການເຄື່ອນໄຫວໃນຕໍ່ຫນ້າ ແນໃສ່ເຮັດໃຫ້ຈັດຕັ້ງປະຕິບັດວຽກງານຂອງຕົນ ໃນແຕ່ລະດ້ານມີຜົນສຳເລັດ ແລະ ບັນລຸຕາມລະດັບຄາດຫມາຍ.