Banner

ຄະນະພັກຮາກຖານ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ສະຫລຸບ ຕີລາຄາການນຳພາ-ຊີ້ນຳ 6 ເດືອນ ຕົ້ນປີ 2026

ກອງປະຊຸມ ສະຫລຸບ ຕີລາຄາການນຳພາ-ຊີ້ນຳ ຂອງ ຄະນະພັກຮາກຖານ ພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ປະຈຳ 6 ເດືອນ ຕົ້ນປີ 2026 ໄດ້ຈັດຂຶ້ນ ໃນຕອນບ່າຍ ວັນທີ 30 ກໍລະກົດ 2026 ທີ່ ຫ້ອງປະຊຸມຂອງຕົນ ໂດຍການເປັນປະທານຂອງ ສະຫາຍ ນາງ ປິ່ນຄຳ ອຸ່ນລະຄອນ, ເລຂາຄະນະພັກຮາກຖານ, ຫົວຫນ້າພະແນກ ເຕັກໂນໂລຊີ ແລະ ການສື່ສານ, ມີຄະນະພັກຮາກຖານ, ຄະນະຫນ່ວຍພັກ ທີ່ຂຶ້ນກັບ ຄະນະພັກຮາກຖານ ຕະຫລອດຮອດສະມາຊິກພັກ ເຂົ້າຮ່ວມ.

ກອງປະຊຸມ ເພື່ອຍົກໃຫ້ເຫັນ ດ້ານດີ, ຜົນງານ, ດ້ານອ່ອນ, ຂໍ້ຄົງຄ້າງຕ່າງໆ ໃນການເຄື່ອນໄຫວ ນຳພາ-ຊີ້ນຳ ຂອງ ຄະນະພັກຮາກຖານ ໃນການຈັດຕັ້ງປະຕິບັດວຽກງານພັກ ແລະ ວຽກງານວິຊາສະເພາະ ໃນຕະຫລອດໄລຍະ 6 ເດືອນຜ່ານມາ ເປັນຕົ້ນແມ່ນ ນຳພາ-ຊີ້ນຳ ວຽກງານ ທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ, ແບບແຜນນຳພາ ແລະ ວິທີເຮັດວຽກ, ດ້ານການປະຕິບັດຫນ້າທີ່ການເມືອງ ກໍຄື ວຽກງານວິຊາສະເພາະ ເປັນຕົ້ນແມ່ນ ວຽກງານປ້ອງກັນຄວາມສະຫງົບ ແລະ ຮັກສາຄວາມປອດໄພ, ການສ້າງ ແລະ ປັບປຸງ ນິຕິກຳ ເພື່ອຮອງຮັບ ການຫັນເປັນ ດີຈີຕອນ, ການພັດທະນາໂຄງລ່າງພື້ນຖານ ທາງດ້ານໂທລະຄົມ ມະນາຄົມ, ໄອຊີທີ ແລະ ດີຈີຕອນ, ພັດທະນາ ລະບົບບໍລິຫານລັດ ເປັນທັນສະໄຫມ, ຄວາມປອດໄພ ໄຊເບີ, ຄຸ້ມຄອງ ອິນເຕີເນັດ ແລະ ແກ້ໄຂບັນຫາ ສື່ສັງຄົມອອນລາຍ, ການຄຸ້ມຄອງຄື້ນຄວາມຖີ່ ວິທະຍຸສື່ສານ, ດ້ານຈຸລະພາກ ຫລື ພາກທຸລະກິດ ເຊັ່ນ: ດ້ານໄປສະນີ, ໂທລະຄົມມະນາຄົມ, ວຽກງານອົງການຈັດຕັ້ງມະຫາຊົນ, ກໍ່ສ້າງແລະຂະຫຍາຍພັກ, ວຽກ ງານກວດກາພັກ-ລັດ. ໂດຍລວມແລ້ວ ເຫັນວ່າ ການນຳພາ-ຊີ້ນຳ ຂອງ ຄະນະພັກຮາກຖານ ແມ່ນມີຜົນສຳເລັດຕາມແຜນທີ່ກຳນົດໄວ້.

ໂອກາດ ດັ່ງກ່າວ ກໍໄດ້ຮັບຟັງ ການລາຍງານ ແລະ ປະກອບຄຳຄິດ ຄຳເຫັນ ຈາກບັນດາຫນ່ວຍພັກ ທີ່ຂຶ້ນກັບ ຄະນະພັກຮາກຖານ ໂດຍສະເພາະແມ່ນ ການເຄື່ອນ ໄຫວ ຈັດຕັ້ງປະຕິບັດວຽກງານ ພາຍໃຕ້ການນຳພາ-ຊີ້ນຳ ຂອງ ຄະນະຫນ່ວຍພັກ ບໍລິສັດ ລາວໂທລະຄົມ ມະນາຄົມ ມະຫາຊົນ ແລະ ຫນ່ວຍພັກ ບໍລິສັດ ອີທີແອວ ຈຳກັດ. ເພື່ອເປັນການ ແລກປ່ຽນບົດຮຽນ ເຊິ່່ງກັນ ແລະ ກັນ ທັງເປັນບ່ອນອີງ ສົມທົບກັບ ທິດທາງແຜນການ ເຄື່ອນໄຫວ ໃນຕໍ່ຫນ້າ ແນໃສ່ເຮັດໃຫ້ ຈັດຕັ້ງປະຕິບັດ ວຽກງານພັກ ແລະ ວຽກງານວິຊາສະເພາະ ໃຫ້ໄດ້ຮັບຜົນສຳເລັດ ແລະ ບັນລຸຕາມລະດັບຄາດຫມາຍ.

ແກ່ນຈັນ 4 ມື້ຜ່ານມາ

ແຈ້ງການເຫດສຸກເສີນ

ກະລຸນາແຈ້ງໃຫ້ພວກເຮົາຊາບ

ວັນສ້າງຕັ້ງສະຫະພັນແມ່ຍິງລາວ

...

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ

...

ຕິດຕາມພວກເຮົາທາງເຟສບຸກ