Banner

ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ ຈັດພິທີປາຖະກະຖາ ວັນສ້າງຕັ້ງແຂວງ ຄົບຮອບ 64 ປີ ແລະ ວັນເກີດ ປະທານ ສຸພານຸວົງ ຄົບຮອບ 117 ປີ

ໃນຕອນບ່າຍຂອງ ວັນທີ 30 ກໍລະກົດ 2026, ທີ່ຫ້ອງປະຊຸມພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ, ຄະນະພັກຮາກຖານ ພະແນກເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດພິທີປາຖະກະຖາ ຫວນຄືນມູນເຊື້ອ ວັນສ້າງຕັ້ງແຂວງອຸດົມໄຊ ຄົບຮອບ 64 ປີ (15 ກໍລະກົດ 1962 – 15 ກໍລະກົດ 2026) ແລະ ວັນເກີດ ປະທານ ສຸພານຸວົງ ຄົບຮອບ 117 ປີ (13 ກໍລະກົດ 1909 – 13 ກໍລະກົດ 2026). ພິທີດັ່ງກ່າວໃຫ້ກຽດເປັນປະທານ ແລະ ປາຖະກະຖາໂດຍ ສະຫາຍ ນາງ ປິ່ນຄຳ ອຸ່ນລະຄອນ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ, ໂດຍມີສະມາຊິກພັກ ແລະ ພະນັກງານ-ລັດຖະກອນ ທົ່ວພະແນກເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ສະຫາຍ ນາງ ປິ່ນຄຳ ອຸ່ນລະຄອນ ໄດ້ຍົກໃຫ້ເຫັນເຖິງປະຫວັດສາດແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງ ແຂວງອຸດົມໄຊ ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 15 ກໍລະກົດ 1962 ພາຍໃຕ້ຊື່ "ແຂວງລ້ານຊ້າງ" ໃນສະໄໝຕໍ່ສູ້ປົດປ່ອຍຊາດ. ຕະຫຼອດໄລຍະ 64 ປີ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາ, ແຂວງອຸດົມໄຊ ສາມາດຍາດໄດ້ຜົນສຳເລັດອັນພົ້ນເດັ່ນໃນຫຼາຍດ້ານ ເປັນຕົ້ນແມ່ນເສດຖະກິດທີ່ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ໃນ 6 ເດືອນຕົ້ນປີ 2026 ນີ້ GDP ຂະຫຍາຍຕົວໃນລະດັບ 3,3%. ວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກມີບາດກ້າວທີ່ດີ, ເຊິ່ງປັດຈຸບັນມີຄອບຄົວພົ້ນທຸກກວມເອົາ 68,66% ຂອງຄອບຄົວທັງໝົດທົ່ວແຂວງ. ພ້ອມນັ້ນ, ວຽກງານພື້ນຖານໂຄງລ່າງ, ການສຶກສາ, ສາທາລະນະສຸກ ແລະ ວຽກງານເຕັກໂນໂລຊີ-ການສື່ສານ ກໍໄດ້ຮັບການພັດທະນາໃຫ້ທັນສະໄໝຂຶ້ນເລື້ອຍໆ.

ພ້ອມກັນນັ້ນ, ພິທີຍັງໄດ້ຫວນຄືນເຖິງຄຸນງາມຄວາມດີ ແລະ ຜົນງານການເຄື່ອນໄຫວປະຕິວັດຂອງ ປະທານ ສຸພານຸວົງ, ຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກຂອງປະຊາຊົນລາວບັນດາເຜົ່າ. ເພິ່ນແມ່ນປັນຍາຊົນຜູ້ຍິ່ງໃຫຍ່ ທີ່ໄດ້ສະລະຖານະເຊື້ອເຈົ້າ ເພື່ອອຸທິດຊີວິດໃຫ້ແກ່ພາລະກິດກູ້ຊາດ. ປະທານ ສຸພານຸວົງ ເປັນສັນຍະລັກແຫ່ງຄວາມສາມັກຄີປອງດອງຊາດ, ເປັນນັກຮົບປະຕິວັດທີ່ທໍລະຫົດອົດທົນ ແລະ ມີແບບແຜນການດຳລົງຊີວິດທີ່ລຽບງ່າຍ, ປະຢັດມັດທະຍັດ ເຊິ່ງເປັນແວ່ນແຍງອັນໃສແຈ້ງໃຫ້ແກ່ພະນັກງານ-ສະມາຊິກພັກທຸກຄົນໄດ້ຮ່ຳຮຽນເອົາ. ນອກຈາກການປາຖະກະຖາແລ້ວ, ໃນວາລະດຽວກັນນີ້ ຄະນະພັກຮາກຖານ ຍັງໄດ້ຖືໂອກາດເຜີຍແຜ່ ຂໍ້ຕົກລົງວ່າດ້ວຍການຂຶ້ນທະບຽນເລກໝາຍໂທລະສັບ ສະບັບເລກທີ 978/ກຕສ, ລົງວັນທີ 2 ເມສາ 2026, ທັງນີ້ ກໍເພື່ອແນໃສ່ສ້າງຄວາມເປັນລະບຽບຮຽບຮ້ອຍໃນການຄຸ້ມຄອງຂໍ້ມູນຜູ້ຊົມໃຊ້ໂທລະສັບ, ຮັບປະກັນຄວາມປອດໄພຂອງສັງຄົມ ແລະ ຊຸກຍູ້ການຫັນເປັນດີຈິຕອນໃນວຽກງານການສື່ສານໃຫ້ມີຄວາມເຂັ້ມງວດ ແລະ ເປັນເອກະພາບກັນໃນທົ່ວປະເທດ.

ໃນຕອນທ້າຍ, ປະທານພິທີ ໄດ້ຮຽກຮ້ອງໃຫ້ສະມາຊິກພັກ ແລະ ພະນັກງານທຸກສະຫາຍ ຈົ່ງພ້ອມກັນເສີມຂະຫຍາຍມູນເຊື້ອຄວາມສາມັກຄີ, ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ ແລະ ສຸມສະຕິປັນຍາເຂົ້າໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາແຂວງອຸດົມໄຊ ໃຫ້ມີຄວາມຮຸ່ງເຮືອງສີວິໄລຢ່າງບໍ່ຢຸດຢັ້ງ.

ແກ່ນຈັນ 4 ມື້ຜ່ານມາ

ແຈ້ງການເຫດສຸກເສີນ

ກະລຸນາແຈ້ງໃຫ້ພວກເຮົາຊາບ

ວັນສ້າງຕັ້ງສະຫະພັນແມ່ຍິງລາວ

...

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ

...

ຕິດຕາມພວກເຮົາທາງເຟສບຸກ