Banner

ແຈ້ງການ ເພີ່ມທະວີມີສະຕິລະວັງຕົວ ຕໍ່ການຕົວະຍົວະຫຼອກລວງ ຜ່ານທາງໂທລະຄົມມະນາຄົມ ແລະ ອິນ ເຕີເນັດ

  • ອີງຕາມ ກົດໝາຍວ່າດ້ວຍການຕ້ານ ແລະສະກັດກັ້ນອາຊະຍາກຳທາງລະບົບຄອມພິວເຕີ ເລກທີ 61/ສພຊ, ລົງວັນທີ 15 ກໍລະກົດ 2015;
  • ອີງຕາມ ຂໍ້ຕົກລົງວ່າດວ້ຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ, ສະບັບເລກທີ 776/ອຊ, ລົງວັນທີ 15 ສິງຫາ 2022;
  • ອີງຕາມ ຂໍ້ຕົກລົງວ່າດ້ວຍການນໍາໃຊ້, ສະກັດກັ້ນ ແລະ ແກ້ໄຂບັນຫາສື່ສັງຄົມອອນລາຍຢູ່ແຂວງອຸດົມໄຊ, ສະບັບເລກທີ 1009/ອຊ, ລົງວັນທີ 31 ສິງຫາ 2023.

ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ ຂໍແຈ້ງມາຍັງບັນດາທ່ານຊາບວ່າ: ປັດຈຸບັນມີພວກມິດສາຊີບ ແອບອ້າງວ່າຕົນເອງເປັນພະນັກງານຈາກບໍລິສັດ, ອົງກອນ ຫຼືໜ່ວຍງານທີ່ໜ້າເຊື່ອຖື ເພື່ອຫຼອກລວງໃຫ້ເຫຍື້ອຫຼົງ ເຊື່ອ ແລະ ມອບຂໍ້ມູນສໍາຄັນໃຫ້ພວກເຂົາ. ຈຸດປະສົງຫຼັກຂອງພວກມິດສາຊີບຄື “ເງິນ” ພວກເຂົາອາດຈະບໍ່ໄດ້ຂໍເງິນ ຈາກທ່ານໂດຍກົງໃນທັນທີ ແຕ່ຈະຫຼອກເອົາຂໍ້ມູນສ່ວນຕົວ, ຂໍ້ມູນທາງການເງິນ, ຂໍ້ມູນການເຂົ້າສູ່ລະບົບທຸລະກຳ ທາງການເງິນອອນລາຍຕ່າງໆ ແລ້ວນໍາຂໍ້ມູນດັ່ງກ່າວເຂົ້າລະບົບ ເພື່ອລັກໂອນເງິນອອກຈາກບັນຊີຂອງທ່ານໄປໃສ່ ບັນຊີຂອງພວກເຂົາ ຫຼື ນໍາໃຊ້ຂໍ້ມູນສ່ວນຕົວຂອງທ່ານໄປຕົວະຍົວະຫຼອກລວງຍາດພີ່ນ້ອງ ຫຼື ຄົນໃກ້ຊິດຂອງທ່ານ ໂອນເງິນໃຫ້ພວກເຂົາ ແລະ ວິທີການອື່ນໆ. ເພື່ອປ້ອງກັນບັນຫາດັ່ງກ່າວ ຖ້າຫາກທ່ານພົບເຫັນພຶດຕິກຳທີ່ກ່າວມາ ຂ້າງເທິງນີ້ ແນະນໍາໃຫ້ທ່ານປະຕິບັດຕາມວິທີການຕໍ່ໄປນີ້:

  1. ຕັ້ງສະຕິ ແລະ ສົງໄສໄວ້ກ່ອນ (Be Skeptical):ຖ້າມີຄົນໂທມາ ຫຼື ສົ່ງຂໍ້ຄວາມມາ ໂດຍທີ່ເຮົາບໍ່ຮູ້ແຫຼ່ງທີ່ມາ ໂດຍສະເພາະເລື່ອງທີ່ກ່ຽວກັບເງິນຄໍາ, ລາງວັນ, ຜົນປະໂຫຍດທາງດ້ານເສດຖະກິດ ຫຼື ບັນຫາຕ່າງໆ ໃຫ້ ສົງໄສໄວ້ກ່ອນວ່າອາດເປັນມິດສາຊີບ ຫຼື ເປັນການຫຼອກລວງ;
  2. ຢ່າໃຫ້ຂໍ້ມູນສ່ວນຕົວເດັດຂາດ:
    • ລະຫັດຜ່ານຄັ້ງດຽວ (OTP - One-Time Password) ເປັນຄືກະແຈຕູ້ນິລະໄພ ຢ່າໃຫ້ຜູ້ອື່ນທີ່ບໍ່ ກ່ຽວຂ້ອງເດັດຂາດ, ຖ້າເປັນທະນາຄານ ແລະ ບໍລິສັດຈິງ ຈະບໍ່ຂໍລະຫັດນີ້ຈາກທ່ານ ຜ່ານທາງໂທລະສັບ ຫຼື ຂໍ້ຄວາມ.
    • ຢ່າບອກລະຫັດຜ່ານ (Password), ເລກບັນຊີ, ເລກບັດປະຈຳຕົວ ຫຼື ໜັງສືຜ່ານແດນ, ເລກທ້າຍ ບັດເຄຣດິດ (CVV) ໃຫ້ຜູ້ອື່ນທີ່ບໍ່ກ່ຽວຂ້ອງເດັດຂາດ.
  3. ກວດສອບຂໍ້ມູນກັບແຫຼ່ງທີ່ໜ້າເຊື່ອຖືກ່ອນ: ຖ້າມີຄົນໂທມາອ້າງວ່າ ເປັນພະນັກງານທະນາຄານ ຫຼື ເປັນ ພະນັກງານບໍລິສັດໃດໜຶ່ງ ທີ່ຟັງແລ້ວມີລັກສະນະທີ່ບໍ່ໜ້າເຊື່ອຖື ໃຫ້ວາງສາຍກ່ອນ ແລ້ວຊອກຫາເບີໂທ ຂອງທະນາຄານ ຫຼື ເບີບໍລິສັດນັ້ນ ຈາກເວັບໄຊທາງການ ຫຼື ຈາກຫຼັງບັດ ATM ຂອງທ່ານ ແລ້ວໂທໄປ ສອບຖາມທະນາຄານ ຫຼື ບໍລິສັດ ທີ່ມີຕົວຕົນເທົ່ານັ້ນ ຫ້າມໂທກັບເບີທີ່ເຂົາເຈົ້າໂທມາເດັດຂາດ
  4. ບໍ່ກົດລິ້ງແປກປອມ, ບໍ່ດາວໂຫຼດຟາຍ: ຢ່າກົດລິ້ງ ຫຼື ດາວໂຫຼດຟາຍ ທີ່ສົ່ງມາທາງຂໍ້ຄວາມ (SMS, Messenger) ຫຼື ອີເມວ ທີ່ບໍ່ໜ້າເຊື່ອຖື;
  5. ສັງເກດຄວາມຜິດປົກກະຕິ:
    • ເບີໂທ: ມັກຈະເປັນເບີມືຖືທຳມະດາ, ບໍ່ແມ່ນເບີຂອງສໍານັກງານ, ອົງກອນ ຫຼື ບໍລິສັດ.
    • ເວັບໄຊ ຫຼື ອີເມວ: ເວັບໄຊ ຫຼື ຊື່ອີເມວຜູ້ສົ່ງມັກຈະສະກົດຜິດ ຫຼື ເປັນຊື່ແປກໆ ເຊັ່ນ: bcel-cc.com, bcel-support@gmail.com ແທນທີ່ຈະເປັນ bcel.com.la....@bcel.com.la;
    • ພາສາ: ການໃຊ້ພາສາມັກຈະຜິດຫຼັກໄວຍາກອນ ຫຼື ເປັນຄໍາສັບທີ່ບໍ່ເປັນທາງການ.
  6. ຕັ້ງລະຫັດຜ່ານທີ່ປອດໄພ ແລະ ເປີດໃຊ້ການຢືນຢັນຕົວຕົນສອງຊັ້ນ (2FA):
    • ຕັ້ງລະຫັດຜ່ານໃຫ້ແຕກຕ່າງກັນໃນແຕ່ລະບໍລິການ ແລະ ໃຫ້ຍາກຕໍ່ການຄາດເດົາ;
    • ເປີດໃຊ້ການຢືນຢັນຕົວຕົນສອງຊັ້ນ (2FA) ໃນທຸກບັນຊີທີ່ສໍາຄັນ ເຊັ່ນ: Facebook, Google, Apple ID, TikTok, ແອັບທະນາຄານ ແລະ ອື່ນໆ ເພື່ອເປັນການປ້ອງກັນບັນຊີດັ່ງກ່າວໃຫ້ມີຄວາມ ປອດໄພຂື້ນຕື່ມອີກຂັ້ນ.
  7. ຖ້າຫາກຕົກເປັນເຫຍື້ອແລ້ວຄວນປະຕິບັດດັ່ງນີ້:
    • ຕິດຕໍ່ທະນາຄານທັນທີ: ແຈ້ງອາຍັດບັດ ຫຼື ບັນຊີເພື່ອຢຸດທຸລະກຳ;
    • ປ່ຽນລະຫັດຜ່ານ: ປ່ຽນລະຫັດຜ່ານຂອງທຸກບັນຊີທີ່ສໍາຄັນໂດຍດ່ວນ;
    • ຮວບຮວມຫຼັກຖານ: ເກັບຂໍ້ຄວາມ, ເບີໂທ ຫຼື ຂໍ້ມູນການໂອນເງິນໄວ້;
    • ແຈ້ງຄວາມ: ແຈ້ງເຈົ້າໜ້າທີ່ຕຳຫຼວດ ເພື່ອດໍາເນີນຄະດີ;
    • ຫຼື ແຈ້ງເຫດສຸກເສີນທາງຄອມພິວເຕີ ຫາພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງອຸດົມໄຊ: https://csirtodx.gov.la/incident;
  8. ຕິດຕາມຂໍ້ມູນຂ່າວສານດ້ານຄວາມປອດໄພໄຊເບີ ຢ່າງເປັນປົກກະຕິ:

    ເພື່ອຮັບຮູ້ທັນກົນໄກການຫຼອກລວງຂອງມິດສາຊີບ, ການແຈ້ງເຕືອນ ແລະ ການປ້ອງກັນຢ່າງຖືກຕ້ອງ ສະເໜີໃຫ້ຕິດຕາມຂ່າວສານຜ່ານສື່ທາງການ ຂອງການຈັດຕັ້ງລັດທີ່ກ່ຽວຂ້ອງ, ທະນາຄານ, ບໍລິສັດໂທລະຄົມມະນາ ຄົມ ແລະ ອິນເຕີເນັດ ຢ່າງເປັນປົກກະຕິ.

ສອບຖາມຂໍ້ມູນເພີ່ມເຕີມ:
  • ອີເມລ: dtc@ou.gov.la, phoukham@ou.gov.la, kanchanh@ou.gov.la
  • ໂທລະສັບ: 081 312 508, 020 29 001 100, 020 28 724 983

ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານເພື່ອຊາບ ແລະ ມີສະຕິລະວັງຕົວຕໍ່ການຕົວະຍົວະຫຼອກລວງ ຜ່ານທາງໂທລະ ຄົມມະນາຄົມ ແລະ ອິນເຕີເນັດ ຕາມແຈ້ງການນີ້ດ້ວຍ.

ແຈ້ງການສະບັບເຕັມ: ດາວໂຫລດ

ແກ່ນຈັນ 4 ເດືອນຜ່ານມາ

ຮັບແຈ້ງບັນຫາ

ກະລຸນາແຈ້ງໃຫ້ພວກເຮົາຊາບ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

...

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ

...

ຕິດຕາມເຟສບຸກເພສ